ມາດຣິດ ປະກາດຄວ້າ ອາຊາ ພ້ອມເປີດຕົວ ພະຫັດ 13 ມິຖຸນາ ນີ້

132

ໃນທີ່ສຸດ ສິ່ງທີ່ແຟນບານລໍຄອຍກໍ່ເປັນຈິງແລ້ວ ເມື່ອ ຣີລ ມາດຣິດ ປະກາດຢ່າງເປັນທາງການແລ້ວ ວ່າ ພວກເຂົາໄດ້ເຊັນສັນຍາ ເອແດນ ອາຊາມາເສີມທີມແລ້ວ ດ້ວຍສັນຍາ 5 ປີ (ເຖິງ 30 ມິຖຸນາ 2024) ພ້ອມເປີດຕົວກັບຕົ້ນສັງກັດໃໝ່ ໃນວັນພະຫັດ ທີ 13 ມິຖຸນາ ນີ້.

ຣີລ ມາດຣິດ ຖະແຫຼງການຢ່າງເປັນທາງການ ວ່າ ສາມາດຄວ້າຕົວ ເອແດນ ອາຊາ ກອງກາງຕົວສໍາຄັນຂອງທີມຊາດເບລຢ້ຽມ ມາຮ່ວມທີມເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນສຸກ ທີ່ຜ່ານມາ ໂດຍນັກເຕະໄດ້ເຊັນສັນຍາຍາວ 5 ປີ ສ່ວນຄ່າຕົວເບື້ອງຕົ້ນ ປະມານ 100 ລ້ານເອີໂຣ ແລະ ອາດຈະເພິ່ມສູງຂຶ້ນ ເຖິງ 140 ລ້ານເອີໂຣ ດ້ວຍ.

ในภาพอาจจะมี 1 คน, ข้อความ
ອາຊາ ກອງກາງຕົວສ້າງສັນຊັ້ນດີ ຍ້າຍໄປຢູ່ກັບ ຣີລ ມາດຣິດ ຢ່າງເປັນທາງການແລ້ວ ເມື່ອວັນສຸກ ທີ 7 ມິຖຸນາ ທີ່ຜ່ານມາ ໂດຍນັກເຕະ ເຊັນສັນຍາຍາວ 5 ປີ ແລະ ລົງສະໜາມໃຫ້ກັບທີມໃໝ່ ໄປຈົນເຖິງວັນທີ 30 ມິຖຸນາ 2024 ຈາກການຢືນຢັນຂອງທາງ ມາດຣິດ ເອງ.
ກອງກາງທີມຊາດເບລຢ້ຽມ ເຄີຍອອກມາຢືນຢັນ ຫຼັງນໍາພາ ເຊລຊີ ຄວ້າແຊ້ມ ຢູຟາ ຢູໂຣປາ ລີກ ວ່າ ກຽມອໍາລາຖິ່ນສະແຕັມຟອດ ບຣິດ ໃນໄລຍະຊໍາເມີນີ້ ຫຼັງຈາກປະສົບຄວາມສໍາເລັດຢ່າງຫຼວງຫຼາຍກັບທັບເຊລຊີ ຕະຫຼອດໄລຍະ 7 ປີ ທີ່ຜ່ານມາ.

ในภาพอาจจะมี 1 คน, กำลังเล่นกีฬา และสถานที่กลางแจ้ง
ສໍາລັບຕອນນີ້ ມາດຣິດ ຢືນຢັນແລ້ວວ່າ ອາຊາ ຈະຍ້າຍມາເປັນສະມາຊິກໃໝ່ຂອງທີມ ໂດຍຄ່າຕົວທີ່ຍອດທີມແຫ່ງລາລີກາມອບໃຫ້ກັບເຊລຊີ ເບື້ອງຕົ້ນເປັນຈໍານວນ 100 ລ້ານເອີໂຣ (ປະມານ 980 ຕື້ກີບ) ແລະ ອາດຈະເພິ່ມຂຶ້ນໄປເຖິງ 140 ລ້ານເອີໂຣ (ກວ່າ 1.370 ຕື້ກີບ) ໃນອະນາຄົດ ຂະນະດຽວກັນ ນັກເຕະຈະເດີນທາງມາເປີດຕົວຢ່າງເປັນທາງການກັບຕົ້ນສັງກັດໃໝ່ ໃນວັນພະຫັດ ທີ 13 ມິຖຸນາ ນີ້.

ในภาพอาจจะมี 1 คน, กำลังเล่นกีฬา, พื้นหญ้า, เด็ก และสถานที่กลางแจ้ง
ທັງນີ້ ອາຊາ ອາຍຸ 28 ປີ ຍ້າຍຈາກລີລ ສະໂມສອນຈາກຝຣັ່ງ ມາຢູ່ກັບ ເຊລຊີ ເມື່ອຊໍາເມີ ປີ 2012 ພ້ອມກັບຊ່ວຍຕົ້ນສັງກັດຄວ້າແຊ້ມພຣີເມຍ ລີກ 2 ສະໄໝ, ຍູຟາ ຢູໂຣປາ ລີກ 2 ສະໄໝ ແລະ ເອັຟເອຄັບ 1 ສະໄໝ ໂດຍຜົນງານອັນໂດດເດັ່ນຂອງເຂົາ ເຮັດໃຫ້ໄດ້ຮັບເລືອກເປັນນັກເຕະດີເດັ່ນ ປະຈໍາລະດູການ 2014-15 ຂອງພີເອັຟເອ.

ในภาพอาจจะมี 1 คน, กำลังเล่นกีฬา และสถานที่กลางแจ้ง

ໂດຍ ອາຊາ ຈະກາຍເປັນສະມາຊິກໃໝ່ຂອງ ມາດຣິດ ຕໍ່ຈາກ ລຸກ້າ ໂຍວິຊ ທີ່ຍ້າຍມາກ່ອນໜ້ານີ້ ດ້ວຍຄ່າຕົວ 65 ລ້ານເອີໂຣ ລວມທັງ ເອແດ ມິລິເຕົາ 50 ລ້ານເອີໂຣ ແລະ ໂຣດລິໂກ້ ໂກເຢສ 45 ລ້ານເອີໂຣ  ກອງໜ້າອະນາຄົດໄກຂອງຊານໂຕດ ທີ່ຕົກລົງຍ້າຍມາຮ່ວມທີມກ່ອນໜ້ານີ້ແລ້ວ.