ແຈ້ງດ່ວນ! ພະນັກງານແພດ ຮ່ວມສອບເສັງຮຽນຕໍ່ຫຼັກສູດການແພດຊ່ຽວຊານຂັ້ນ I

127

ເປັນຂ່າວດີ ສຳລັບພະນັກງານທີ່ຈົບການແພດ ທີ່ມີຄວາມສົນໃຈຢາກຮຽນຕໍ່ຫຼັກສູດການແພດຊ່ຽວຊານຂັ້ນ I ໃນສາຂາຕ່າງໆ ແລະ ລົງເລິກຂະແໜງສາຂາລະບົບຫາຍໃຈ ເນື່ອງຈາກກົມການສຶກສາ, ກະຊວງສາທາລະນະສຸກ ໄດ້ອອກໜັງສືແຈ້ງການ ສະບັບເລກທີ 791/ກສສ ລົງວັນທີ 11 ມິຖຸນາ 2019 ເລື່ອງ ຄັດເລືອກພະນັກງານເຂົ້າຮ່ວມການສະໝັກສອບເສັງຄັດເລືອກຮຽນຕໍ່ຫຼັກສູດແພດຊ່ຽວຊານຂັ້ນ I ສາຂາຕ່າງໆ ແລະ ລົງເລິກຂະແໜງສາຂາລະບົບຫາຍໃຈ ທີ່ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ສົກສຶກສາ 2019-2020.

 

ເປັນພຽງພາບປະກອບຂ່າວ

 

ເຊິ່ງແຈ້ງການລະບຸວ່າ: ກົມການສຶກສາ, ກະຊວງສາທາລະນະສຸກ ມີຄວາມຍິນດີແຈ້ງມາຍັງທ່ານ ເພື່ອຄັດເລືອກພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ ມີຄວາມສົນໃຈສະໝັກເຂົ້າຮ່ວມການສອບເສັງຄັດເລືອກ ເພື່ອຮຽນຕໍ່ຫຼັກສູດແພດຊ່ຽວຊານຂັ້ນ I ມີ 10 ສາຂາວິຊາເຊັ່ນ: ສາຂາສັນລະຍະສາດ, ອາຍຸລະສາດ, ກຸມມານເວດສາດ, ນາລີເວດ-ສູຕິສາດ, ຈັກຂຸວິທະຍາ, ລັງສີ ແລະ ຮູບພາບການແພດ, ວາງຢາສະຫຼົບ-ຟື້ນຟູຊີບ, ການແພດສຸກເສີນ, ສາຂາຊີວະການແພດ, ສາຂາ ຫູຄໍດັງ ແລະ ລົງເລິກຂະແໜງສາຂາຫາຍໃຈ ທີ່ຄະນະແພດສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສົກສຶກສາ 2019-2020.

 

ເປັນພຽງພາບປະກອບຂ່າວ

ເຊິ່ງເງື່ອນໄຂຂອງຜູ້ສະໝັກ ທີ່ຈະສອບເສັງເຂົ້າຮຽນແພດຊ່ຽວຊານຂັ້ນ I ຕ້ອງຂົບປະພລິນຍາຕີການແພດ, ເປັນພະນັກງານລັດ ມີປະສົບການເຮັດວຽກຢ່າງໜ້ອຍ 02 ປີ ແລະ ເຮັດວຽກວິຊາການທີ່ກ່ຽວຂ້ອງກັບວິຊາທີ່ຈະສະໝັກ.  ສຳລັບຜູ້ທີ່ຈະສອບເສັງເຂົ້າຮຽນແພດຊ່ຽວຊານຂັ້ນ I ສາຂາ ຊີວະການແພດ ຕ້ອງຈົບປະລິນຍາຕີການແພດ, ປະລິນຍາເຕັກນິກການແພດ, ປະລິນຍາຕີ ເພສັຊສາດ ເປັນພະນັກງານຂອງລັດ ມີປະສົບການການເຮັດວຽກຢ່າງໜ້ອຍ 02 ປີ ແລະ ເຮັດວຽກທີ່ກ່ຽວຂ້ອງກັບວິຊາທີ່ຈະສະໝັກ; ສ່ວນຜູ້ທີ່ຈະສອບເສັງເຂົ້າຮຽນ ລົງເລິກຂະແໜງສາຂາ ລະບົບຫາຍໃຈ ຕ້ອງຈົບປະລິນຍາຕີການແພດ, ເປັນພະຍນັກງານລັດ ມີປະສົບການເຮັດວຽກຢ່າງໜ້ອຍ 02 ປີ ແລະ ເຮັດວຽກວິຊາການທີ່ກ່ຽວຂ້ອງກັບວິຊາທີ່ຈະສະໝັກ.

 

ເປັນພຽງພາບປະກອບຂ່າວ

 

ວັນເວລາໃນການສອບເສັງມີດັ່ງນີ້: ແພດຊ່ຽວຊານຂັ້ນ I ມີ 10 ສາຂາເຊັ່ນ: ສາຂາ ສັນລະຍະສາດ (ພາຍນອກ) ແລະ ສາຂາ ອະຍຸລະສາດ (ພາຍໃນ) ແມ່ນວັນທີ  01 ກໍລະກົດ 2019; ສາຂາ ກຸມມານເວດສາດ (ເດັກ) ແລະ ສາຂາ ນາລີເວດ-ສຸຕິສາດ ແມ່ນວັນທີ  02 ກໍລະກົດ 2019ສາຂາ ຈັກຂຸວິທະຍາ ແລະ ສາຂາ ຊີວະການແພດ ແມ່ນວັນທີ  03 ກໍລະກົດ 2019; ສາຂາລັງສີ ແລະ ຮູບພາບການແພດ ແລະ ສາຂາ ວາງຢາສະຫຼົບ-ຟື້ນຟູຊີບ ແມ່ນວັນທີ  04 ກໍລະກົດ 2019 ແລະ ສາຂາ ການແພດສຸກເສີນ ແລະ ສາຂາ ຫູດັງຄໍ ແລະ ລົງເລິກຂະແໜງສາຂາລະບົບຫາຍໃຈ ແມ່ນວັນທີ  5 ກໍລະກົດ 2019.

ສ່ວນເອກະສານທີ່ຈະປະກອບເວລາຢື່ນສະໝັກ ປະກອບມີ ໃບນຳສົ່ງຈາກກົມມກອງທີ່ກ່ຽວຂ້ອງ; ໃບຄຳຮ້ອງສະໝັກຮຽນຕໍ່; ຊີວະປະຫວັດຂອງພະນັກງານຮຽນຕໍ່ (ຕາມແບບຂອງກົມການສຶກສາ ສາທາລະນະສຸກ); ສຳເນົາໃບປະກາສະນີຍະບັດ ແລະ ສຳເນົາໃບຄະແນນ ຈົບການສຶກສາ ລະດັບປະລິນຍາຕີ ແລະ ສຳເນົາ ຊີວະປະຫວັດລັດຖະກອນ.

 

ເປັນພຽງພາບປະກອບຂ່າວ

 

ໝາຍເຫດ: ຄ່າໃຊ້ຈ່າຍໃນເວລາສອບເສັງ ແລະ ການຮຽນ ແມ່ນມອບໃຫ້ກົມກອງກ່ຽວຂ້ອງເປັນຜູ້ຮັບຜິດຊອບທັງໝົດ. ພາຍຫຼັງຄັດເລືອກໄດ້ແລ້ວໃຫ້ນຳສົ່ງລາຍຊື່ ພ້ອມດ້ວຍເອກະສານ ທີ່ປະກອບມາຍັງກົມການສຶກສາ ສາທາລະນະສຸກ ກ່ອນວັນທີ 21 ມິຖຸນາ 2019 ຖ້າກາຍຖືວ່າສະຫຼະສິດ.