ບ້ານບ້ານ ນຳກະແລມລາວ ບຸກຕະຫຼາດໄທ ໃນງານ THAIFEX 2019

506

ກະແລມ ບ້ານ ບ້ານ ເຊິ່ງເປັນຜະລິດຕະພັນຂອງຄົນລາວ ໄດ້ນຳສິນຄ້າເຂົ້າຮ່ວມງານວາງສະແດງສິນຄ້າທີ່ໃຫຍ່ທີ່ສຸດຂອງປະເທດໄທ (THAIFEX 2019) ລະຫວ່າງວັນທີ 28 ພຶດສະພາ ເຖິງ1 ມິຖຸນາ 2019 ເຊິ່ງໄດ້ຮັບກະແສຕອບຮັບ ແລະເປັນທີ່ນິຍົມຢ່າງຫລວງຫຼາຍ ດ້ວຍລົດຊາດແບບ ບ້ານ ບ້ານ ແລະ ສ່ວນປະສົມທີ່ລົງໂຕ ທີ່ສຳຄັນເຮັດດ້ວຍໝາກໄມ້ແທ້.


ອີກທັງຍັງເປັນແບນຂອງຄົນລາວທີ່ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ບໍລິໂພກທັງພາຍໃນແລະພາຍນອກປະເທດ ລວມທັງຍັງສົ່ງເສີມຊາວກະສິກອນ ແລະ ເສດຖະກິດຂອງລາວເຮົາໃຫ້ຂະຫຍາຍຕົວຍິ່ງຂຶ້ນ.


ກະແລມບ້ານບ້ານ ມີຫຼາກຫຼາຍລົດຊາດທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນບໍ່ວ່າຈະເປັນລົກກະທິ, ຖົ່ວດໍາ, ໝາກໜອດ, ເຜືອກ ຄົນທີ່ໄດ້ກິນໄດ້ຊີມກໍຕອບເປັນສຽງດຽວກັນວ່າ:ແຊບ… ລົດຊາດແບບ ບ້ານ ບ້ານ ບອກໄດ້ເລີຍວ່າລົດຊາດແບບນີ້ຕ້ອງກະແລ້ມ ບ້ານ ບ້ານ ແບນຂອງຄົນລາວ; ໃນນີ້ກະແລມທີ່ຂາຍດີສຸດໃນງານ THAIFEX 2019 ແມ່ນລົດໝາກນອດ.

ທ່ານ ອານັນ ທອງສະຫວັດ ຜູ້ກໍ່ຕັ້ງໂຮງງານຜະລິດ ກະແລມ ບ້ານບ້ານ ໄດ້ເລົ່າໃຫ້ ຟັງເຖິງທີ່ໄປທີ່ມາຂອງ ກະແລມ ບ້ານບ້ານວ່າ: ກະແລ້ມ ບ້ານບ້ານ ເປັນການປະສົມປະສານກັນຂອງຄວາມເປັນກະແລ້ມພື້ນບ້ານລາວ; ຄຳວ່າ “ບ້ານບ້ານ” ໝາຍເຖິງ ສິ່ງໃດໜຶ່ງທີ່ເປັນ “ພື້ນບ້ານ” ຂອງລາວເຮົາ ແລະ ເໝາະສົມກັບຜະລິດຕະພັນທີ່ມາຈາກຫົວຄິດປະດິດສ້າງຂອງຄົນລາວເຮົາເອງ.


ກະແລມບ້ານບ້ານ ກະແລມທຳອິດໃນລາວຂອງຄົນລາວ ທີ່ໄດ້ຜ່ານ ກົມອາຫານແລະຢາ ໂດຍມີຂະບວນການຜະລິດທີ່ເຄັ່ງຄັດແລະຢູ່ໃນສະພາບແວດລ້ອມທີ່ສະອາດແລະປອດໄພ.


ໂຮງງານ ຜະລິດ ກະແລ້ມ ບ້ານບ້ານ ຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ