ປູຕິນ ວິຈານນະໂຍບາຍການຄ້າຂອງ ທຣໍາ ສ້າງຄວາມຂັດແຍ່ງບໍ່ມີສິ້ນສຸດ

46

ປະທານາທິບໍດີຣັດເຊຍວິຈານນະໂຍບາຍການຄ້າຂອງລັດຖະບານສະຫະລັດຊຸດປັດຈຸບັນ ຄືການສ້າງ “ສົງຄາມເສດຖະກິດທີ່ບໍ່ມີວັນຈົບ”.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຊັນປີເຕີສະເບີກ ປະເທດຣັດເຊຍ ເມື່ອວັນເສົາ ທີ 8 ມິຖຸນາ ວ່າ ປະທານາທິບໍດີວະລາດິເມຍ ປູຕິນ ກ່າວໃນໄລຍະໜຶ່ງເທິງເວທີປາຖະກະຖາຂອງການປະຊຸມເສດຖະກິດນານາຊາດເຊັນປີເຕີສະເບີກ ທີ່ເມືອງເຊັນປີເຕີສະເບີກ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເມື່ອວັນສຸກ ທີ່ລັດຖະບານວໍຊິງຕັນຊຸດປັດຈຸບັນພະຍາຍາມປ່ຽນແປງລະບົບການຄ້າໃຫ້ເປັນແບບອັດຕະນິຍົມ ປ່ຽນຮູບແບບກິດຈະກໍາທາງເສດຖະກິດໃຫ້ເກີດການແບ່ງກຸ່ມແບ່ງຝ່າຍຢ່າງຊັດເຈນ ໂດຍຜູ້ນໍາຣັດເຊຍຍົກຕົວຢ່າງໂຄງການທໍ່ສົ່ງກ໊າຊ “ນັອດດສະຕຣີມ 2” ຈາກຣັດເຊຍລອດຜ່ານໃຕ້ທະເລດໍາສູ່ທະວີບເອີຣົບ ເຊິ່ງຈະໃຊ້ເສັ້ນທາງຜ່ານຈາກຢູເຄຣນ ແລະ ມາດຕະການກົດດັນຕ່າງໆນານາຂອງສະຫະລັດຕໍ່ບໍລິສັດຫົວເຫວີ່ຍທີ່ພັດທະນາເຄືອຂ່າຍ 5 ຈີ ໄດ້ຢ່າງກ້າວກະໂດດ ໂດຍລັດຖະບານມອສໂກຕົກລົງໃຫ້ຫົວເຫວີ່ຍເປັນຜູ້ວາງລະບົບໂຄງຂ່າຍ 5 ຈີ ໃນປະເທດ ເຊິ່ງຈະເລິ່ມດໍາເນີນການຕັ້ງແຕ່ປີໜ້າ.

ในภาพอาจจะมี 2 คน, ฝูงชน

ປູຕິນກ່າວຕໍ່ໄປດ້ວຍວ່າ ໂລກຍຸກປັດຈຸບັນສຸ່ມສ່ຽງຫຼາຍທີ່ຈະເຂົ້າສູ່ ກົດເກນ ແລະ ແນວທາງປະຕິບັດອັນເປັນສາກົນມາດົນ ພັດຕ້ອງກາຍມາເປັນການປະຕິບັດຕາມກົດໝາຍຂອງປະເທດດຽວ ເຊິ່ງເປັນສະຫະລັດກໍາລັງປະຕິບັດດ້ວຍການແຜ່ກະຈາຍ “ຄວາມຊອບທໍາ ຕາມແບບສະບັບຂອງຕົນເອງ” ພ້ອມເສີມແຮງກົດດັນໃຫ້ປະເທດອື່ນຕ້ອງປະຕິບັດຕາມພຶດຕິກໍາດັ່ງກ່າວ ມັນມີແຕ່ຈະນໍາໄປສູ່ຄວາມຂັດແຍ່ງຈົນອາດຈະໄປເຖິງຈຸດທີ່ “ສົງຄາມການຄ້າເປັນຫຼາຍກວ່າສົງຄາມການຄ້າ” ເພາະທຸກປະເທດຈະຕໍ່ສູ້ກັນໂດຍບໍ່ມີກົດເກນທີ່ຢຶດຖືຮ່ວມກັນອີກຕໍ່ໄປ ຈົນຍາກທີ່ແຕ່ລະຝ່າຍຈະປະນີປະນອນກັນໄດ້.

ในภาพอาจจะมี 1 คน, ชุดสูท

ຂະນະທີ່ ປະທານປະເທດສີ ຈິ້ນຜິງ ເຊິ່ງເຂົ້າຮ່ວມງານປະຊຸມນີ້ເຊັ່ນກັນ ກ່າວໂດຍໃຊ້ຖ້ອຍຄໍາທີ່ອ່ອນນ້ອມຫຼາຍ ວ່າ ຮຽກຮ້ອງໃຫ້ກຸ່ມປະເທດມະຫາອໍານາດຮ່ວມກັນປົກປ້ອງກົນໄກການຄ້າແບບພະຫຸພາຄີທີ່ຮ່ວມກັນຂັບເຄື່ອນກັນມາດົນນານ ເຖິງຍອມຮັບວ່າ ຫົນທາງສູ້ການສະຫງົບເສິກການຄ້າແບບຖາວອນ ລະຫວ່າງ ສະຫະລັດ ກັບ ຈີນ “ຍັງອີກຍາວໄກ” ແຕ່ໂດຍສ່ວນຕົວ ຕົນບໍ່ເຊື່ອວ່າປະທານາທິບໍດີໂດນັລ ທຣໍາ ຈະຄິດວ່າສະຫະລັດ ກັບ ຈີນ ຈະສາມາດຕັດຂາດຈາກກັນໄດ້ແບບເດັດຂາດ ຜູ້ນໍາຈີນກ່າວອີກວ່າ ຕົນຍັງໃຫ້ຄວາມສໍາຄັນກັບອີກຝ່າຍວ່າ ເປັນ “ເພື່ອນ” ແລະ ເຊື່ອວ່າ ທຣໍາ ຈະມີທັດສະນະຄະຕິແບບດຽວກັນ.