ຫົວເຫວີ່ຍ ຢືນຢັນ ຜູ້ໃຊ້ສະມາດໂຟນສາມາດໂຫຼດແອັບເຟສບຸ໊ກໄດ້ປົກກະຕິ

55

ຫົວເຫວີ່ຍ ຢໍ້າ ຜູ້ໃຊ້ສະມາດໂຟນສາມາດໂຫຼດແອັບພລິເຄຊັ່ນຂອງເຟສບຸ໊ກ ໄດ້ຕາມປົກກະຕິ ສໍາລັບອຸປະກອນທີ່ວາງຈໍາໜ່າຍ ໃນປັດຈຸບັນ ຫຼື ກໍາລັງມີການວາງຂາຍຢູ່.

ເມື່ອວັນເສົາ ທີ 8 ມິຖຸນາ ໄດ້ມີການປະກາດເຜີຍແຜ່ອອກມາ ກໍລະນີທາງ ເຟສບຸ໊ກ ບໍ່ອະນຸຍາດໃຫ້ຕິດຕັ້ງແອັບພລິເຄຊັ່ນລ່ວງໜ້າທີ່ມາພ້ອມກັບຕົວອຸປະກອນຈາກໂຮງງານຂອງໂທລະສັບ “ຫົວເຫວີ່ຍ” ຕາມທີ່ໄດ້ສະເໜີຂ່າວໄປແລ້ວ ຄວາມຄືບໜ້າໃນເລື່ອງນີ້ “ທາງຫົວເຫວີ່ຍ” ຢືນຢັນວ່າ ໂທລະສັບມືຖືລຸ້ນປັດຈຸບັນຂອງຫົວເຫວີ່ຍທີ່ວາງຂາຍສາມາດໃຊ້ວຽກ ແລະ ດາວໂຫຼດຈາກເພລສະໂຕໄດ້ຕາມປົກກະຕິ ໂດຍເວັບໄຊ Huaweicentral.com ໃນຈີນລາຍງານສະຫຼຸບໄດ້ວ່າ ຫົວເຫວີ່ຍໄດ້ປະກາດຢ່າງເປັນທາງການ ວ່າ ຜູ້ໃຊ້ສາມາດໃຊ້ແອັບພລິເຄຊັ່ນທີ່ກ່ຽວຂ້ອງກັບ ເຟສບຸ໊ກ ຫຼື ສາມາດດາວໂຫຼດໄດ້ຕາມປົກກະຕິ ໂດຍບໍ່ມີບັນຫາໃດໆ ສໍາລັບອຸປະກອນທັງໝົດທີ່ວາງຈໍາໜ່າຍໃນປັດຈຸບັນ ຫຼື ກໍາລັງມີການຂາຍ ເຊິ່ງແອັບ Facebook, WhatsApp ຫຼື Instagram ສາມາດໃຊ້ວຽກ ຫຼື ດາວໂຫຼດໄດ້ຕາມປົກກະຕິ.

ในภาพอาจจะมี 4 คน, สถานที่กลางแจ้ง

ກ່ອນໜ້ານີ້ ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນເສົາ ທີ 8 ມິຖຸນາ ໂດຍອ້າງຈາກແຫຼ່ງຂ່າວໃນເຟສບຸ໊ກ ເຊິ່ງເປີດເຜີຍຂໍ້ມູນກັບສື່ຫຼາຍສໍານັກ ລວມເຖິງສໍານັກຂ່າວເອເອັຟພີ ວ່າ ບໍລິສັດໄດ້ລະງັບຄວາມຮ່ວມມືກັບບໍລິສັດຫົວເຫວີ່ຍເທັກໂນໂລຢີຂອງຈີນ ຕາມຄໍາສັ່ງ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ທີ່ປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ ປະກາດເມື່ອກາງເດືອນແລ້ວນີ້ ດ້ວຍການບໍ່ອະນຸຍາດໃຫ້ອຸປະກອນລຸ້ນໃໝ່ຂອງຫົວເຫວີ່ຕິດຕັ້ງແອັບພລິເຄຊັ່ນເຟສບຸ໊ກລ່ວງໜ້າ ລວມເຖິງແອັບພລິເຄຊັ່ນໃນເຄືອຂອງເຟສບຸ໊ກ ຄື ອິນສະຕາແກຣມ ແລະ ວັອດແອັບ. ຢ່າງໃດກໍ່ຕາມ ສະມາດໂຟນລຸ້ນປັດຈຸບັນຂອງຫົວເຫວີ່ຍທີ່ວາງຈໍາໜ່າຍຢູ່ຕອນນີ້ ຈະຍັງສາມາດໃຊ້ວຽກ ແລະ ອັບເດດແອັບພລິເຄຊັ່ນທັງໝົດໃນເຄືອຂອງເຟສບຸ໊ກໄດ້ຕໍ່ໄປ.