ເພາະສິ່ງເຫຼົ່ານີ້ ເປັນສາເຫດຂອງການອອກໃບຕາດິນຊໍ້າຊ້ອນ

74

ເລື່ອງບັນຫາທີ່ດິນ ຖືເປັນສິ່ງທີ່ຕິດພັນກັບການດໍາລົງຊີວິດ ພົວພັນກັບການເປັນຢູ່ຂອງປະຊາຊົນທຸກຄົນທີ່ໜ້າຕິດຕາມ ແລະ ໄດ້ຮັບຄວາມສົນໃຈຫຼາຍຈາກມວນຊົນ ໂດຍສະເພາະການອອກໃບທະບຽນທີ່ດິນຊໍ້າຊ້ອນ ມີຄຳຖາມອອກມາຫຼວງຫຼາຍຈົນຫຼາຍຄົນໄດ້ຖົກຖຽງກັນຍ້ອນເກີດຂຶ້ນຊຳເຮື້ອມາດົນ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດສຸດທີ VIII ຄັ້ງວັນທີ 10 ມິຖຸນາ 2019 ວ່າ: ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນ ສັງລວມໄດ້ ດັ່ງນີ້:

1 ກວດກາ ແລະ ການເກັບຂໍ້ມູນທີ່ດິນ ບໍ່ຊັດເຈນ.
2 ການເກັບກໍາຂໍ້ມູນເອກະສານທີ່ພົວພັນກັບທີ່ດິນ ຍັງບໍ່ເປັນລະບົບ.
3 ການອອກໃບຕາດິນ ບໍ່ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ເປັນຕົ້ນ ມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2003. ການອອກໃບຕາດິນ ບາງກໍລະນີ ບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນ ຊຶ່ງເປັນສາເຫດໜຶ່ງ ທີ່ພາໃຫ້ມີການນໍາເອົາເອກະສານທີ່ດິນ ໄປອອກໃບຕາດິນຊໍ້າຊ້ອນ.

4 ຍັງບໍ່ມີເຄື່ອງມືທີ່ທັນສະໄໝ ໃນການສໍາຫຼວດ, ວັດແທກ ແລະ ອອກໃບຕາດິນ.
5 ກົນໄກການປະສານງານ ລະຫວ່າງອົງການອອກໃບຕາດິນ ແລະ ຜູ້ຮັບໃບຕາດິນ ເພື່ອເປັນຫຼັກຄໍ້າປະກັນ ບໍ່ທັນເປັນລະບົບ.
6 ການເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບທີ່ດິນ ຍັງບໍ່ທັນທົ່ວເຖິງ ນິຕິກໍາໃນການຄຸ້ມຄອງທີ່ດິນມີຫຼາຍ ແຕ່ບັນຫານິຕິກໍາດັ່ງກ່າວ ຍັງບໍ່ທັນໄດ້ເຜີຍແຜ່ຢ່າງກວ້າງຂວາງ ເທົ່າທີ່ຄວນ ເຮັດໃຫ້ປະຊາຊົນບັນດາເຜົ່າໃນຫຼາຍເຂດ ບໍ່ເຂົ້າໃຈ ກ່ຽວກັບກໍາມະສິດທີ່ດິນ ຖືເບົາຕໍ່ກັບການອອກໃບຕາດິນ ບໍ່ເຂົ້າຮ່ວມກວດກາຄວາມຖືກຕ້ອງຂອງຕອນດິນຕິດກັນຊຶ່ງເຮັດໃຫ້ເປັນຊ່ອງຫວ່າງໜຶ່ງໃຫ້ກຸ່ມຄົນບໍ່ດີ ສວຍໂອກາດດັ່ງກ່າວ ອອກໃບຕາດິນເກີນເຂດ.

7 ພະນັກງານ-ລັດຖະກອນ ຈໍານວນໜຶ່ງ ທີ່ມີສ່ວນກ່ຽວຂ້ອງ ກັບການອອກໃບຕາດິນ ຍັງຖືເບົາຈັນຍາບັນຈັນຍາທໍາຂອງຕົນ ບໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ວາງອອກ.
ແນວໃດກໍຕາມ ການອອກໃບຕາດິນຊໍ້າຊ້ອນ ເປັນບັນຫາທີ່ເຫັນໄດ້ຢູ່ຕະຫຼອດ ເຮັດໃຫ້ເກີດປາກົດການຫຍໍ້າທໍ້ໃນສັງຄົມ, ເກີດການຂັດແຍ່ງລະຫວ່າງທີ່ດິນ ສ້າງຜົນກະທົບດ້ານລົບໃຫ້ແກ່ລັດ ແລະ ສັງຄົມ ແຕ່ທາງພາກສ່ວນທີ່ກ່ຽວຂ້ອງຈະຫາວິທີການແກ້ໄຂບັນຫານີ້ໃຫ້ໝົດໄປ(ຕິດຕາມຂ່າວເສດຖະກິດບົດຕໍ່ໄປ)