ຢາກໃຫ້ຜິວພັນຂາວງາມ ແລະ ສົດໃສ ມີເຄັບລັບມາບອກ

144

ເຊື່ອແນ່ວ່າຫຼາຍໆທ່ານ ບໍ່ວ່າຍິງ ຫຼື ຊາຍ ກໍ່ດີຕ່າງກໍ່ຢາກມີສຸຂະພາບຜິວພັນທີ່ດີ ແລະ ສົດໃສ ເຊິ່ງການມີສິ່ງທີ່ກໍ່ຈະເປັນການເພີ່ມບຸກຄະລິກກະພາບອີກຢ່າງໜຶ່ງ ທັງເປັນການສ້າງຄວາມໝັ້ນໃຈໃນການໄປອອກງານສັງຄົມ ຫຼື ສັງສັນໝູ່ເພື່ອນ ຈະເຮັດໃຫ້ເຮົາໂດດເດັ່ນ ແລະ ຖືກຈັບຕາເບິ່ງແນ່ນອນ, ສະນັ້ນ, ເຮົາຈະມາບອກເຄັບລັບໃນການເບິ່ງແຍງຜິວພັນແນວໃດໃຫ້ຂາວງາມ ແລະ ສົດໃສ ມາອ່ານພ້ອມກັນເລີຍ

ຄວນຫຼີກລ້ຽງແສງແດດໃນໄລຍະເວລາ 10:00 ເຊົ້າ ຫາ 4:00 ແລງ ເພາະໄລຍະດັ່ງກ່າວແສງແດດຈາກດວງຕາເວັນຈະມີປະລິມານແສງ UV ທີ່ສາມາດເຮັດໃຫ້ຜິວຕາຍໄດ້ຢ່າງຫຼວງຫຼາຍ. ຖ້າຫຼີກບໍ່ໄດ້ຄວນທາຄຣີມກັນແດດເພື່ອປ້ອງກັນຜິວຈາກແສງແດດ ແລະ ເປັນການປົກປ້ອງຜິວໃຫ້ຂາວໃສຢ່າງຕໍ່ເນື່ອງ.

ຄວນທາຄຣີມກັນແດດຢູ່ສະເໝີເຖິງວ່າຈະບໍ່ໄດ້ອອກໄປພົບກັບແສງຕາເວັນກໍ່ຕາມ ແຕ່ຮູ້ບໍ່ວ່າແສງຈາກຫຼອດໄຟໃນເຮືອນ ຫຼື ຢູ່ບ່ອນເຮັດວຽກກໍ່ເປັນໂຕການທີ່ເຮັດໃຫ້ຜິວຄໍ້າໄດ້ເຊັ່ນກັນ.

ຄວນເລືອກຜະລິດຕະພັນທີ່ປາສະຈາກສານ Hudroquine ເພາະສ່ວນປະສົມເຫຼົ່ານີ້ອາດເຮັດໃຫ້ເກີດຮອຍຫ້ຽວ ຫຼື ເກີດມະເຮັງໄດ້ຖ້າມີການສະສົມໃນຮ່າງກາຍຫຼາຍເກີນໄປ.

ບໍ່ຄວນໃຊ້ຜະລິດຕະພັນທີ່ມີສານເລັ່ງໃຫ້ຜິວຂາວ ເຊິ່ງມັນສາມາດເຮັດໃຫ້ຜິວລາຍທີ່ອາດເກີດຮອຍຫ້ຽວ ແລະ ໄໝ້ໄດ້ນຳ.

ຫ້າມກິນວິຕາມິນເສີມຫຼາຍເກີນໄປ ເພາະຈະມີຜົນຕໍ່ສຸຂະພາບຂອງຮ່າງກາຍໄດ້ເຊັ່ນ: ອາດຈະເຮັດໃຫ້ໝາກໄຂ່ຫຼັງວາຍໄດ້.