ດີໃຈນຳ ໄຟຟ້າຫົງສາຊ່ວຍ, ປະຊາຊົນມີຂົວເຂົ້າຫາເຂດການຜະລິດແລ້ວ

61

ປະຊາຊົນຊາວເມືອງຊຽງນຮ່ອນຊື່ນໃຈ ມີທາງທຽວໄປມາສະດວກສະບາຍເພີ່ມ ເມື່ອບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ມອບຂົວແຫ່ງທີ 2 ໃຫ້ກັບ ບ້ານດອນໄຈ ເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ເຊິ່ງປີກາຍ ໄດ້ມອບຂົວຂ້າມນໍ້າງື່ມ ໃຫ້ບ້ານທົ່ງກາບ ເມືອງຊຽງຮ່ອນ ຄັ້ງວັນທີ 8 ມິຖຸນາ 2018.

ຂົວຂ້າມນໍ້າງື່ມ

ພິທີມອບ-ຮັບຂົວຂ້າມໄປຫາເຂດທຳການຜະລິດ ແລະ ເສົາໄຟຟ້າແຮງສູງ 500 ກິໂລໂວນ ຈັດຂຶ້ນໃນວັນທີ 8 ມິຖຸນາ 2019 ໂດຍມີທ່ານ ລັດສະໜີ ຢູພານິດ ຜູ້ອຳນວຍການຝ່າຍປະຕິບັດການໂຮງໄຟຟ້າ, ທ່ານ ສຸລະໄຊ ປະດິດໄຊສະກຸນ ຜູ້ຈັດການພະແນກທຸລະການ ຝ່າຍ Corporate Services ແລະ ທ່ານ ຄົມເພັດ ແກ້ວພິລາ ຜູ້ຈັດການສ່ວນງານຊຸມຊົນສຳພັນ ພະແນກປະຊາສຳພັນ ຝ່າຍສື່ສານອົງກອນ ພ້ອມຄະນະເຂົ້າຮ່ວມມອບ ຂົວຂ້າມໄປຫາເຂດທຳການຜະລິດ ແລະ ເສົາໄຟຟ້າແຮງສູງ 500 ກິໂລໂວນ ມູນຄ່າ 210 ລ້ານກີບ ທີ່ ບ້ານດອນໄຈ ເມືອງຊຽງ ໃຫ້ກຽດເປັນຜູ້ຮັບມອບຂົວໂດຍ ທ່ານ ນູນ ສິງຄໍາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຊຽງຮ່ອນ ໂດຍມີນາຍບ້ານ, ຄະນະບ້ານ,ພະນັກງານ ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ແລະ ປະຊາຊົນ ເຂົ້າຮ່ວມເພື່ອເປັນສັກຂີພະຍານ.

ສຳລັບຂົວແຫ່ງນີ້, ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ໄດ້ມອບໃຫ້ກັບເມືອງຊຽງຮ່ອນ ເພື່ອໃຊ້ເປັນເສັ້ນທາງຄົມມະນາຄົມ ທີ່ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຜູ້ທີ່ມີການສັນຈອນໄປມາຕາມທ້ອງຖະໜົນ ລວມເຖິງປະຊາຊົນຜູ້ທີມີຄວາມໃນການນຳໃຊ້ເຂົ້າໄປທຳການຜະລິດໃນເຂດແນວສາຍສົ່ງໄຟຟ້າແຮງສູງ ທີ່ທາງຊຸມຊົນເປັນຜູ້ດູແລຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.

ຈາກ: ຂ່າວຈາກບໍລິສັດໄຟຟ້າຫົງສາຈຳກັດ.