ບໍລິສັດຫຼ້າສຸດ ເຟສບຸ໊ກ ລະງັບການຮ່ວມມືກັບຫົວເຫວີ່ຍ

52

ເຟສບຸ໊ກເປັນບໍລິສັດໃຫຍ່ລາຍຫຼ້າສຸດຂອງສະຫະລັດທີ່ລະງັບຄວາມຮ່ວມມືກັບຫົວເຫວີ່ຍດ້ວຍການບໍ່ອະນຸຍາດໃຫ້ສິນຄ້າລຸ້ນໃໝ່ຂອງບໍລິສັດເທັກໂນໂລຢີຈາກຈີນແຫ່ງນີ້ ຕິດຕັ້ງແອັບພຣິເຄຊັ່ນທັງໝົດໃນເຄືອຂອງເຟສບຸ໊ກ ລ່ວງໜ້າ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມລິກາ ເມື່ອວັນເສົາ ທີ 8 ມິຖຸນາ ໂດຍອ້າງຈາກແຫຼ່ງຂ່າວພາຍໃນເຟສບຸ໊ກ ເຊິ່ງເປີດເຜີຍຂໍ້ມູນກັບສື່ຫຼາຍສໍານັກ ລວມເຖິງສໍານັກຂ່າວເອເອັຟພີ ວ່າ ບໍລິສັດໄດ້ລະງັບຄວາມຮ່ວມມືກັບ ບໍລິສັດຫົວເຫວີ່ຍເທັກໂນໂລຢີຂອງຈີນ ຕາມຄໍາສັ່ງ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ທີ່ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ປະກາດເມື່ອກາງເດືອນແລ້ວນີ້ ດ້ວຍການບໍ່ອະນຸຍາດໃຫ້ອຸປະກອນລຸ້ນໃໝ່ຂອງຫົວເຫວີ່ຍຕິດຕັ້ງແອັບພລິເຄຊັ່ນເຟສບຸ໊ກລ່ວງໜ້າ ລວມເຖິງແອັບພລິເຄຊັ່ນໃນເຄືອຂອງເຟສບຸ໊ກະ ຄື ອິນສະຕາແກມ ແລະ ວັອດແອັບ ຢ່າງໃດກໍ່ຕາມ ສະມາດໂຟນລຸ້ນປັດຈຸບັນຂອງຫົວເຫວີ່ຍທີ່ວາງຈໍາໜ່າຍຢູ່ຕອນນີ້ ຈະຍັງສາມາດໃຊ້ງານ ແລະ ອັບເດດແອັບພລິເຄຊັ່ນທັງໝົດໃນເຄືອຂອງເຟສບຸ໊ກໄດ້ຕໍ່ໄປ.

ในภาพอาจจะมี 1 คน, กำลังนั่ง

ທັງນີ້, ຫົວເຫວີ່ຍຍັງສະຫງວນທ່າທີຕໍ່ຄວາມເຄື່ອນໄຫວດັ່ງກ່າວຂອງເຟສບຸ໊ກ ເຊິ່ງເກີດຂຶ້ນນໍາຫຼັງກູເກິລ ທີ່ເປັນບໍລິສັດດ້ານເທັກໂນໂລຢີລາຍໃຫຍ່ລາຍທໍາອິດຂອງສະຫະລັດ ທີ່ໄດ້ປະກາດລະງັບການເປັນພັນທະມິດທາງທຸລະກິດກັບຫົວເຫວີ່ຍ ເຊິ່ງຈະສົ່ງຜົນໃຫ້ສິນຄ້າຂອງຫົວເຫວີ່ຍໃນອະນາຄົດ ບໍ່ສາມາດໃຊ້ງານ “ເພລສະໂຕ” ທີ່ປຽບເໝືອນ “ຕະຫຼາດແອັບພລິເຄຊັ່ນຂະໜາດໃຫຍ່” ທີ່ຮອງຮັບໂດຍລະບົບປະຕິບັດການແອນດຣອຍ. ເຖິງວ່າຈະມີລາຍງານອອກມາເປັນໄລຍະ ວ່າ ຫົວເຫວີ່ຍອາດຈະເປີດຕົວລະບົບປະຕິບັດການຂອງຕົນເອງ ຊື່ “ຫົງເມິ່ງ” ພາຍໃນໄລຍະທ້າຍປີນີ້ ຫຼື ຊ້າສຸດບໍ່ເກີນໄຕມາດທີ 2 ຂອງປີໜ້າ ແຕ່ຫຼາຍຝ່າຍຍັງສົງໄສວ່າ ໃນເມື່ອຫົວເຫວີ່ຍຂາດຄວາມຮ່ວມມືຫຼາຍດ້ານຈາກພັນທະມິດທາງທຸລະກິດໃນສະຫະລັດ ທັງໃນສ່ວນຂອງຊັອຟແວຣ໌ ແລະ ຮາດແວຣ໌ແລ້ວ ຫົງເມິ່ງ ຈະເປັນລະບົບປະຕິບັດການທີ່ມີຮູບຮ່າງໜ້າຕາ ແລະ ຮູບແບບການໃຊ້ວຽກແບບໃດ.