ແຈ້ງຂ່າວດີ! ໃຜມີບັນຫາສາຍຕາມາກວດ ແລະ ຜ່າຕັດຟຣີ ທີ່ອາດສະພັງທອງ

105

ແຈ້ງຂ່າວດີ ສຳລັບພີ່ນ້ອງຊາວແຂວງ ສະຫວັນນະເຂດ ໂດຍສະເພາະປະຊາຊົນພາຍໃນເມືອງອາດສະພັງທອງ ແລະ ເຂດໃກ້ຄຽງທີ່ມີບັນຫາກ່ຽວກັບສາຍຕາ ສາມາດກວດພະຍາດຕາ ແລະ ຜ່າຕັດພະຍາດແກ່ນຕາຂຸ້ນໂດຍບໍ່ໄດ້ເສຍຄ່າ ຈາກທີມງານຊ່ຽວຊານຕາ ຂະແໜງຕາ ແຂວງ ສະຫວັນນະເຂດ ທີ່ໂຮງໝໍເມືອງ ອາດສະພັງທອງ ເລີ່ມແຕ່ວັນທີ 14-15 ມິຖຸນາ 2019 ນີ້.

 

 

ເຊິ່ງແຈ້ການລະບຸວ່າ: ໃຫ້ບັນດານາຍບ້ານ ບ້ານຕ່າງໆ ພາຍໃນເມືອງອາດສະພັງທອງ ແຈ້ງລູກບ້ານຂອງຕົນ ຈະມີທີມງານຊ່ຽວຊານຕາ ຈາກຂະແໜງຕາ ແຂວງສະຫວັນນະເຂດ ລົງມາກວດພະຍາດຕາຟຣີ ແລະ ຜ່າຕັດພະຍາດແກ່ນຕາຂູ້ນໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ທີ່ໂຮງໝໍເມືອງ ອາດສະພັງທອງ ໃນວັນທີ 14-15 ມິຖຸນາ 2019 ເປັນເວລາ 02 ວັນ ເຊິ່ງຈະເລີ່ມລົງທະບຽນນັບແຕ່ເວລາ 8:00 ໂມງ ທີ່ໂຮງໝໍດັ່ງກ່າວ, ຜູ້ໃດມີບັນຫາສາມາດໄປບໍລິການໄດ້ເລີຍ!!!!