ເສຍຊີວິດ 1 ຄົນ ເຮລິຄອບເຕີ ຕົກເທິງດາດຟ້າຕຶກເຂດແມນຮັດຕັນ

47

ຍົນເຮລິຄອບເຕີຕົກເທິງດາດຟ້າຕຶກໃນເຂດແມນຮັດຕັນ ນະຄອນນິວຢອກ ເມື່ອວັນຈັນ ຜ່ານມາລະຫວ່າງສະພາບອາກາດທີ່ຝົນຕົກ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ.

ສໍານັກຂ່າວຣອຍເຕີລາຍງານຈາກນະຄອນນິວຢອກ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 11 ມິຖຸນາ ວ່າ ໜ່ວຍງານດັບເພີງນະຄອນນິວຢອກ ຖະແຫຼງວ່າ ຍົນເຮລິຄອບເຕີ ລໍາໜຶ່ງຕົກລົງໃສ່ເທິງດາດຟ້າຂອງຕຶກ AXA Equitable Center ຕັ້ງຢູ່ເລກທີ 787 ຖະໜົນສາຍທີ 7 ເຂດແມນຮັດຕັນ ຂອງນະຄອນນິວຢອກ ເມື່ອເວລາປະມານ 14:00 ໂມງ ຂອງວັນຈັນ ທີ 10 ມິຖຸນາ ຕາມເວລາທ້ອງຖິ່ນ ກົງກັບເວລາ 01:00 ໂມງ ຂອງວັນອັງຄານ ທີ 11 ມິຖຸນາ ຕາມເວລາໃນປະເທດລາວ ກໍາລັງເຈົ້າໜ້າທີ່ໜ່ວຍສຸກເສີນທັງລົດດັບເພີງ, ລົດໂຮງໝໍ ແລະ ລົດສາຍກວດຂອງຕໍາຫຼວດເລັ່ງມາເຖິງພື້ນທີ່ເກີດເຫດ ເຊິ່ງຢູ່ບໍ່ໄກຈາກຕຶກຈະຕຸລັດ ທາມສ໌ ສະແຄວ ທາງທິດເໜືອ ລະຫວ່າງສະພາບອາກາດທີ່ມີຝົນຕົກລົງມາ ແລະ ກຸ່ມຄວັນລອຍຂຶ້ນມາຈາກດາດຟ້າຕຶກດ້ວຍ.

ในภาพอาจจะมี 4 คน

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຕາມລາຍງານຂອງສື່ມວນຊົນທ້ອງຖິ່ນລະບຸວ່າ ພົບຜູ້ເສຍຊີວິດແລ້ວ 1 ຄົນ ເຊິ່ງເປັນນັກບິນຂອງເຮລິຄອບເຕີລໍາດັ່ງກ່າວ.

ທ່ານແອນດຣູ ຄົວໂມ ຜູ້ວ່າການລັດນິວຢອກເປີດເຜີຍກັບນັກຂ່າວໃນທີ່ເກີດເຫດວ່າ ເຫດການຄັ້ງນີ້ ຄາດວ່ານັກບິນພະຍາຍາມທີ່ຈະບັງຄັບໃຫ້ເຮລິຄອບເຕີລົງຈອດສຸກເສີນເທິງດາດຟ້າຕຶກດັ່ງກ່າວ ສ່ວນຄົນທີ່ຢູ່ພາຍໃນຕຶກກໍ່ບໍ່ມີໃຜໄດ້ຮັບບາດເຈັບ ແລະ ຍັງບໍ່ຮູ້ລາຍລະອຽດຊັດເຈນວ່າ ສະພາບອາກາດເປັນປັດໄຈສໍາຄັນທີ່ເຮັດໃຫ້ເຮລິຄອບເຕີຕົກເທິງດາດຟ້າຕຶກ ຫຼື ບໍ່.

ในภาพอาจจะมี ท้องฟ้า, เมฆ, เครื่องบิน และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ໜ່ວຍງານດັບເພີງນິວຢອກຖະແຫຼງຢືນຢັນວ່າ ສາມາດຄວບຄຸມໄຟທີ່ເກີດຈາກເຮລິຄອບເຕີຕົກເທິງດາດຟ້າຕຶກໄວ້ໄດ້ແລ້ວ ນອກຈາກນັ້ນ, ຕຶກທີ່ເກີດເຫດຍັງເປັນທີ່ຕັ້ງຂອງຫຼາຍບໍລິສັດຕ່າງໆ ເຊິ່ງກໍ່ໄດ້ມີການອົບພະຍົບຄົນໃນຕຶກອອກມາເພື່ອຄວາມປອດໄພແລ້ວ.

ในภาพอาจจะมี ตึกระฟ้า, ท้องฟ้า และสถานที่กลางแจ้ง