ລອງກັນເບິ່ງດຸ! 5 ວິທີງ່າຍໆ ເອີ້ນເງິນເຂົ້າເຮືອນ

93

ເລື່ອງເງິນໆ ຄໍາໆ ເປັນເລື່ອງທີ່ໃຜໆກໍຕ້ອງການຢາກໄດ້ ຢາກມີຫຼາຍໆແນ່ນອນ …ແຕ່ເມື່ອຊ່ອງທາງຫາເງິນບໍ່ຄ່ອງ ຫຼື ບູຮານເພິ່ນວ່າ ດວງບໍ່ຂຶ້ນແດ່ກໍ່ໄດ້ມາຢ່າງລຳບາກ, ສະນັ້ນເຮົາລອງຫາຕາມຄວາມເປັນຈິງ ແລະເອົາຄວາມເຊື່ອໄປເສີມຊ່ວຍ ເວົ້າບໍຊ່າງອາດເຮັດໃຫ້ການເງິນລາບລື່ນດີ.

ເພື່ອເອົາໃຈຄົນມັກຊອກຢູ່ຫາກິນມື້ນີ້ ແອັດມິນມີເຂັດລັບຄວາມເຊື່ອຂອງຄົນບູຮານມາໃຫ້ທຸກຄົນລອງນຳໄປປະຕິບັດເລິ່ງວ່າ ວິທີການເອີ້ນເງິນເຂົ້າເຮືອນ ຫຼື ຮຽກໂຊກລາບ ຊັບສິນເຂົ້າເຮືອນ ດັ່ງນີ້:

1 ເຂົ້າສານ: ຮ່ວງຈຸ້ຍເຮືອນຄົວ ຕາມຄວາມເຊື່ອຈະຕ້ອງໃຫ້ມີ ເຂົ້າສານເຕັມຖັງ ຢ່າໃຫ້ຂາດ ເພາະເຊື່ອວ່າເຈົ້າຂອງເຮືອນ ແລະ ຄົນພາບໃນເຮືອນຈະມີຢູ່ມີກິນແບບບໍ່ຕິດຂັດ, ມີເງິນໃຊ້ຈ່າຍເກັບທ້ອນເຕັມຖົງເຕັມໄຖ່ແບບເຂົ້າສານໃນກະຖັງ.

2 ໄຂ່ໄກ່: ປຽບຄືກັບທອງຄໍາ ການວາງໄຂ່ໄກ່ 8 ໜ່ວຍ ໃສ່ກະຕ່າເອົາໄວ້ໃນເຮືອນຄົວ ແມ່ນຄືກັບການມີຄໍາໄວ້ໃນເຮືອນ ຈະຊ່ວຍເສີມດວງທາງດ້ານການເງິນ ເຮັດໃຫ້ເຈົ້າຂອງເຮືອນຮັ່ງມີ.

3 ຈານ: ຊ່ວຍເສີມໂຊກ ໂດຍສະເພາະຈານສີຂາວທີ່ເປັນມົນໆ ຈະເປັນຕົວແທນຂອງຮາກຖານທີ່ອຸດົມສົມບູນ ຈະຊ່ວຍໃຫ້ຄົນພາຍໃນເຮືອນນັ້ນມີການເງິນທີ່ໝັ້ນຄົງ.

4 ເຕົາໄຟ: ເຕົາໄຟ ກໍເປັນອີກສິ່ງໜຶ່ງ ຕົວແທນຂອງຄວາມໂຊກລາບຂອງຄົນໃນຄອບຄົວ ດັ່ງນັ້ນ ຈຶ່ງຕ້ອງຕັ້ງເຕົາໄຟໄວ້ຕິດກັບກໍາແພງໜາເດີ້ ເພາະຖ້າຕັ້ງໄວ້ກາງເຮືອນຄົວ ຈະເຮັດໃຫ້ຂາດພະລັງ ຂາດໂຊກ ແລະ ການເງິນກໍຈະມີບັນຫາ.

5 ຕໍາແໜງ່ເຮືອນຄົວ: ທີ່ຕັ້ງຂອງຂອງເຮືອນຄົວເປັນສິ່ງສໍາຄັນ ເພາະບໍ່ຄວນຕັ້ງເຮືອນຄົວຢູ່ໜ້າເຮືອນ ຫຼື ກາງເຮືອນ ເພາະມັນຈະເຮັດໃຫ້ເງິນຄໍາໄຫຼອອກໄດ້ງ່າຍ ໂຊກລາບກໍບໍ່ເຂົ້າຫາອີກ.

ແນວໃດກໍຕາມສິ່ງນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານໃນການຮັບຂໍ້ມູນ.