ຍັງເວລາອາທິດດຽວ!!!ໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຍານພາຫະນະ ລົງທະບຽນແຈ້ງພາສີປະຕູດຽວ

0
121

ບັນດາ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກຍານພາຫະນະ ຮີບຝ້າວລົງທະບຽນລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວດ່ວນ ບໍ່ໃຫ້ກາຍວັນທີ 23 ມິຖຸນາ 2019 ເພາະວ່າ ເພື່ອທັນກັບກຳນົດການນຳໃຊ້ຕາມທາງການກຳນົດໄວ້ ແຕ່ວັນທີ 24 ມິຖຸນາເປັນຕົ້ນໄປ.

ອີງຕາມແຈ້ງການ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ກົມນໍາເຂົ້າ ແລະ ສົ່ງອອກ, ຕາມແຈ້ງການຂອງກົມພາສີ ເລກທີ 04146/ກພສ, ລົງວັນທີ 23 ພຶດສະພາ 2019 ກ່ຽວການຊໍາລະລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼືLNSW) ເຂົ້າໃນການນໍາເຂົ້າສິນຄ້າປະເພດພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ1.

ໂດຍໃຫ້ບັນດາ ບໍລິສັດ ນໍາເຂົ້າ ແລະ ສົ່ງອອກຍານພາຫະນະທຸກປະເພດ ນໍາໃຊ້ລະບົບການຊໍາລະລະບົບແຈ້ງພາສີປະຕູດຽວ ເລີ່ມແຕ່ວັນທີ 24 ພຶດສະພາ 2019 ເປັນຕົ້ນໄປ ສໍາລັບບໍລິສັດໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ລະບົບແຈ້ງພາສີປະຕູດຽວເທື່ອ ແມ່ນໃຫ້ຮີິບຮ້ອນລົງທະບຽນນໍາໃຊ້ ໂດຍສະເໜີຫາ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ເພື່ອສະໝັກຂໍຝຶກອົບຮົມ ແລະ ລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວ ໂດຍດາວໂຫລດເອົາແບບຟອມໄດ້ໃນເວບໄຊ www.prod.laonsw.net ຫຼື ເວບໄຊ www.laotradeportal.gov.la ບໍ່ໃຫ້ກາຍວັນທີ 23 ມິຖຸນາ 2019.

ນັບຕັ້ງແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ ຜ່ານຂົວມິດຕະພາບດ່ານສາກົນ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຕ່າງໆຜ່ານລະບົບແຈ້ງພາສີປະຕູດຽວ (LNSW).

ສໍາລັບການນໍາເຂົ້າ ແລະ ສົ່ງອອກດ່ານພາສີອື່ນໆ ແມ່ນ ສາມາດສືບຕໍ່ ການນໍາໃຊ້ລະບົບເຈ້ຍແບບເກົ່າກ່ອນ ຈົນກວ່າຈະມີແຈ້ງການເພີ່ມເຕີມ.

LEAVE A REPLY

Please enter your comment!
Please enter your name here