ທົ່ວປະເທດອອກໃບຕາດິນ 1,2 ລ້ານໃບ ພົບໃບຕາດິນຊໍ້າຊ້ອນ 80 ກວ່າກໍລະນີ

202

ສະພາແຫ່ງຊາດຮັບຮອງເອົາການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນ ແລະ ມາດຕະການແກ້ໄຂຕໍ່ໜ້າ ເຊິ່ງທົ່ວປະເທດສາມາດອອກໃບຕາດິນໄດ້ 1,2 ລ້ານກວ່າໃບ, ສ່ວນບັນຫາໃບຕາດິນຊໍ້າຊ້ອນພົບ 80 ກວ່າກໍລະນີ ເກີດຈາກ 8 ສາເຫດ.

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 10 ມິຖຸນາ 2019 ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ( ກຊສ ) ລາຍງານກ່ຽວກັບການຄຸ້ມຄອງການອອກໃບຕາດິນ ແລະ ບັນຫາການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂ ວ່າ: ການຄຸ້ມຄອງທີ່ດິນໃນ ສປປ ລາວ ໄດ້ແບ່ງອອກເປັນ 3 ໄລຍະ ຄື: 1). ແຕ່ປີ 1995 ຫາ 2007 ຄຸ້ມຄອງໂດຍກົມທີ່ດິນ ແລະ ເຮືອນ ກະຊວງການເງິນ ເຊິ່ງໄດ້ມີການອອກໃບຕາດິນໄດ້ຈຳນວນ 462.657 ຕອນ; 2). ແຕ່ປີ 2007 ຫາ 2010 ຄຸ້ມຄອງໂດຍອົງການຄຸ້ມຄອງທີ່ດິນແຫ່ງຊາດ ມີການອອກໃບຕາດິນໄດ້ຈຳນວນ 185.900 ຕອນ ແລະ 3). ແຕ່ປີ 2011 ຫາ 2019 ຄຸ້ມຄອງໂດຍ ກຊສ ອອກໃບຕາດິນໄດ້ຈຳນວນ 641.686 ຕອນ. ໃນນັ້ນ, ແຕ່ປີ 2011 ຫາ 2015 ອອກໃບຕາດິນໄດ້ 286.953 ຕອນ ແລະ ປີ 2016 ຫາ 2019 ອອກໃບຕາດິນໄດ້ຈໍານວນ 354.533 ຕອນ.ຜ່ານການຈັດຕັ້ງປະຕິບັດການອອກໃບຕາດິນ ນັບແຕ່ປີ 1995 ມາຮອດປັດຈຸບັນສາມາດອອກໃບຕາດິນໄດ້ 1.290.243 ຕອນ ແລະ ຂຶ້ນສຳມະໂນຕອນດິນທົ່ວປະເທດໄດ້ 3.061.161 ຕອນ. ໃນນັ້ນ, ເອົາເຂົ້າໃນລະບົບຖານຂໍ້ມູນທີ່ດິນ 734.152 ຕອນ ກວມເອົາ 56,90% ແລະ ຍັງບໍ່ທັນເອົາເຂົ້າໃນລະບົບຖານຂໍ້ມູນ 556.091 ຕອນ ເທົ່າກັບ 43,10% ແລະ ອີງຕາມຂໍ້ມູນຈາກ ທະນາຄານແຫ່ງ ສປປ ລາວ ປັດຈຸບັນໃບຕາດິນຂອງບຸກຄົນ ຫຼື ນິຕິບຸກຄົນໄດ້ເອົາໄປຄ້ຳປະກັນການກູ້ຢືມເງິນຈາກທະນາຄານທຸລະກິດ ຫຼື ສະຖາບັນການເງິນໃນຂອບເຂດທົ່ວປະເທດ ມີທັງໝົດ 411.934 ຕອນ.

ໃນຂະນະທີ່ບັນຫາການອອກໃບຕາດິນຊ້ຳຊ້ອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອດຳເນີນການກວດກາ, ສຶກສາ, ຄົ້ນຄວ້າ ແລະ ວິໄຈບັນຫາທີ່ດິນໃນຂອບເຂດທົ່ວປະເທດຕາມຂໍ້ຕົກລົງສະບັບ ເລກທີ 13/ນຍ ລົງວັນທີ 1 ມີນາ 2017 ແລະ ສະບັບປັບປຸງ ເລກທີ         55/ນຍ ລົງວັນທີ 25 ກໍລະກົດ 2017 ກຊສ ໄດ້ປະສານສົມທົບກັບສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ທະນາຄານແຫ່ງ ສປປ ລາວ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງກວດກາຄືນກໍລະນີໃບຕາດິນມີການຊ້ຳຊ້ອນກັນ. ໃນນີ້, ຢູ່ແຂວງສະຫວັນນະເຂດ 44 ກໍລະນີ ນະຄອນຫຼວງວຽງຈັນ 17 ກໍລະນີ, ແຂວງຈໍາປາສັກ 15 ກໍລະນີ ແລະ ແຂວງໄຊຍະບູລີ 10 ກໍລະນີ ໂດຍອີງຕາມຂໍ້ມູນຂ້າງເທິງສາມາດສະຫຼຸບຕີລາຄາສາເຫດການອອກໃບຕາດິນຊໍ້າຊ້ອມມີ 8 ກໍລະນີ ຄື: 1). ການແຈ້ງເທັດວ່າໃບຕາດິນເສຍ, 2). ໃບແຈ້ງເສຍພາສີທີ່ດິນ ແລະ ໃບຕາດິນຊ້ຳຊ້ອນກັນ, 3). ໃບແຜນທີ່ດິນ ແລະ ໃບຕາດິນຊໍ້າຊ້ອນກັນ, 4). ໃບແຜນທີ່ດິນຊໍ້າຊ້ອນກັນ, 5). ໃບແຈ້ງເສຍພາສີທີ່ດິນຊໍ້າຊ້ອນກັນ, 6). ໃບຕາດິນລັດ ແລະ ໃບຕາດິນບຸກຄົນຊໍ້າຊ້ອນກັນ, 7). ລູກລັກເອົາໃບຕາດິນອອກຊື່ຂອງພໍ່ແມ່ປ່ຽນເປັນຊື່ຕົນ ແລະ 8). ກໍລະນີທີ່ມີຂໍ້ຂັດແຍ່ງທີ່ດິນພາຍຫຼັງສານຕັດສິນໃຫ້ລົບລ້າງໃບຕາດິນ. ນອກຈາກນັ້ນ, ຍັງເຫັນຊ່ອງວ່າງທີ່ເຈົ້າຂອງທີ່ດິນນອກຈາກຈະເອົາເອກະສານທີ່ດິນທີ່ບໍ່ແມ່ນໃບຕາດິນໄປຄ້ຳນຳທະນາຄານໄດ້້ແລ້ວ. ສຳລັບບຸກຄົນ ຫຼື ນິຕິບຸກຄົນທີ່ບໍ່ດີ ເວລາໄດ້ໃບຕາດິນກໍເອົາໄປຄ້ຳນຳທະນາຄານທຸລະກິດອື່ນໆຕື່ມອີກ ພາໃຫ້ເກີດມີປາກົດການເອກະສານຊໍ້າຊ້ອນທີ່ສັງຄົມສັງລວມຫຍໍ້ເປັນໃບຕາດິນຊ້ຳຊ້ອນ ເຊິ່ງຄວາມຈິງບໍ່ແມ່ນແຕ່ໃບຕາດິນຊໍ້າຊ້ອນແຕ່ຕົກຢູ່ໃນກໍລະນີ 8 ຂໍ້ທີ່ກ່າວມາຂ້າງເທິງນັ້ນ.

ທັງນີ້, ທ່ານລັດຖະມົນຕີ ກຊສ ກ່າວວ່າ: ສຳລັບມາດຕະການແກ້ໄຂການອອກໃບຕາດິນຊ້ຳຊ້ອນໃນຕໍ່ໜ້າ ຄື: 1). ກຊສ ຈະໄດ້ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນກວດຄືນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານທີ່ຮັບຜິດຊອບອອກໃບຕາດິນ ໂດຍເລີ່ມຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ຈາກນັ້ນ, ຈຶ່ງຈະສືບຕໍ່ລົງກວດກາແຂວງອື່ນຢ່າງເປັນລະບົບ ເປັນຕົ້ນ: ກວດກາຄືນສຳນວນຕອນດິນ, ຂັ້ນຕອນການເກັບຮັກສາເອກະສານ, ຂັ້ນຕອນຂອງການອອກສຳເນົາໃບຕາດິນ ແລະ ກໍລະນີພົບເຫັນເຈົ້າໜ້າທີ່ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການຈະໄດ້ປະຕິບັດວິໄນຕາມກົດໝາຍ; 2). ສະເໜີອົງການປົກຄອງທ້ອງຖິ່ນເພີ່ມທະວີການຊີ້ນໍາ – ນໍາພາວຽກງານແນວຄິດ ແລະ ສະເໜີສະພາປະຊາຊົນແຂວງໃນການຕິດຕາມກວດກາຢ່າງເປັນປົກກະຕິໃນການຄຸ້ມຄອງໃບຕາດິນ ແລະ ສຳນວນຕອນດິນຢູ່ແຂວງຂອງຕົນ; 3). ປະສານສົມທົບ ແລະ ສ້າງກົນໄກປະສານງານລະຫວ່າງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທະນາຄານ, ສານ, ອົງການໄອຍະການປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຕິດຕາມກວດກາ ແລະ ແກ້ໄຂການອອກໃບຕາດິນຊໍ້າຊ້ອນ; 4). ດໍາເນີນມາດຕະການເດັດຂາດຕາມກົດໝາຍຕໍ່ຜູ້ທີ່ລະເມີດ ຫຼື ມີເຈດຕະນາໃນການອອກໃບຕາດິນຊໍ້າຊ້ອນ; 5). ຮີບຮ້ອນອອກໃບຕາດິນ ໃຫ້ສຳເລັດຕາມແຜນການໃນຂອບເຂດທົ່ວປະເທດໃນປີ 2025 ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແນໃສ່ປະກອບສ່ວນສ້າງລາຍຮັບແຫ່ງຊາດ ຈາກທີ່ດິນໃຫ້ບັນລຸ 5% ຂອງລາຍຮັບແຫ່ງຊາດ ໃນປີ 2025 ແລະ 6). ພັດທະນາລະບົບການຄຸ້ມຄອງ – ບໍລິຫານທີ່ດິນໃຫ້ເປັນທັນສະໄໝໃນທົ່ວປະເທດໂດຍໄວ, ປັບປຸງຂັ້ນຕອນການບໍລິການ ແລະ ສິ່ງອັດຕັນຕ່າງໆທີ່ເປັນອຸປະສັກໃຫ້ແກ່ປະຊາຊົນສະດວກ ແລະ ໄວຂຶ້ນ ໂດຍສະເພາະສ້າງສູນບໍລິການທີ່ດິນຂຶ້ນເພື່ອໃຫ້ສາມາດໂອນທີ່ດິນ ຫຼື ເຮັດທຸລະກຳທີ່ດິນໃຫ້ສຳເລັດໃນວັນໜຶ່ງ.

ໃນຂະນະທີ່ສະມາຊິກສະພາແຫ່ງຊາດເຂດຕ່າງໆກໍໄດ້ປະກອບຄຳຄິດເຫັນຕໍ່ຄຳຊີ້ແຈງຂອງລັດຖະມົນຕີ ກຊສ ກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ໂດຍສະເພາະແມ່ນມາດຕະການລົງໂທດຕໍ່ພະນັກງານລັດທີ່ກະທຳຜິດ, ການປະສານງານລະຫວ່າງສູນກາງຫາທ້ອງຖິ່ນຊັກຊ້າບໍ່ໄປລວງດຽວ, ຄົ້ນຄວ້າຕື່ມກ່ຽວກັບຄ່າທຳນຽມ ແລະ ບໍລິການອອກໃບຕາດິນທີເຫັນວ່າຍັງແພງໃຫ້ແກ່ປະຊາຊົນ, ອອກໃບຕາດິນຊັກຊ້າ, ຄົ້ນຄວ້າຊອກຫານຳໃຊ້ເຄື່ອງມືທີ່ທັນສະໄໝນຳໃຊ້ເຂົ້າໃນວຽກງານທີ່ດິນ ເພື່ອແກ້ໄຂບັນຫາການອອກໃບຕາດິນຊ້ຳຊ້ອນ ແລະ ບັນຫາອື່ນໆ. ພ້ອມກັນນີ້, ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຮັບຮອງເອົາການຊີ້ແຈງຂອງລັດຖະມົນຕີກະຊວງ ກຊສ ກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊ້ຳຊ້ອນໃນໄລຍະຜ່ານມາ ແລະ ມາດຕະການໃນຕໍ່ໜ້າ.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )