ເລິ່ມປະຕິບັດແລ້ວ! ຂໍວີຊ່າເຂົ້າສະຫະລັດ ຕ້ອງແຈ້ງບັນຊີໂຊຊຽວມີເດຍ ຢ້ອນຫຼັງ 5 ປີ

45

ຕັ້ງແຕ່ວັນຈັນ ທີ 3 ມິຖຸນາ ຜ່ານມາ ສະຫະລັດ ໄດ້ກໍານົດໃຫ້ຜູ້ຂໍວີຊ່າເຂົ້າປະເທດເກືອບທຸກຄົນໃຫ້ແຈ້ງຂໍ້ມູນສ່ວນຕົວກ່ຽວກັບກິດຈະກໍາຕ່າງໆທາງໂຊຊຽວມີເດຍຂອງຕົນ.

ນອກຈາກນີ້, ຜູ້ທີ່ຂໍວີຊ່າເຂົ້າສະຫະລັດ ຕ້ອງແຈ້ງທີ່ຢູ່ຂອງອີເມລ ແລະ ເບີໂທລະສັບທີ່ເຄີຍໃຊ້ ເຊິ່ງຂໍ້ກໍານົດໃໝ່ນີ້ ຄາດວ່າຈະສົ່ງຜົນກະທົບຕໍ່ຊາວຕ່າງຊາດ ປະມານ 15 ລ້ານຄົນ ທີ່ຕ້ອງການຂໍວີຊ່າເຂົ້າສະຫະລັດ ໃນແຕ່ລະປີ.

ในภาพอาจจะมี ท้องฟ้า, กลางคืน และสถานที่กลางแจ้ง

ລັດຖະບານຂອງປະທານາທິບໍດີໂດນັລ ທຣໍາ ສະເໜີກົດໝາຍນີ້ ເປັນຄັ້ງທໍາອິດ ເມື່ອເດືອນມີນາ 2018 ໂດຍນະໂຍບາຍນີ້ ເປັນສ່ວນໜຶ່ງຂອງຂະບວນການ “ກວດກາຄັດກອງແບບເຂັ້ມງວດ” ຂອງລັດຖະບານສະຫະລັດ ສໍາລັບຜູ້ອົບພະຍົບທີ່ຍ້າຍຖິ່ນຖານ ແລະ ນັກທ່ອງທ່ຽວທຸກຄົນ ໂດຍມີພຽງຜູ້ຍື່ນຂໍວີຊ່າທີ່ເປັນນັກການທູດ ຫຼື ພະນັກງານລັດເທົ່ານັ້ນ ທີ່ບໍ່ຕ້ອງຢູ່ພາຍໃຕ້ກົດໝາຍນີ້.

ในภาพอาจจะมี รถยนต์ และสถานที่กลางแจ้ง

ກະຊວງການຕ່າງປະເທດສະຫະລັດ ຢືນຢັນ ເມື່ອອາທິດ ຜ່ານມາ ວ່າ ໄດ້ປ່ຽນແບບຟອມການຍື່ນຂໍວີຊ່າ ທັງສໍາລັບຜູ້ອົບພະຍົບຍ້າຍຖິ່ນຖານ ແລະ ຜູ້ທີ່ບໍ່ໄດ້ຍ້າຍເຂົ້າເມືອງ ເພື່ອຂໍຂໍ້ມູນເພິ່ມຕື່ມ ເຊິ່ງແບບຟອມດັ່ງກ່າວຈະຖາມຊື່ບັນຊີໂຊຊຽວມີເດຍ, ເບີໂທລະສັບ, ກິດຈະກໍາການເດີນທາງລະຫວ່າງປະເທດ ແລະ ປະຫວັດການເນລະເທດ ໃນໄລຍະເວລາ 5 ປີ ນອກຈາກນີ້, ຜູ້ຂໍວີຊ່າຈະຕ້ອງຕອບຄໍາຖາມວ່າ ສະມາຊິກໃນຄອບຄົວມີສ່ວນກ່ຽວຂ້ອງກັບການກໍ່ການຮ້າຍ ຫຼື ບໍ່.

ກະຊວງການຕ່າງປະເທດກ່າວໃນການຖະແຫຼງການ ວ່າ ຂໍ້ກໍານົດໃໝ່ນີ້ ມີວັດຖຸປະສົງເພື່ອປັບປຸງຂະບວນການຄັດກອງເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ.

ในภาพอาจจะมี หนึ่งคนขึ้นไป, ฝูงชน, กลางคืน, ตึกระฟ้า และสถานที่กลางแจ้ง

ໃນອະດີດ ທີ່ຜ່ານມາ ປະຫວັດການໃຊ້ສື່ສັງຄົມອອນລາຍອີເມລ ແລະ ເບີໂທລະສັບນັ້ນ ເປັນທີ່ຕ້ອງການຈາກຜູ້ທີ່ໄດ້ຮັບການກວດສອບ ເພື່ອຂັ້ນຕອນຕໍ່ໄປແລ້ວເທົ່ານັ້ນ ກຸ່ມຜູ້ຍື່ນຂໍວີຊ່າກຸ່ມນີ້ ມີປະມານ 65 ພັນຄົນ ລວມເຖິງຜູ້ທີ່ເຄີຍເດີນທາງໄປພື້ນທີ່ ທີ່ຖືກຄວບຄຸມໂດຍກຸ່ມຜູ້ກໍ່ການຮ້າຍດ້ວຍ.

ຜູ້ຍື່ນຂໍວີຊ່າຈະຕ້ອງລະບຸລາຍລະອຽດກ່ຽວກັບການໃຊ້ບໍລິການໂຊຊຽວມີເດຍຂອງສະຫະລັດ ເຊັ່ນ: ເຟສບຸ໊ກ, ກຸເກິລ, ອິນສະຕາແກຣມ, ລິງຄ໌ອິນ, ທະວິດເຕີ ແລະ ຢູທູບ. ນອກຈາກນີ້, ຈະຕ້ອງໃຫ້ລາຍລະອຽດກ່ຽວກັບການມີສ່ວນຮ່ວມໃນການໃຊ້ບໍລິການອິນເຕີເນັດລະຫວ່າງປະເທດທີ່ສໍາຄັນ ເຊັ່ນ: Douban, Tencent, QQ ແລະ Sina Weibo ຂອງປະເທດຈີນ.

ในภาพอาจจะมี ท้องฟ้า, ตึกระฟ้า และสถานที่กลางแจ้ง

ສື່ອອນລາຍ The Hill ລາຍງານ ວ່າ ຜູ້ຍື່ນຂໍວີຊ່າສາມາດເລືອກທີ່ຈະບອກວ່າຕົນບໍ່ມີບັນຊີໂຊຊຽວມີເດຍໄດ້ ຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດເຕືອນວ່າ ການປິດບັງກ່ຽວກັບກິດຈະກໍາທາງໂຊຊຽວມີເດຍຈະມີຜົນຮ້າຍແຮງຕໍ່ການກວດຄົນເຂົ້າເມືອງສໍາລັບຜູ້ຂໍວີຊ່າ.

ສະຫະພາບເສລີພາບພົນລະເມືອງອາເມຣິກັນ ຫຼື ACLU: American Civil Liberties Union ແລະ ກຸ່ມສິດທິສ່ວນບຸກຄົນຫຼາຍກຸ່ມຄັດຄ້ານຂໍ້ກໍານົດໃໝ່ນີ້ ຕັ້ງແຕ່ມີການສະເໜີເປັນຄັ້ງທໍາອິດ ເມື່ອປີຜ່ານມາ ໃນເວລານັ້ນ ACLU ໄດ້ເຕືອນວ່າ ການປ່ຽນແປງນີ້ຈະສົ່ງຜົນກະທົບຮ້າຍແຮງຕໍ່ເສລີພາບໃນການສະແດງຄວາມຄິດເຫັນທາງອອນລາຍ.

ในภาพอาจจะมี ท้องฟ้า, ต้นไม้, ตึกระฟ้า, กลางคืน และสถานที่กลางแจ้ง

ແຕ່ທາງກະຊວງການຕ່າງປະເທດສະຫະລັດ ລະບຸວ່າ ມາດຕະການນີ້ ບໍ່ເປັນການລະເມີດສິດຄວາມເປັນສ່ວນຕົວ ເພາະສິ່ງທີ່ປະກົດຢູ່ໃນໂຊຊຽວມີເດຍນັ້ນ ຖືກເປີດເຜີຍຕໍ່ສາທານະນະຢູ່ແລ້ວ.

Hina Shamsi ຜູ້ອໍານວຍການໂຄງການຄວາມໝັ້ນຄົງແຫ່ງຊາດຂອງ ACLU ກ່າວວ່າ ຕອນນີ້ ຜູ້ຄົນຕ່າງກໍ່ສົງໄສວ່າ ສິ່ງທີ່ຕົນໂພສລົງອອນລາຍອາດຈະຖືກເຂົ້າໃຈຜິດ ໂດຍເຈົ້າໜ້າທີ່ຂອງລັດ ແລະ ຍັງບໍ່ມີຫຼັກຖານວ່າ ການກວດສອບໂຊຊຽວມີເດຍນັ້ນ ມີປະສິດທິພາບ ຫຼື ມີຄວາມຖືກຕ້ອງ ຫລື ບໍ່.