ຕໍ່ເວລາໃຫ້ຫົວເຫວີ່ຍ! ສໍານັກງານບໍລິຫານຂອງທໍານຽບຂາວຍື່ນເອກະສານໃຫ້ ທຣໍາ

46

ສໍານັກງານບໍລິຫານງົບປະມານທໍານຽບຂາວຮຽກຮ້ອງໃຫ້ປະທານາທິບໍດີໂດນັລ ທຣໍາ ຂະຫຍາຍໄລຍະເວລາຜ່ອນຜັນ ກ່ອນບັງຄັບໃຊ້ມາດຕະການຂວໍ້າບາດກັບບໍລິສັດຫົວເຫວີ່ຍຂອງຈີນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 9 ມິຖຸນາ ວ່າ ທ່ານຣັສສ໌ ວໍ ຮັກສາການຜູ້ອໍານວຍການສໍານັກງານບໍລິຫານ ແລະ ງົບປະມານທໍານຽບຂາວ (OMB: Office of Management and Budget) ສົ່ງເອກະສານເຖິງຮອງປະທານາທິບໍດີໄມຄ໌ ເພນຊ໌ ແລະ ສະມາຊິກລະດັບແກນນໍາຂອງສະພາຄອງເກຣສ ອີກ 9 ຄົນ ເມື່ອອາທິດ ຜ່ານມາ ມີສາລະສໍາຄັນ ວ່າ “ຂໍ້ຈໍາກັດບາງປະການ” ທີ່ປະທານາທິບໍດີໂດນັລ ທຣໍາ ຕ້ອງການບັງຄັບໃຊ້ກັບບໍລິສັດຫົວເຫວີ່ຍຂອງຈີນນັ້ນ ຄວນໄດ້ຮັບການຂະຫຍາຍໄລຍະເວລາຜ່ອນຜັນອອກໄປອີກ “ປະມານ 2 ປີ”  ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ທຸກຝ່າຍ ວ່າ ເມື່ອມາດຕະການຂວໍ້າບາດ ຫຼື ການຂຶ້ນບັນຊີດໍາ ວ່າ ມີຜົນຢ່າງເປັນທາງການແລ້ວ ແລະ ຈະເປັນການດໍາເນີນການຢ່າງມີປະສິດທິພາບ ໂດຍບໍ່ສົ່ງຜົນຕໍ່ສະຖຽນລະພາບດ້ານຄວາມໝັ້ນຄົງ.

ในภาพอาจจะมี หนึ่งคนขึ้นไป และข้อความ

ເຖິງວ່າສໍານັກງານຂອງຮອງຜູ້ນໍາສະຫະລັດຍັງບໍ່ສະແດງທ່າທີຕໍ່ຈົດໝາຍຂອງໂອເອັມບີ ແຕ່ ທ່ານສະຕີຟ ມະນູຊິນ ລັດຖະມົນຕີວ່າການກະຊວງການເງິນສະຫະລັດ ກ່າວລະຫວ່າງເຂົ້າຮ່ວມການປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານຂອງກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ເມືອງຟຸກຸໂອກະ ທາງພາກໃຕ້ຂອງຍີ່ປຸ່ນ ເມື່ອທ້າຍອາທິດ ທີ່ຜ່ານມາ ວ່າ ມີຄວາມເປັນໄປໄດ້ທີ່ລັດຖະບານວໍຊິງຕັນຈະຜ່ອນຜັນມາດຕະການກົດດັນຕໍ່ຫົວເຫວີ່ຍ ຖ້າການເຈລະຈາການຄ້າກັບລັດຖະບານປັກກິ່ງ ໃນຄັ້ງຕໍ່ໄປ “ມີຄວາມຄືບໜ້າ”.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

ທັງນີ້, ທຣໍາ ໄດ້ອາໄສອໍານາດພິເສດໃນຖານະຜູ້ນໍາຝ່າຍບໍລິຫານ ປະກາດ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ເມື່ອກາງເດືອນແລ້ວນີ້ ດ້ວຍເຫດຜົນປົກປ້ອງລະບົບໂຄງຂ່າຍອິນເຕີເນັດ ແລະ ເທັກໂນໂລຢີຂໍ້ມູນຂ່າວສານຂອງສະຫະລັດຈາກ “ການຮຸກຮານຂອງພາຍນອກ”  ໂດຍບໍ່ໄດ້ພາດພິງເຖິງປະເທດ ແລະ ບໍລິສັດໃດແບບເຈາະຈົງ ແຕ່ທຸກຝ່າຍຕີຄວາມໝາຍໄປໃນທິດທາງດຽວກັນວ່າ ໝາຍເຖິງບໍລິສັດຫົວເຫວີ່ຍ. ຢ່າງໃດກໍ່ຕາມ ຕໍ່ມາກະຊວງການຄ້າຂອງສະຫະລັດ ປະກາດ ມາດຕະການຜ່ອນຜັນເປັນໄລຍະ 90 ວັນ ຫຼື ຈົນຮອດວັນທີ 19 ສິງຫາ ນີ້ ເພື່ອເປີດໂອກາດໃຫ້ຫົວເຫວີ່ຍ ແລະ ຜູ້ປະກອບການໃນອາເມຣິກາຈັດການຂໍ້ຕົກລົງ ແລະ ຄວາມຮ່ວມມືທີ່ຍັງຄົງຄ້າງໃຫ້ແລ້ວສໍາເລັດ ແຕ່ກໍ່ມີການວິເຄາະເຊັ່ນກັນ ກ່ອນໜ້ານັ້ນແລ້ວວ່າ ອາດຈະມີການຕໍ່ເວລາເພື່ອຜ່ອນຜັນ.