ສປປ ລາວ ສືບຕໍ່ສະໜັບສະໜູນ ຕີມໍ ເລັສເຕ ເຂົ້າເປັນສະມາຊິກອາຊຽນ

43

ໃນວັນທີ 7 ມິຖຸນາ 2019 ຜ່ານມາ ທ່ານ ດິໂອນິຊິໂອດາ ຄອສ໌ຕາບາໂບ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືແຫ່ງ ສປ ຕີມໍ ເລັສເຕ ໄດ້ໃຫ້ສຳພາດແກ່ສື່ມວນຊົນລາວ ກ່ຽວກັບບັນດາມາດຖານເງື່ອນໄຂ ແລະ ບົດບາດຂອງ ສປປ ລາວ ສະໜັບສະໜູນ ສປ ຕີມໍ ເລັສເຕ ເຂົ້າເປັນສະມາຊິກອາຊຽນ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການລະຫວ່າງວັນທີ  6 – 7 ມິຖຸນາ 2019 ນີ້.

ທ່ານ ດິໂອນິຊິໂອດາ ຄອສ໌ຕາບາໂບ ໄດ້ໃຫ້ສຳພາດວ່າ: ຫຼັງຈາກທີ່ທັງສອງປະເທດໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານວິຊາການ, ການຮ່ວມມືສອງຝ່າຍແມ່ນເປັນໄປໃນທາງທີ່ດີ ແລະ ແໜ້ນແຟ້ນຍິ່ງຂຶ້ນ ໂດຍຜ່ານການເດີນທາງຢ້ຽມຢາມ ແລະ ຂອງການນຳສອງປະເທດ. ການທີ່ ສປ ຕີມໍ ເລັສເຕ ມີຄວາມຈຳເປັນ ແລະ ມີເງື່ອນໄຂໃນການເຂົ້າເປັນສະມາຊິກອາຊຽນ ແມ່ນປະເທດເຮົາມີທີ່ຕັ້ງຕິດກັບປະເທດອິນໂດເນເຊຍ ເຊິ່ງເປັນປະເທດສະມາຊິກອາຊຽນ  ແລະ ໄດ້ຍື່ນໜັງສືສະເໜີຂໍເປັນສະມາຊິກອາຊຽນ ໃນປີ 2011 ແລະ ນັບແຕ່ນັ້ນມາເປັນເວລາ 8 ປີ ກໍຍັງບໍ່ໄດ້ຮັບເຂົ້າເປັນສະມາຊິກອາຊຽນເທື່ອ.

ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອພົບປະກັບການນຳຂອງ ສປປ ລາວ ແລະ ໃນການພົບປະການຕ້ອນຮັບຢ່າງອົບອຸ່ນ ແລະ ຂ້າພະເຈົ້າໄດ້ຮັບໄດ້ໃຫ້ຄຳໝັ້ນສັນຍາໃນການສືບຕໍ່ສະໜັບສະໜູນການເຂົ້າເປັນສະມາຊິກອາຊຽນຂອງ ສປ ຕີມໍ   ເລັສເຕ ເຊິ່ງລັດຖະບານແຫ່ງ ສປ ຕີມໍ ເລັສເຕ ຫວັງຢ່າງຍິ່ງວ່າກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງຕໍ່ໄປນີ້ຜູ້ນຳບັນດາປະເທດອາຊຽນຈະມີຂໍ້ຕົກລົງເຫັນດີຮັບເອົາປະເທດ ຕີມໍ ເລັສເຕ ເຂົ້າເປັນສະມາຊິກອາຊຽນ ເປັນປະເທດທີ 11.

ເຖິງວ່າ ສປປ ລາວ ຈະເປັນປະເທດສະມາຊິກໃໝ່ແຕ່ກໍເປັນສະມາຊິກຖາວອນຂອງອາຊຽນ ເຊິ່ງມີສິດເທົ່າທຽມກັບບັນດາປະເທດສະມາຊິກອື່ນ, ລະບົບການເຮັດວຽກຂອງອາຊຽນ ແມ່ນເປັນລະບົບທີ່ບັນດາປະເທດຕ້ອງຮ່ວມກັນຕົກລົງເຫັນດີ, ພວກເຮົາໝັ້ນໃຈວ່າຄວາມຕັ້ງໃຈ ໃນການເຂົ້າເປັນສະມາຊິກອາຊຽນ ຈະສົ່ງໄປເຖິງບັນດາປະເທດສະມາຊິກອາຊຽນອື່ນໆ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ຕີມໍ ເລັສເຕ ຂໍໃຫ້ຄຳໝັ້ນສັນຍາວ່າຖ້າຫາກ ໄດ້ເຂົ້າເປັນສະມາຊິກອາຊຽນ ພວກເຮົາຈະປະກອບສ່ວນ ແລະ ພ້ອມທີ່ຈະສະໜັບສະໜູນອາຊຽນໃນທຸກໆດ້ານ.

ນອກນັ້ນ, ສປປ ລາວ ຍັງເຄີຍເປັນປະທານອາຊຽນເຖິງສອງຄັ້ງ, ແລະ ໄດ້ເປັນເຈົ້າພາບຈັດບັນດາກອງປະຊຸມລະດັບສາກົນ ເຊິ່ງຍ້ອນສາເຫດນີ້ລັດຖະບານ ຕີມໍ ເລັສເຕ ຈຶ່ງໄດ້ສ້າງສະຖານທູດແຫ່ງ ສປ ຕີມໍ ເລັສເຕ ປະຈຳ ສປປ ລາວ ແລະ ບັນດາປະເທດອາຊຽນອື່ນໆ ເພື່ອສະແດງໃຫ້ເຫັນວ່າ ຕີມໍ ເລັສເຕ ໄດ້ໃຫ້ຄຳໝັ້ນສັນຍາ ແລະ ສະໜັບສະໜູນບັນດາປະເທດສະມາຊິກອາຊຽນໃນຂອບເຂດພະຫຸພາຄີ. ສະນັ້ນ, ພວກເຮົາເຊື່ອວ່າຈະໄດ້ຮັບການສະໜັບສະໜູນຈາກ ສປປ ລາວ ແລະ ບັນດາປະເທດສະມາຊິກອາຊຽນ.

ການຮ່ວມມືສອງຝ່າຍ ລາວ – ຕີມໍ ໃນໄລຍະຜ່ານມາແມ່ນເປັນໄປໃນທາງທີ່ດີຫຼາຍດ້ານ ເຊັ່ນ: ດ້ານກະສິກຳ, ການທ່ອງທ່ຽວ, ການສຶກສາ ແລະ ການສ້າງຂີດຄວາມສາມາດໃນການຮັບຮູ້ ກ່ຽວກັບການພັດທະນາຂອງສອງປະເທດເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ເຖິງວ່າ ຕີມໍ ເລັສເຕ ຍັງເປັນປະເທດໃໝ່ທີ່ໄດ້ເລີ່ມມີການພັດທະນາໃນປີ 2011 ແລະ ຕັ້ງເປົ້າຈະເປັນປະເທດທີ່ມີລາຍໄດ້ປານກາງພາຍໃນປີ 2030 ເຊິ່ງໄດ້ຖືເອົາການພັດທະນາຂອງ ສປປ ລາວ ມາເປັນຕົ້ນແບບໃນການພັດທະນາປະເທດ ເປັນຕົ້ນການສ້າງຖະໜົນ ແລະ ເສັ້ນທາງລົດໄຟທີ່ໃຊ້ເຊື່ອມຕໍ່ກັບບັນດາປະເທດໃນອາຊຽນ.

ໃນດ້ານກະສິກຳ ລາວກໍເປັນປະເທດໜຶ່ງທີ່ສົ່ງອອກເຂົ້າສານ, ແຜ່ນແພ ແລະ ເປັນທີ່ຮູ້ຈັກຂອງຕ່າງປະເທດໃນເລື່ອງອາຫານ, ສະຖານທີ່ທ່ອງທ່ຽວ ແລະ ອຸດສາຫະກຳທ່ອງທ່ຽວກໍມີການພັດທະນາ ຕີມໍ ເລັສເຕ ກໍມີສິ່ງຄ້າຍຄືກັບ ສປປ ລາວ ເຊິ່ງພວກເຮົາກໍໄດ້ສົ່ງອອກກາເຟ, ອາຍແກ໊ສທຳມະຊາດ, ນ້ຳມັນ ແລະ ຊັບພະຍາກອນທຳມະຊາດອື່ນໆເຊັ່ນດຽວກັນ ລວມໄປເຖິງພູມສັນຖານຂອງສອງປະເທດທີ່ຕັ້ງຢູ່ເຂດພູສູງ ແລະ ຄວາມຄ້າຍຄືກັນນີ້ເປັນສິ່ງສຳຄັນຫຼາຍໃນການແລກປ່ຽນບົດຮຽນ ເພື່ອນຳໄປສູ່ການຮ່ວມມືທີ່ມີປະສິດທິພາບຂອງທັງສອງຝ່າຍ. ນອກນັ້ນ, ການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຍັງໄດ້ປຶກສາຫາລືກ່ຽວກັບການນຳເຂົ້າ ແລະ ສົ່ງອອກຜະລິດຕະພັນກະສິກຳກໍຄືສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂອງທັງສອງປະເທດມີການຕິດຕໍ່ເຊິ່ງກັນ ແລະ ກັນ ເພື່ອທີ່ຈະນຳໄປສູ່ການເລີ່ມຕົ້ນການຮ່ວມມືຂອງຫົວໜ່ວຍທຸລະກິດໃນດ້ານກະສິກຳໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )