ຈີນຫາລືບໍລິສັດເທັກໂນໂລຢີ! ເຕືອນການແບນຫົວເຫວີ່ຍ ຈະມີຜົນກະທົບຕາມມາ

38

ລັດຖະບານປັກກິ່ງເຊີນຕົວແທນຂອງບໍລິສັດເທັກໂນໂລຢີຂ້າມຊາດຫຼາຍແຫ່ງເຂົ້າຫາລືກັນກ່ຽວກັບ  “ສິ່ງທີ່ຈະເກີດຂຶ້ນຕາມມາ” ຖ້າຜູ້ປະກອບການເຫຼົ່ານີ້ ເລືອກປະຕິບັດຕາມມາດຕະການຂອງສະຫະລັດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຊານຟານຊິສໂກ ປະເທດສະຫະລັດ ອາເມຣິກາ ເມື່ອວັນເສົາ ທີ 8 ມິຖຸນາ ໂດຍອ້າງຈາກລາຍງານຂອງເດິ ນິວຢອກ ທາມສ໌ ວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຈີນໄດ້ເຊີນຜູ້ແທນຂອງບໍລິສັດດ້ານເທັກໂນໂລຢີຂ້າມຊາດຫຼາຍແຫ່ງທີ່ມີສໍານັກງານຢູ່ໃນຈີນ ລວມເຖິງໄມໂຄຣຊັອຟ ແລະ ເດລ ຂອງສະຫະລັດ, ຊໍາຊຸງຈາກເກົາຫຼີໃຕ້ ແລະ ບໍລິສັດເອອາ ເອັມຂອງສະຫະຣາຊະອານາຈັກ ເພື່ອປະຊຸມຮ່ວມກັນ ແລະ ເຕືອນເລື່ອງ “ຜົນລັບອັນຮ້າຍແຮງທີ່ຈະເກີດຂຶ້ນຕາມມາ” ຖ້າຫາກບໍລິສັດເຫຼົ່ານີ້ “ຮ່ວມມື” ຫຼື “ສະໜັບສະໜຸນນະໂຍບາຍຂອງປະທານາທິບໍດີໂດນັລ ທຣໍາ ເຊິ່ງສັ່ງຫ້າມຜູ້ປະກອບການຂອງສະຫະລັດ ແລະ ກໍາລັງໂນ້ມນ້າວໃຫ້ພັນທະມິດບໍ່ໃຫ້ຮ່ວມມືຄ້າຂາຍກັບບໍລິສັດຫົວເຫວີ່ຍ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

ຂໍ້ມູນຈາກແຫຼ່ງຂ່າວລະບຸດ້ວຍວ່າ ການປະຊຸມດັ່ງກ່າວໄດ້ເກີດຂຶ້ນ ລະຫວ່າງ ວັນອັງຄານ ເຖິງ ວັນພຸດ ທີ່ຜ່ານມາ ພຽງບໍ່ເທົ່າໃດວັນ ຫຼັງກະຊວງການຄ້າຂອງຈີນ ປະກາດການຈັດເຮັດລາຍຊື່ບໍລິສັດ ແລະ ບຸກຄົນຕ່າງຊາດທີ່ “ບໍ່ໜ້າເຊື່ອຖື” ຫຼື “ມີລັກສະນະເປັນໄພ” ຕໍ່ລັດຖະບານປັກກິ່ງ ແລະ ຜູ້ປະກອບການຂອງຈີນ ໂດຍຄຸນສົມບັດທີ່ເຂົ້າຂ່າຍປະກົດເທິງບັນຊີດໍາດັ່ງກ່າວລວມເຖິງການບໍ່ປະຕິບັດຕາມກົດໝາຍດ້ານການຄ້າ ທັງລະດັບທະວີພາຄີ ແລະ ລະຫວ່າງປະເທດ, ການປ່ຽນແປງຂໍ້ຕົກລົງພຽງຝ່າຍດຽວຕາມໃຈຕົວເອງ, ການຕັ້ງກໍາແພງພາສີເພື່ອກີດກັນການຄ້າ ແລະ ການຢຸດຕິສະໜັບສະໜຸນດ້ານວັດຖຸດິບແກ່ບໍລິສັດຈີນ ດ້ວຍເຫດຜົນທີ່ບໍ່ເໝາະສົມ ຕະຫຼອດຈົນການມີເຈດຕະນາມີເປົ້າໝາຍເນັ້ນທໍາລາຍສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຜູ້ປະກອບການໃນຈີນ.

ในภาพอาจจะมี สถานที่กลางแจ้ง

ຢ່າງໃດກໍ່ຕາມ ບໍລິສັດທຸກແຫ່ງທີ່ລາຍງານຂອງ ເດິ ນິວຢອກ ທາມສ໌ ພາດພິງເຖິງການປະຕິເສດທ່າທີ ແຕ່ໃນເວລາດຽວກັນ ສໍານັກຂ່າວຊິນຫົວ ແລະ ເດິ ໂກບອລ ທາມສ໌ ສ່ວນໜຶ່ງຂອງສື່ໃນສັງກັດຈີນ ລາຍງານກົງກັນວ່າ ຄະນະກໍາມະການດ້ານການພັດທະນາ ແລະ ປະຕິຮູບແຫ່ງຊາດໄດ້ຮັບມອບໝາຍຈາກສ່ວນກາງໃຫ້ຈັດເຮັດແຜນວຽກ ຫຼື ລະບົບທີ່ “ມີປະສິດທິພາບ ເພື່ອຂັດຂວາງທຸກຄວາມສ່ຽງທີ່ຈະສົ່ງຜົນຕໍ່ຄວາມໝັ້ນຄົງຂອງຊາດ” ທີ່ລວມເຖິງການກຽມຕີກອບຈໍາກັດ” ການສົ່ງອອກດ້ານເທັກໂນໂລຢີ”  ໃຫ້ແກ່ສະຫະລັດ ເຊິ່ງຫຼາຍຝ່າຍກັງວົນວ່າ ອາດຈະໝາຍເຖິງສິນແຮ່ຫາຍາກ ຫຼື “ແຣຣ໌-ເອີດ”.