ວັນທີ 14-16 ມິຖຸນານີ້ ທົ່ວທຸກພາກຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມລົມພັດແຮງ

86

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດ ໃນໄລຍະວັນທີ 10 ຫາ 13 ມິຖຸນາ 2019ວ່າ:  ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະປົກຄຸມຢຸ່ທຸກພາກຂອງປະເທດລາວ ດ້ວຍກຳລັງອອ່ນ ຫາປານກາງ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຈາກນັ້ນວັນທີ 14 ຫາ 16 ມິຖຸນາ 2019 ຄວາມກົດດັນຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນສືບຕໍ່ປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກເປັນບາງໂອກາດ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄໍ່າ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ในภาพอาจจะมี ต้นไม้ และสถานที่กลางแจ้ง

 

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຈະຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ. ຈາກນັ້ນວັນທີ 14 ຫາ 16 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ.

     ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຮ້ອນໃນຕອນບ່າຍ ພ້ອມຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 14 ຫາ 16 ມິຖຸນາ ຝົນຈະຕົກໃນລະດັບຄ່ອຍຢູ່ທົ່ວໄປ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

 

     ພາກກາງ: ໃນໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນ, ວັນທີ 14 ຫາ 16 ມິຖຸນາ ຝົນຈະຕົກໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 35-37 ອົງສາ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 10 ຫາ 16 ມິຖຸນາ 2019 ອາກາດຮ້ອນໃນຕອນບ່າຍ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 27-29 ອົງສາ

 

ในภาพอาจจะมี ต้นพืช, ต้นไม้, ดอกไม้, สถานที่กลางแจ้ง และธรรมชาติ

 

ພາກໃຕ້: ໃນໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຍັງຈະຮ້ອນຂຶ້ນຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ຈາກນັ້ນວັນທີ 14 ຫາ 16 ມິຖຸນາ ຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 23-25  ອົງສາ ແລະ ສູງສຸດ 35-37 ອົງສາ.

     ສະເພາະເຂດພູພຽງບໍລິເວນ: ໃນໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 25-27 ອົງສາ.

 

ในภาพอาจจะมี ต้นไม้, สะพาน, ต้นพืช, ท้องฟ้า และสถานที่กลางแจ้ง

 

     ນະຄອນຫຼວງວຽງຈັນ: ໄລຍະວັນທີ 10 ຫາ 13 ມິຖຸນາ 2019 ອາກາດຍັງຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ.​ ຈາກນັ້ນວັນທີ 14 ຫາ 16 ມິຖຸນາ ຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 26-28 ອົງສາ ແລະ ສູງສຸດ 35-37 ອົງສາ.