ນໍ້າປະປາ ແຂວງໄຊຍະບູລີ ຕັ້ງເປົ້າເກັບລາຍຮັບໃຫ້ໄດ້ 14 ຕື້ກວ່າກີບ

55

ປີ 2018 ລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ສ້າງລາຍຮັບໄດ້ 13 ຕື້ ກວ່າກີບ ໄດ້ມອບພັນທະເຂົ້າງົບປະມານ 1,3 ຕື້ກີບ, ສ່ວນປີ 2019 ຈະສູ້ຊົນໃຫ້ບັນລຸ 14 ຕື້ກວ່າກີບ, ອັດຕາການບໍລິການທົ່ວແຂວງໃຫ້ກວມ 73%.

ອີງຕາມການເປີດເຜີຍຂໍ້ມູນຂອງ ບໍລິສັດ ລັດວິສາຫະກິດນໍ້າປະປາ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ອັດຕາສ່ວນພື້ນທີ່ບໍລິການໃນປີ 2018 ຜ່ານມາ ໄດ້ພຽງແຕ່ 64% ທຽບໃສ່ແຜນການປີປະຕິບັດບໍ່ໄດ້ຕາມແຜນການທີ່ຕັ້ງ 68% ເນື່ອງຈາກວ່າການເພີ່ມຂຶ້ນຂອງປະຊາກອນໃນພື້ນທີ່ບໍລິການແມ່ນເພີ່ມຂຶ້ນ, ແຕ່ກົງກັນຂ້າມການຕິດຕັ້ງກົງເຕີໝໍ້ແທກນໍ້າເພື່ອເພີ່ມຈຳນວນຜູ້ຊົມໃຊ້ມີໜ້ອຍ ຈຶ່ງເປັນການທ້າທາຍໃຫ້ແກ່ການດຳເນີນທຸລະກິດ ທີ່ຈະຕ້ອງມີແຜນປັບປຸງຂະຫຍາຍລະບົບສາຍທໍ່ໄປຫາເຂດຊຸມຊົນໜາແໜ້ນທີ່ມີເງື່ອນໄຂ ເພື່ອເພີ່ມອັດຕາສ່ວນພື້ນທີ່ບໍລິການໃຫ້ໄດ້ 73% ຕາມແຜນທີ່ຕັ້ງໄວ້ໃນປີ 2019.

ປັດຈຸບັນທົ່ວ     ແຂວງມີນໍ້າປະປານຳໃຊ້ແລ້ວ 9 ພື້ນທີ່ ເຊັ່ນ: ເມືອງໄຊຍະບູລີ, ປາກລາຍ, ຫົງສາ, ແກ່ນທ້າວ, ຊຽງຮ່ອນ, ທົ່ງມີໄຊ, ເມືອງພຽງ, ເມືອງເງິນ ແລະ ເມືອງຄອບ. ປີຜ່ານມາສາມາດຕິດຕັ້ງກົງເຕີນໍ້າໄດ້ 696 ໜ່ວຍ ເຊິ່ງປັດຈຸບັນມີກົງເຕີແທກນໍ້າທັງໝົດ 17.793 ໜ່ວຍ. ໃນນີ້, ປະຊາຊົນ ແລະ ພະນັກງານທົ່ວໄປຊົມໃຊ້ມີ 16.550 ໜ່ວຍ; ສຳນັກງານອົງການລັດ 492 ໜ່ວຍ, ບັນດາບໍລິສັດ, ທຸລະກິດໂຮງຈັກ – ໂຮງງານ 581 ໜ່ວຍ ແລະ ເຮືອນພັກໂຮງແຮມ ມີ 170 ໜ່ວຍ; ສາມາດຜະລິດນໍ້າໄດ້ທັງໝົດ 4 ລ້ານກວ່າແມັດກ້ອນ ແລະ ສົ່ງອອກຈາກໂຮງງານໄດ້ 4.030.809 ແມັດກ້ອນ, ຜະລິດນໍ້າຂາຍໄດ້ 3.105.491 ແມັດກ້ອນ, ນໍ້າສູນເສຍທຽບໃສ່ນໍ້າຜະລິດສົ່ງອອກຈາກໂຮງງານ 433.338 ແມັດກ້ອນ ແລະ ນໍ້າສູນເສຍທຽບໃສ່ນໍ້າຂາຍພິມບິນ 988.685 ແມັດກ້ອນ;

ປີ 2018 ສາມາດສ້າງລາຍຮັບໄດ້ທັງໝົດ 13,16 ຕື້ກີບ ຫຼືເທົ່າກັບ 92,46% . ໃນນີ້, ລາຍຮັບຄ່ານໍ້າ 11,8 ຕື້ກີບ, ຄ່າສ້ອມແປງ 80 ລ້ານກວ່າກີບ, ຄ່າຕິດຕັ້ງ 854 ລ້ານກ່ວາກີບ, ຫຼັງຫັກອາກອນກຳໄລໄດ້ 101 ລ້ານກວ່າກີບ, ມອບພັນທະໃຫ້ງົບປະມານອາກອນຕົວເລກທຸລະກິດ 1,3 ຕື້ກີບ, ອາກອນເງິນເດືອນ 109 ລ້ານກວ່າກີບ ປະຕິບັດໄດ້ເກີນແຜນທີ່ວາງໄວ້.

ປີ 2019 ນີ້ ແມ່ນຈະສູ້ຊົນຜະລິດນໍ້າໃນໂຮງງານໃຫ້ໄດ້ 5.224.262 ແມັດກ້ອນ, ສົ່ງນໍ້າອອກຈາກໂຮງງານ 4.701.616 ແມັດກ້ອນ, ຂາຍນໍ້າຈາກພິມບິນ 3.503.466 ແມັດກ້ອນ, ນໍ້າສູນເສຍໃນໂຮງງານ 522.646 ແມັດກ້ອນ, ນໍ້າສູນເສຍໃນລະບົບທໍ່ 1.198.150 ແມັດກ້ອນ; ຕິດຕັ້ງໝໍ້ແທກນໍ້າກົງເຕີໃຫ້ໄດ້ 580 ໜ່ວຍ ເຮັດໃຫ້ອັດຕາສ່ວນປົກຄຸມພື້ນທີ່ບໍລິການກວມ 73%, ສູ້ຊົນສ້າງລາຍຮັບໃຫ້ໄດ້ 14,66 ຕື້ກີບ, ຄ່າຕິດຕັ້ງ 832 ລ້ານກວ່າກີບ, ຄ່າສ້ອມແປງ 28 ລ້ານກວ່າກີບ ແລະ ຄ່າບົວລະບັດຮັກສາໝໍ້ແທກນໍ້າ 532 ລ້ານກວ່າກີບ ແລະ ຈະມີກຳໄລ 631 ລ້ານກວ່າກີບ, ດ້ານລາຍຈ່າຍຊື້ອຸປະກອນ ແລະ ສ້ອມແປງຕ່າງໆທັງໝົດໃນປີ 2019 ມີ 13,43 ຕື້ກີບ.

( ຂ່າວ: ບຸນທີ )