ແມນຢູ ຍື່ນຂະຫຍາຍສັນຍາໃໝ່ໃຫ້ ມາຕ້າ ແລ້ວ

122

ແມນເຊັສເຕີ ຢູໄນເຕັດ ຕອບແທນຄວາມພັກດີຂອງ ຂວນ ມາຕ້າ ດ້ວຍການຍື່ນຂໍ້ສະເໜີສັນຍາສະບັບໃໝ່ໃຫ້ກັບນັກເຕະແລ້ວ ຂະນະດຽວກັນ ແມນຢູ ຢືນຢັນຊັດເຈນ ອັນເດ ເອເຣຣ່າ ແລະ ອັນໂຕນິໂອ ວາເລນເຊຍ ຈະຖືກປ່ອຍອອກຈາກທີມ ໃນຊໍາເມີນີ້.

ດາວເຕະຊາວສະແປນິສ ເຊິ່ງປັດຈຸບັນ ອາຍຸ 31 ປີ ຍິງປະຕູໃຫ້ແມນເຊັສເຕີ ຢູໄນເຕັດ ໄປແລ້ວ 45 ປະຕູ ຈາກການລົງສະໜາມ 218 ນັດ ນັບຕັ້ງແຕ່ຍ້າຍຈາກ ເຊລຊີ ເມື່ອປີ 2014 ໃກ້ຈະໝົດສັນຍາ ກັບ ແມນຢູ ຫຼັງໝົດເດືອນມິຖຸນາ ນີ້.

ໄລຍະເວລາ ທີ່ຜ່ານມາ ອະນາຄົດຂອງອະດີດ ສະຕາຣ໌ຂອງ ບາເລນເຊຍ ທີ່ຢູ່ກັບແມນຢູ ເບິ່ງຄືຈະບໍ່ແນ່ນອນແລ້ວ ແຕ່ຫຼ້າສຸດທາງສະໂມສອນເຈົ້າຂອງແຊັມລີກສູງສຸດຂອງອັງກິດ 20 ສະໄໝ ອອກມາຢືນຢັນແລ້ວ ວ່າ ນັກເຕະໄດ້ຮັບຂໍ້ສະເໜີຂະຫຍາຍສັນຍາຈາກຕົ້ນສັງກັດແລ້ວ ຂະນະດຽວກັນ ທີມກໍ່ຕັດສິນໃຈປ່ອຍຕົວເອເຣຣ່າ ແລະ ວາເລນເຊຍ ອອກຈາກທີມ ໃນຊໍາເມີນີ້ເຊັ່ນກັນ.