ຍົກລະດັບສາຍສໍາພັນ ຈີນ-ຣັດເຊຍ ກ້າວໜ້າສູ່ຍຸກໃໝ່ແຫ່ງຄວາມທັນສະໄໝ

56

ສໍານັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນສຸກ ທີ 7 ມິຖຸນາ ວ່າ ການຍົດລະດັບສາຍສໍາພັນຮ່ວມມື ຈີນ-ຣັດເຊຍ ເຊິ່ງຢູ່ໃນລະດັບດີທີ່ສຸດໃນປະວັດສາດ ໄດ້ກ້າວໜ້າສູ່ “ຍຸກໃໝ່ແຫ່ງການພັດທະນາອັນຍິ່ງໃຫຍ່” ຂະນະທີ່ ປະທານປະເທດສີ ຈິ້ນຜິງ ເດີນທາງຢ້ຽມຢາມຣັດເຊຍ ແລະ ພົບປະກັບ ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ.

ທ່ານສີ ຈິ້ນຜິງ ໄດ້ຫາລືກັບ ທ່ານປູຕິນ ທັງສອງຮ່ວມລົງນາມຖະແຫຼງການສໍາຄັນ ເພື່ອພັດທະນາຄວາມສໍາພັນລະດັບທະວີພາຄີສູ່ການເປັນຫຸ້ນສ່ວນຄວາມຮ່ວມມືດ້ານຍຸດທະສາດຢ່າງຮອບດ້ານ ລວມເຖິງຖະແຫຼງການສົ່ງເສີມສະຖຽນລະພາບດ້ານຍຸດທະສາດໂລກຍຸກປັດຈຸບັນ.

ในภาพอาจจะมี 2 คน, ชุดสูท

ການເດີນທາງຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການຂອງ ທ່ານສີ ຈິ້ນຜິງ ມີຂໍ້ສໍາຄັນເບື້ອງຫຼັງຂອງສະຖານະການລະຫວ່າງປະເທດ ທີ່ກໍາລັງເກີດຄວາມສະຫຼັບຊັບຊ້ອນ ແລະ ຄວາມບໍ່ໝັ້ນຄົງອັນແນ່ນອນ.

ຈີນ ແລະ ຣັດເຊຍ ທີ່ສະຖາປະນາຄວາມສໍາພັນທາງການທູດ ຄົບ 70 ປີ ໃນປີ 2019 ນັ້ນ ແບກຮັບຄວາມຄາດຫວັງອັນໃຫຍ່ຍິ່ງຈາກປະຊາຊົນ ແລະ ປະຊາຄົມນານາຊາດ ຂະນະໂລກ ກໍາລັງປະເຊີນໜ້າກັບຄວາມປ່ຽນແປງຄັ້ງໃຫຍ່.

ในภาพอาจจะมี 3 คน, คนที่ยิ้ม, ชุดสูท

ການຂະຫຍາຍສາຍສໍາພັນຂອງຈີນ ແລະ ຣັດເຊຍ ຈຶ່ງເປັນສິ່ງສໍາຄັນໃນປະຫວັດສາດ ອີກທັງເປັນຕົວເລືອກດ້ານຍຸດທະສາດອັນເຂັ້ມແຂງຂອງທັງສອງຝ່າຍ.

ການເດີນໜ້າສູ້ສຸກໃໝ່ ຈີນ ແລະ ຣັດເຊຍ ຄາດຫວັງຈະເສີມສ້າງການສື່ສານ ແລະ ຄວາມຮ່ວມມືດ້ານຍຸດທະສາດໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍເນັ້ນການສະໜັບສະໜຸນເຊິ່ງກັນ ແລະ ກັນ ໃນປະເດັນຕ່າງໆ ໂດຍຄໍານຶງເຖິງຜົນປະໂຫຍດຫຼັກຂອງຊາດ ແລະ ສົ່ງເສີມການຍົກລະດັບຄວາມຮ່ວມມືທາງເສດຖະກິດ ແລະ ການຄ້າຢ່າງຮອບດ້ານ.

ທັງສອງຝ່າຍຈະສະແຫວງຫາການເຮັດວຽກຮ່ວມກັນ ແລະ ຄວາມຮ່ວມມືລະຫວ່າງແຜນການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ຂອງຈີນ ແລະ ສະຫະພາບເສດຖະກິດຢູເຣເຊຍ (EEU) ທີ່ນໍາໂດຍຣັດເຊຍ ຢ່າງແຂງຂັນຍິ່ງຂຶ້ນ.
ในภาพอาจจะมี 2 คน

ນອກຈາກນັ້ນ, ຈີນ ແລະ ຣັດເຊຍ ຍັງຈະເດີນໜ້າການແລກປ່ຽນລະດັບປະຊາຊົນ ໂດຍຈະມີການວາງແຜນການເປັນຢ່າງດີ ເພື່ອຊຸກດັນ ປີແຫ່ງວິທະຍາສາດ ແລະ ນະວັດຕະກໍາ ເທັກໂນໂລຢີ ຈີນ-ຣັດເຊຍ 2020-2021.

ในภาพอาจจะมี 2 คน, ชุดสูท

ຈີນ ແລະ ຣັດເຊຍ ຈະສົ່ງເສີມການສື່ສານ ແລະ ຄວາມຮ່ວມມືໃນອົງກອນລະຫວ່າງປະເທດຕ່າງໆ ເຊັ່ນ: ສະຫະປະຊາຊາດ (UN), ອົງການຄວາມຮ່ວມມືຊ່ຽງໄຮ້ (SCO), ກຸ່ມຊາດເສດຖະກິດບຣິກສ໌ (BRICS), ກຸ່ມເອເປັກ (APEC) ແລະ ກຸ່ມຈີ 20 (G20) ເພື່ອຮ່ວມປົກປ້ອງລັດທິພະຫຸພາຄີ ແລະ ບັນທັດຖານຄວາມສໍາພັນລະຫວ່າງປະເທດ.