ກໍານົດພື້ນທີ່ມໍລະດົກໃໝ່ “ແຫຼ່ງຕັດຫິນບູຮານ” ແຂວງຈໍາປາສັກ

137

ແຂວງຈໍາປາສັກຖືເປັນແຂວງໜຶ່ງ ທີ່ມີແຫ່ງທ່ອງທ່ຽວ ທາງທໍາມະຊາດ ປະຫວັດສາດ ທີ່ຕິດພັນກັບການດໍາລົງຊີວິດ ຮີດຄອງປະເພນີຂອງຊາວແຂວງຈໍາປາສັກ ກໍຄືຊາວລາວເຮົາ ໂດຍມີເຂດພື້ນທີ່ມໍລະດົກຜ່ານມາຄື ເຂດ ມໍລະດົກໂລກວັດພູ,

ແລະ ຫຼ້າສຸດ ວັນທີ 06 ມິຖຸນາ 2019 ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ສົມທົບກັບຫ້ອງການມໍລະດົກໂລກ, ນັກຄົ້ນຄວ້າຈາກປະເທດອົດສະຕາລີ, ເຈົ້າເມືອງເມືອງໂພນທອງ, ຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ແລະ ຫ້ອງການສັບພະຍາກອນ, ທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ລົງ ສຳຫຼວດ ເກັບກຳຂໍ້ມູນແຫຼ່ງຕັດຫີນບູຮານ ຢູ່ທີບ້ານໂນນສະຫວາດ, ເມືອງໂພນທອງ ພ້ອມທັງກຳນົດເຂດພື້ນທີ່ມໍລະດົກ ເພື່ອປົກປັກຮັກສາຈາກການບຸກລຸກ ແລະ ຖືກທຳລາຍ.