ນໍ້າເຜິ້ງແທ້ ຫຼື ປອມ!!! ພິສູດເບິ່ງໄດ້ດ້ວຍວິທີນີ້

114

ເອີ້ນໄດ້ວ່ານໍ້າເຜີ້ງຈາກທໍາມະຊາດໃນຍຸກນີ້ໄດ້ຮັບຄວາມນິຍົມສູງຫຼາຍ ເນື່ອງຈາກສາມາດໃຊ້ປະໂຫຍດຫຼາຍຢ່າງ ລາຄາຈິ່ງຂ້ອນຂ້າງດີ ແລະຍັງແມ່ຄ້າບາງລາຍສວຍໂອກາດປົນນ້ຳຕານໃນບາງເຈົ້າເພື່ອເກງກຳໄລ ເຮັດໃຫ້ຫຼາຍຄົນບໍ່ຄ່ອຍໜັ້ນໃຈເວລາຊື້ ມື້ນີ້ແອັດມິນມີເຄັດລັບມາບອກ.

ນໍ້າເຜີ້ງເກີດຈາກທີ່ໂຕເຜີ້ງເອົານໍ້າຫວານຈາກເກສອນດອກໄມ້ ໃນແຕ່ລະບ່ອນມາຮວມໄວ້ທີ່ຮັງຂອງມັນ ແລ້ວເກີດປະຕິກິລິຍາ ກາຍເປັນນໍ້າເຜີ້ງ ເຜິ້ງຈະເກັບນໍ້າຫວານ ແລະ ສານຄັດອອກຈາກດອກໄມ້ທີ່ມີປະລິມານນໍ້າ 75 ເປີເຊັນໄວ້ທີ່ກະເພາະທັງສອງຂ້າງຂອງມັນ ແລະ ເມື່ອເວລາຜ່ານໄປ 15 ມື້ ກໍຈະກາຍເປັນນໍ້າເຜິ້ງໃຫ້ເຮົາສາມາດເກັບ ຫຼື ເອົານໍ້າເຜິ້ງໄດ້.

ເຊິ່ງເຮົາສາມາດສັງເກດ ແລະ ເບິ່ງວ່າ ນໍ້າເຜີ້ງນັ້ນປອມ ຫຼື ແທ້ໄດ້ໂດຍການປະສົມນໍ້າເຜິ້ງໃນນໍ້າເຢັນ ແລະ ຖອກລົງຕຸກນໍ້າ ຈອກນໍ້າເຄິ່ງໜຶ່ງ ສັ່ນຄ່ອຍໆ ຖ້າເປັນນໍ້າເຜິ້ງແທ້ຈະເກີດສິ່ງເຫຼົ່ານີ້:

1 ຈະເກີດຟອດຫຼາຍໃນນໍ້າ ແລະ ຟອດຈະບໍ່ຫາຍໄປປະມານ 2 ຊົ່ວໂມງ.
2 ນໍ້າທີ່ໃຊ້ປະສົມຈະເຫັນວ່າມັນຂຸ່ນ ເນື່ອງຈາກນໍ້າເຜີ້ງ ມີໂປຣຕິນຫຼາຍ ສ່ວນນໍ້າເຜິ້ງປອມຈະມີຟອດໜ້ອຍ ແລະ ຫາຍໄປໄດ້ງ່າຍ ແລະ ນໍ້າທີ່ມາປະສົມກໍຈະເປັນສີໃສ.

3 ເວລາເຮົາປະສົມກັບນໍ້າຮ້ອນ ລົດຊາດນໍ້າເຜິ້ງທີ່ຫວານກໍຈະສົ້ມໜ້ອຍໜຶ່ງ ເນື່ອງຈາກນໍ້າເຜິ້ງບໍລິສຸດມີກົດອິນທີ ແລະ ເອນໄຊ໌ ຫຼາຍຊະນິດປະສົມກັນ ສ່ວນນໍ້າເຜີ້ງປອມກໍຈະມີແຕ່ລົດຊາດຫວານ.

4 ການຕົກພຶກຂອງນໍ້າເຜິ້ງສາມາດຕັດສິນໄດ້ວ່າເປັນນໍ້າເຜິ້ງແທ້ ຫຼື ປອມ ນໍ້າເຜິ້ງແທ້ ເມື່ອອຸ່ນຫະພູມຕໍ່າ ຈະຕົກເປັນພຶກ(ຕົກຕະກອນ) ສ່ວນນໍ້າເຜິ້ງປອມແມ່ນຈະບໍ່ຕົກພຶກ.

ແນ່ ເປັນແນວໃດ ລອງເອົາໄປທົດສອບເບິ່ງໄດ້ເລີຍ ແລ້ວທ່ານຈະໄດ້ກິນນໍ້າເຜິ້ງແທ້ໆ ແລະ ບໍ່ຖືກຕວົະຕົ້ມອີກຕໍ່ໄປ.
ຈາກ: Postsara