ລະນຶກຜົນງານການເຄື່ອນໄຫວ ຂອງທ່ານ ແກ້ວພິລາວັນ ອາໄພລາດ

175

ເມື່ອທ່ານຮອງເຈົ້າຄອງ ນະຄອງຫຼວງວຽງຈັນໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຫວນຄືນມາ ກໍເຫຼືອໄວ້ພຽງຜົນງານຂອງທ່ານໃຫ້ພວກເຮົາໄດ້ຈາລຶກ ແລະຊື່ນຊົມ, ສິ່ງດີໆທີ່ທ່ານໄດ້ເຄີຍເຮັດເຄີຍສ້າງ ເປັນແບບຢ່າງໄວ້ໃຫ້ຄົນຮຸ່ນຫຼັງໄດ້ປະຕິບັດຕາມ ສໍາລັບທ່ານ ແກ້ວ ພິໄລວັນ ອາໄພລາດ ອາດີດເຈົ້າຄອງນະຄອນຫຼວງວຽງຈັນ ທີ່ໄດ້ລາຈາກພວກເຮົາໄປໃນວັນທີ 7 ມີຖຸນາ 2019 ລວມອາຍຸ 62 ປີ ມື້ນີ້ເຮົາມາເບິ່ງຜົນງານການເຄື່ອນໄຫວຂອງທ່ານພ້ອມໆກັນ.

ທ່ານ ແກ້ວພິລາວັນ ອາໄພລາດ ເກີດເມຶ່ອວັນທີ 07 ຕຸລາ 1957 ໃນຄອບຄົວຊາວນາ ທີ່ບ້ານ ໂພໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ເປັນບຸດຂອງ ທ່ານ ຄຳພັນ ອາໄພລາດ ແລະ ນາງ ຮອງ ອາໄພລາດ ມີອ້າຍເອຶ້ອຍນ້ອງຄີງນຳກັນ 8 ຄົນ ສະຫາຍໄດ້ສ້າງຄອບຄົວກັບ ນາງ ສີສຸວັນ ຫຼວງໂຄດ ມີລູກນຳກັນ 2 ຄົນ ຍິງ 1 ຄົນ ປະຈຸບັນຢູ່ບ້ານ ໂພສີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ປະຫວັດດ້ານການສຶກສາ ແລະ ການເຄື່ອນໄຫວວຽກງານ ປີ 1964-1975 ເປັນນັກຮຽນປະຖົມລັດຕະນະລັງສີ ແຂວງສະຫວັນນະເຂດ ແລະ ເປັນນັກຮຽນ ມັດທະຍົມຕອນຕົ້ນ ຢູ່ປາກຊັນ ແຂວງບໍລິຄຳໄຊ.
ປີ 1976-1978 ເປັນນັກຮຽນ ມັດທະຍົມຕອນປາຍວຽງຈັນ ( ອຸດົມວຽງຈັນ ), ປີ 1979-1982 ຮຽນຢູ່ໂຮງຮຽນເຄຫາສະຖານຊັ້ນສູງ ( ສາມາດເສັງຈົບຊັ້ນໄດ້ ຄະແນນອັນດັບ 1 ຂອງ ໂຮງຮຽນ )

ໃນວັນທີ 1 ຕຸລາ 1982 ສະຫາຍ ແກ້ວພິລາວັນ ອາໄພລາດ ໄດ້ເຂົ້າເປັນພະນັກງານສັງກັດລັດ ແລະ ໄດ້ເປັນສະມາຊິກພັກສົມບູນໃນວັນທີ 15 ທັນວາ 1992 ແລະ ໄດ້ມີປະຫວັດການເຄື່ອນໄຫວທີ່ສຳຄັນຂອງສະຫາຍ ມີດັ່ງນີ້:
ປີ 1982 ເປັນພະນັກງານສັງກັດລັດ ຢູ່ສະຖາບັນເຄຫາ-ຜັງເມືອງ ກະຊວງໂຍທາທິການ-ຂົນສົ່ງ, ປີ 1984 ໄປຮຽນວິສາສະເພາະດ້ານສິ່ງແວດລ້ອມ ເທດສະບານຢູ່ປະເທດການາດາ, ປີ 1986 ຖືກແຕ່ງຕັ້ງ ເປັນຮອງຫົວໜ້າເຕັກນິກຂອງສະຖາບັນອອກແບບເຄຫາສະຖານຜັງເມືອງ ແລະ ກິດຈະການການຜະລິດ ແລະ ໄປຮຽນວິຊາສະເພາະທາງດ້ານກໍ່ສ້າງເຄຫາຜັງເມືອງ ທີ່ອະດີດສະຫະພາບໂຊຫວຽດ.

ປີ 1987 ຖືກແຕ່ງຕັ້ງ ເປັນຫົວໜ້າຫ້ອງການເຄຫາ ແລະ ວັດສະດຸກໍ່ສ້າງຂອງສະຖາບັນຄົ້ນຄວ້າເຕັກນິກ ແລະ ຜັງເມືອງ, ປີ 1992 ຖືກແຕ່ງຕັ້ງ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າຜັງເມືອງ, ປີ 1995 ຖືກແຕ່ງຕັ້ງ ເປັນຫົວໜ້າສະຖາບັນຄົ້ນຄວ້າຜັງເມືອງ.

ປີ 1997 ໄປຮຽນຕໍ່ປະລິນຍາຕີ ວິຊາຄຸ້ມຄອງສິ່ງແວດລ້ອມຕົວເມືອງຢູ່ປະເທດຝຣັ່ງ, ປີ 2000 ໄປຮຽນຕໍ່ ປະລິນຍາໂທດ້ານຄຸ້ມຄອງຕົວເມືອງຢູ່ປະເທດໄທ, ປີ 2005 ເປັນຄະນະພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຫົວໜ້າສະຖາບັນຄົ້ນຄວ້າຜັງເມືອງ ແລະ ຖືກແຕ່ງຕັ້ງ ໃຫ້ຊີ້ນຳ ບັນດາວຽກງານທີ່ສຳຄັນ ທາງດ້ານເຄຫາຜັງເມືອງ ເປັນຮອງປະທານສະມາຄົມສະຖາປະນິກ-ວິສະວະກຳກໍ່ສ້າງລາວ ແລະ ຖືກແຕ່ງຕັ້ງໃຫ້ເປັນຄະນະຊີ້ນຳບັນດາວຽກງານເຄຫາຜັງເມືອງ ທີ່ສຳຄັນລະດັບຊາດ.

ປີ 2007 ໄປຍົກລະດັບທິດສະດີ ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ປີ 2009 ໄປຍົກລະດັບປະລິນຍາໂທ ສາຂາການວາງແຜນສະພາບແວດລ້ອມຜັງເມືອງ ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ປີ 2009 ເປັນເລຂາຄະນະພັກຮາກຖານ ຫົວໜ້າພະແນກໂຍທາທິການ-ຂົນສົ່ງ ນະຄອນຫຼວງວຽງຈັນ, ປີ 2010 ເປັນຄະນະປະຈຳພັກ ຫົວໜ້າພະແນກໂຍທາທິການ-ຂົນສົ່ງ ນະຄອນຫຼວງວຽງຈັນ

ປີ 2012 ເປັນຄະນະປະຈຳພັກນະຄອນຫຼວງ ເປັນຮອງເຈົ້າຄອງນະຄອນຫຼວງ ຊີ້ນຳດ້ານວຽກງານພື້ນຖານໂຄງລ່າງ, ປີ 2015 ຈົນຮອດມື້ເສຍຊີວິດ ເປັນຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ເປັນຜູ້ຊີ້ນຳວຽກງານເສດຖະກິດ ແລະ ພັດທະນາຕົວເມືອງ.

ນອກຈາກນີ້ ທ່ານ ຍັງໄດ້ໄປຍົກລະດັບ ວິຊາສະເພາະຢູ່ຫຼາຍປະເທດ ແລະ ສາມາດເວົ້າ ພາສາ ຕ່າງປະເທດ ໄດ້ໃນລະດັບດີ 3 ພາສາ ຄື: ອັງກິດ ຝຣັ່ງ ແລະ ຣັດເຊຍ, ຕະຫຼອດໄລຍະການເຄື່ອນໄຫວ ທ່ານ ແກ້ວພິລາວັນ ອາໄພລາດ ແມ່ນເປັນນັກປັນຍາຊົນປະຕິວັດ ມີຄວາມຊຳນານດ້ານເຄຫາຜັງເມືອງ ທີ່ເລີ່ມຈາກວິຊາການຈົນກ້າວໄປເປັນນັກຊ່ຽວຊານ ສະຫາຍເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ຮັບມອບໝາຍເປັນຢ່າງດີ.

ສະຫາຍໄດ້ມີແບບແຜນດຳລົງຊີວິດທີ່ປອດໃສ ລຽບງ່າຍ ມີຄວາມສາມັກຄີ ມີທັດສະນະທະຫາຊົນຢ່າງກວ້າງຂວາງ ໄດ້ຮັບຄວາມຮັກແພງຈາກເພື່ອສະຫາຍ ແລະ ພະນັກງານລັດຖະກອນເປັນຢ່າງດີ ທັງເປັນແບບຢ່າງທີ່ດີໃນການສຶກສາອົບຮົມລູກຫຼານ ໃຫ້ສຶກສາຮ່ຳຮຽນສຳເລັດ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງພັກ-ລັດ.

ຜ່ານການຈັດຕັ້ງປະຕິບັດວຽກງານ ແລະ ຄຸນງາມຄວາມດີຂອງ ທ່ານ ແກ້ວພິລາວັນ ອາໄພລາດ ພັກ ແລະ ລັດຖະບານ ໄດ້ໃຫ້ການ ຍ້ອງຍໍສັນລະເສີນ ເພື່ອເປັນການຢັ້ງຢືນຜົນງານ ດັ່ງນີ້: ຫຼຽນໄຊອິດສະຫຼະ ຊັ້ນ 2 ( 1 ໜ່ວຍ ), ຫຼຽນໄຊແຮງງານ ຊັ້ນ 1 ( 1 ໜ່ວຍ ), ຫຼຽນໄຊແຮງງານ ຊັ້ນ 2 ( 8 ໜ່ວຍ ), ຫຼຽນໄຊແຮງງານ ຊັ້ນ 3 ( 1 ໜ່ວຍ ), ຫຼຽນກາແຮງງານ ( 6 ໜ່ວຍ ) ນອກຈາກນີ້ ສະຫາຍ ຍັງໄດ້ຮັບໃບຍ້ອງຍໍ ຈາກ ລັດຖະບານ ກະຊວງ ແລະ ນະຄອນຫຼວງວຽງຈັນ ຈຳນວນ 35 ໃບ.

ຕະຫຼອດໄລຍະ ທີ່ສຸຂະພາບຮ່າງກາຍຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຊຸດໂຊມ ແລະ ເຈັບເປັນ ການຈັດຕັ້ງ ພ້ອມດ້ວຍຄອບຄົວ ຍາດຕິພີ່ນ້ອງ ແພດໝໍ ກໍ່ໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ເພື່ອຊ່ວຍກອບກູ້ເອົາຊີວິດຂອງເພິ່ນ ແຕ່ດ້ວຍພະຍາດທີ່ໜັກໜ່ວງ ຈິ່ງບໍ່ສາມາດຊ່ວຍເອົາຊີວິດຂອງສະຫາຍໄວ້ໄດ້ ແລະ ໄດ້ສິ້ນລົມຫາຍໃຈ ໃນເວລາ 6:10 ໂມງ ຂອງວັນທີ 7 ມີຖຸນາ 2019 ລວມອາຍຸ 62 ປີ.

ຈາກ: Vientiane Mai