ບໍ່ຢາກໃຫ້ຜົມຫຼົ່ນ ລອງປ່ຽນວິທີສະຜົມຕາມນີ້ເລີຍ

136

ຫຼາຍໆຄົນຄົງພົບບັນຫາ ເລື່ອງຜົມຫຼົ່ນຜົມບາງ ຂາດງ່າຍ, ຫຼົ່ນງ່າຍ ຫຼື ຜົມແຫ້ງເສຍ ຫາທຸກວິທີທາງເພື່ອບໍາລຸງຜົມ, ສະປາຜົມ ເສຍເງິນຢ່າງຫຼວງຫຼາຍໄປກັບສິ່ງນີ້ ແຕ່ກໍຍັງຫຼົ່ນຄືເກົ່າ ສິ່ງສໍາຄັນທີ່ສຸດອາດເກີດຈາກໂຕທ່ານເອງ ວ່າຮູ້ບໍາລຸງຮັກສາຜົມໄດ້ດີປານໃດ ມື້ນີ້ແອັດມິນເລີຍນໍາເອົາ ຂໍ້ຫ້າມໃນການສະຜົມ ທີ່ທາງຜູ້ຊ່ຽວຊານທາງຜິວໜັງອອກແນະນຳ ຫາກທ່ານປະຕິບັດຕາມນີ້ ຈະຊ່ວຍໃຫ້ຜົມເຊົາຫຼົ່ນ ແລະ ມີສຸຂະພາບຜົມດີຂຶ້ນແນ່ນອນ:

1 ກ່ອນຈະສະຜົມໃຫ້ເອົາຫວີທີ່ປຽກນໍ້າ ມາວີຜົມກ່ອນ ໃຫ້ສິ່ງເປິະເປື້ອນ ແລະ ຝຸ່ນລະອອງຕ່າງໆອອກກ່ອນລ້າງຫົວ.
2 ຄົນສ່ວນໃຫຍ່ມັກເອົາຢາສະຜົມໃສ່ຜົມເລີຍ ແຕ່ທ່ານຕ້ອງປ່ຽນມາເຮັດໃຫ້ຜົມຂອງທ່ານປຽກກ່ອນ ເອົານໍ້າອຸ່ນລ້າງຜົມ ແລະ ປະໄວ້ປະມານ 1 ນາທີ ແລ້ວຈຶ່ງເອົາຢາສະຜົມໃສ່ມືຕີໃຫ້ເປັນຟອງແລ້ວຈັ່ງເອົາມາໃສ່ຜົມ ສະຜົມຕາມປົກກະຕິ ແລ້ວລ້າງອອກ.

3 ຢ່າໃຊ້ເລັບເກົາໜັງຫົວໃນລະຫວ່າງສະຜົມຢູ່ ເພາະໃນເລັບຂອງເຮົາອາດເຕັມໄປດ້ວຍແບັດທີເລຍ ເວລາທີ່ໜັງຫົວຂອງເຮົາບາດອາດຕິດເຊື້ອໄດ້ ດັ່ງນັ້ນໃຫ້ໃຊ້ມືນວດເບົາໆ.
4 ຢຸດລົງຄຣີມນວດທົ່ວຫົວ ເນື່ອງຈາກວ່າຢາສະຜົມເປັນຕົວຊ່ວຍໃຫ້ຮູຂຸມຂົນກວ້າງອອກ ຫາກໃຊ້ຄີມນວດນວດຈົນເຖິງກົ້ກຜົມຈະເຮັດໃຫ້ເກີດມີການອຸດຕັນເກີດຂຶ້ນ ໃຫ້ປ່ຽນມາໃຊ້ຄີມນວດຜົມ ແຕ່ປາຍຜົມທີ່ເລີຍຫູລົງມາຈະດີທີ່ສຸດ.

5 ລ້າງຄີມນວດບໍ່ໝົດອາດເປັນສາເຫດໜຶ່ງຂອງການເຮັດໃຫ້ຜົມຫຼົ່ນ: ຫຼາຍຄົນເຊື່ອວ່າການທີ່ເຮົາລ້າງຄຣີມນວດບໍ່ເບິດ ຈະຊ່ວຍເຄືອບເສັ້ນຜົມເອົາໄວ້ ແຕ່ໃນຄວາມຈິງແລ້ວຄຣີມນວດຜົມທີ່ເຫຼືອຢູ່ຈະເຮັດໃຫ້ຂີ້ຝຸ່ນຈັບໄດ້ງ່າຍ ແລະ ຍັງເຮັດໃຫ້ຮູຂຸມຂົນຂອງໜັງຫົວເຮົາອຸດຕັນເກີດອາການອັກເສບນໍາອີກ.
6 ຕ້ອງໃຫ້ຜົມແຫ້ງກ່ອນຈຶ່ງນອນ ເພາະໃນຕອນທີ່ເຮົາສະຜົມມາໃໝ່ໆນັ້ນຜົມຈະບອບບາງຫຼາຍ ຫາກເຂົ້ານອນທັງທີຜົມຍັງປຽກຢູ່ ຂະເຮັດໃຫ້ຜົມຫຼົ່ນ ແລະ ແຕກປາຍ.

7 ເວລາສະຜົມແລ້ວບໍ່ຄວນທີ່ຈະອອກໄປນອກທັນທີ ເພາະເສັ້ນຜົມເຮົາຈະກະທົບກັບແສງແດດ ເຮັດໃຫ້ຜົມຫຼົ່ນ ແລະ ແຕກປາຍໄດ້ງ່າຍ ຫາກຈໍາເປັນຮີບດ່ວນ ກໍໃຫ້ຫາໝວກ ຄັນຮົ່ມ ປ້ອງກັນລັງສີຢູວີ.