ຟິລິບປິນປະສົບປັນຫາໝາກມ່ວງລົ້ນຕະຫຼາດ ຫຼັງລາຄາຕົກລົງກວ່າເຄິ່ງ

50

ລັດຖະບານຟິລິບປິນເລັ່ງຊອກຫາມາດຕະການເພິ່ມຕື່ມ ນອກເໜືອຈາກການຈັດງານວາງສະແດງຂາຍໝາກມ່ວງລາຄາຖືກກາງນະຄອນຫຼວງມະນິລາ ເພື່ອແກ້ປັນຫາຜົນຜະລິດລົ້ນຕະຫຼາດຫຼາຍພັນໂຕ້ນ ທີ່ມີການວິເຄາະວ່າ ເປັນຍ້ອນຄວາມແປປວນຂອງສະພາບອາກາດໂລກ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນອັງຄານ ທີ 11 ມິຖຸນາ ວ່າ ກະຊວງກະສິກໍາຂອງຟິລິບປິນ ລາຍງານເມື່ອວັນຈັນ ວ່າ ຜົນຜະລິດໝາກມ່ວງສາຍພັນໃນປະເທດປີນີ້ ມີປະລິມານຫຼາຍຈົນຜິດປົກກະຕິ ເຊິ່ງທາງດ້ານຜູ້ຊ່ຽວຊານວິເຄາະວ່າ ເປັນຜົນມາຈາກປະກົດການເອລນິໂຢ່ ທີ່ເປັນໜຶ່ງໃນປະກົດການແປປວນຢ່າງກະທັນຫັນຂອງສະພາບອາກາດໂລກ ສົ່ງຜົນໃຫ້ພາກພື້ນອາຊີ ຕາເວັນອອກສຽງໃຕ້ ມີອາກາດຮ້ອນ ແລະ ແຫ້ງແລ້ງຢ່າງໜັກດ້ວຍ.

ທັງນີ້ ລາຍງານລະບຸວ່າ ຜົນຜະລິດໝາກມ່ວງສະເພາະເທິງເກາະລູຊອນ ເຊິ່ງເປັນເກາະຂະໜາດໃຫຍ່ທີ່ສຸດ ຕັ້ງຢູ່ທາງເໜືອຂອງຟິລິບປິນ ມີປະລິມານຫຼາຍເກີນຄວາມຕ້ອງການຂອງທ້ອງຕະຫຼາດ ຫຼາຍເຖິງ 2 ພັນໂຕ້ນ ສົ່ງຜົນໃຫ້ລາຄາຂອງໝາກມ່ວງຫຼຸດລົງກວ່າເຄິ່ງຈາກ 58 ເປໂຊຕໍ່ກິໂລ (ປະມານ 9.700 ກີບ) ເຫຼືອພຽງ 25 ເປໂຊຕໍ່ກິໂລ (ປະມານ 4.100 ກີບ) ຂະນະທີ່ ທ່ານເອັມມານູເອລ ປິຢອນ ລັດຖະມົນຕີວ່າການກະຊວງກະສິກໍາຂອງຟິລິບປິນໃຫ້ຄໍາໝັ້ນໃຈ ວ່າ ລັດຖະບານ ຈະມີມາດຕະການທີ່ເປັນຮູບປະທໍາຫຼາຍຂຶ້ນ ພາຍໃນອີກ 2 ອາທິດຈາກນີ້ ເພື່ອປ້ອງກັນບໍ່ໃຫ້ລາຄາໝາກມ່ວງຕົກຕ່ໍາລົງໄປຫຼາຍກວ່ານີ້ ແລະ ຫຼຸດຜ່ອນຄວາມເດືອດຮ້ອນຂອງຊາວກະເສດໃຫ້ໄດ້ຫຼາຍທີ່ສຸດ ຫຼັງຈາກເບື້ອງຕົ້ນລັດຖະບານໄດ້ຮັບຊື້ໝາກມ່ວງສ່ວນເກີນທັງໝົດມາຈັດງານວາງສະແດງຂາຍໝາກມ່ວງລາຄາພິເສດ ໃນນະຄອນຫຼວງມະນິລາຕະຫຼອດເດືອນມິຖຸນາ ນີ້ ແລະ ການເປີດຫຼັກສູດສອນເຮັດອາຫານ ແລະ ຂະໜົມຈາກໝາກມ່ວງ ພ້ອມທັງມີແຜນຈັດເທສະການຢ່າງຕໍ່ເນື່ອງດ້ວຍ.

ຢ່າງໃດກໍ່ຕາມ ໝາກມ່ວງໃນຟິລິບປິນທີ່ກໍງລັງມີລາຄາຖືກລົງກວ່າປົກກະຕິ ກໍ່ສາມາດເອີ້ນຄວາມສົນໃຈໄດ້ຈາກຫຼາປະເທດເຊັ່ນກັນ ໂດຍບໍລິສັດເອກະຊົນນໍາເຂົ້າໝາກໄມ້ແຫ່ງໜຶ່ງຂອງຍີ່ປຸ່ນຕັດສິນໃຈສັ່ງຊື້ໝາກມ່ວງຈາກຟິລິບປິນ 1 ແສນກິໂລ ຂະນະທີ່ ຮົງກົງ ແລະ ສະຫະລັດ ອາຣັບ ເອມິເຣດ (UAE) ຕ່າງກໍ່ໃຫ້ຄວາມສົນໃຈ.