ຕະຫຼາດນັດແຮງງານປີນີ້ ຕັ້ງເປົ້າສ້າງວຽກຫຼາຍກວ່າ 2 ພັນຕຳແໜ່ງ

105

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ລາວເວີນ ມະຫາຊົນ ກຽມຈັດງານຕະຫຼາດນັດແຮງງານ ປະຈຳປີ 2019 ຂຶ້ນໃນລະຫວ່າງວັນທີ 16 – 20 ຕຸລາ 2019 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ເພື່ອສ້າງເງື່ອນໄຂໃຫ້ຜູ້ປະກອບການທຸລະກິດ ແລະ ຜູ້ຊອກຫາວຽກເຮັດງານທຳໄດ້ມາພົບກັນ ແລະ ຈະເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ, ສົ່ງເສີມພັດທະນາສີມືແຮງງານ.

ງານຖະແຫຼງຂ່າວໄດ້ມີຂຶ້ນໃນວັນທີ 7 ມິຖຸນາ 2019 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ນວ ) ໂດຍການຖະແຫຼງຂອງ ທ່ານ ນາງ ລຳພອນ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ແລະ ທ່ານ        ສີບຸນທຳ ສີບຸນມີ ຜູ້ອຳນວຍການ ບໍລິສັດ ລາວເວີນ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມຂອງບັນດາຮອງເຈົ້າເມືອງຈາກ 9 ຕົວເມືອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ລຳພອນ ສີອັກຄະຈັນ ກ່າວວ່າ: ງານຕະຫຼາດນັດແຮງງານປີນີ້ ນອກຈາກຈະເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບການທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳໄດ້ມາພົບກັນແລ້ວຍັງເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ, ສົ່ງເສີມວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານເພື່ອຕອບສະໜອງສີມືແຮງງານທັງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກັບຫົວໜ່ວຍແຮງງານທັງພາຍໃນ ແລະ ຕ່າງປະເທດສາມາດຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງນະຄອນຫຼວງວຽງຈັນ ກໍຄືຂອງປະເທດ.

ສຳລັບຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດ ແລະ ອຳນວຍຄວາມສະດວກໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ, ການສົ່ງເສີມ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານທີ່ຕ້ອງການພັດທະນາສີມືແຮງງານ ສາມາດເຂົ້າເຖິງສະຖາບັນການສຶກສາຕ່າງໆ ເພື່ອຍົກລະດັບສີມືແຮງງານຂອງເຂົາເຈົ້າໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ, ເພື່ອໂຄສະນາຂໍ້   ມູນ – ຂ່າວສານຕະຫຼາດແຮງງານ, ທ່າອ່ຽງຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ ແລະ ຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນປະເທດ “ ທ່ານ ນາງ ລຳພອນ ສີອັກຄະຈັນ ກ່າວ ”.

ທ່ານກ່າວຕື່ມວ່າ: ພາຍໃນງານຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 5 ພັນກວ່າຄົນທີ່ມາທ່ຽວຊົມ,ຈະມີຜູ້ລົງທະບຽນສະໝັກງານຈຳນວນ 3 ພັນຄົນ. ໃນນີ້, ຈະມີຜູ້ໄດ້ຖືກສຳພາດ ແລະ ບັນຈຸເຂົ້າໃນຕໍາແໜ່ງງານວ່າງຂອງຫົວໜ່ວຍງານຈຳນວນ 300 – 400 ຄົນ ແລະ ຄາດວ່າຈະມີບັນດາຫົວໜ່ວຍແຮງງານ, ຜູ້ປະກອບການ, ໂຄງການ ແລະ ເຂດເສດຖະກິດພິເສດຮັບສະໝັກງານຫຼາຍກວ່າ 150 ຫ້ອງ ແລະ ມີຕໍາແໜ່ງວ່າງຫຼາຍກວ່າ 2 ພັນຕໍາແໜ່ງງານ.

ທ່ານ ສີບຸນທຳ ສີບຸນມີ ກ່າວວ່າ: ບໍລິສັດ ລາວເວີນ ມະຫາຊົນ ກໍຄືສູນການຄ້າ ລາວ – ໄອເຕັກ ໄດ້ມີການກຽມພ້ອມສະເໝີໃນການຮອງຮັບການຈັດງານ, ໃນປັດຈຸບັນພວກເຮົາກຳລັງເລັ່ງຟື້ນຟູບ່ອນທີ່ຖືກກະທົບຈາກເຫດການໄຟໃໝ້ໃນຄັ້ງຜ່ານມາ ແລະ ຈະສຳເລັດໃນວັນ 22 ມິຖຸນາ 2019 ນີ້ ແລະ ຈະໄດ້ເປີດຕ້ອນຮັບງານວາງສະແດງສິນຄ້າໃນວັນທີ 25 ມິຖຸນາ 2019. ເຖິງຢ່າງໃດກໍຕາມ, ທ່ານຍັງໄດ້ເຊີນຊວນບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ບໍລິສັດຈັດຫາງານ, ສູກຝຶກສີມືແຮງງານ, ສະຖາບັນຕ່າງໆ, ອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

( ຂ່າວ: ສົມລົດ; ຮູບ: ວິລະສັກ )