ລັດຖະບານອະນຸມັດສ້າງເຂື່ອນໄຟຟ້າຕາດສະໂຄ່ຍ

117

ລັດຖະບານເປີດໄຟຂຽວອະນຸມັດໃຫ້ ບໍລິສັດ ໄຟຟ້າຕາດສະໂຄ່ຍ ( Tadsakoi Power Com pany Limited ) ສ້າງໂຄງການພະລັງງານໄຟຟ້າຕາດສະໂຄ່ຍ ເມືອງເຊໂປນ ແຂວງສະຫວັນນະເຂດ ຄາດຈະໃຊ້ເວລາກໍ່ສ້າງປະມານ 42 ເດືອນ.

ພິທີເຊັນສັນຍາສໍາປະທານໂຄງການເຂື່ອນໄຟຟ້າຕາດສະໂຄ່ຍ ຈັດຂຶ້ນໃນທ້າຍເດືອນພຶດສະພາ 2019 ຜ່ານມາ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ     ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ    ສຸລະສັກ ພັນເລືອງວົງ ປະທານ ບໍລິສັດ ໄຟຟ້າຕາດສະໂຄ່ຍ ຈຳກັດ ເຊິ່ງມີປະທານ ບໍລິສັດ ບີຄຣີມ ພະລັງງານ ( ລາວ ) ຈໍາກັດ ( B.Grimm Power ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລະສັກ ພັນເລືອງວົງ ກ່າວວ່າ: ຂະບວນການກໍ່ສ້າງໂຄງການພະລັງງານໄຟຟ້າຕາດສະໂຄ່ຍ ໄດ້ເລີ່ມຕົ້ນໃນປີ 2013 ໂດຍ ບໍລິສັດ ດາວສະຫວັນ ຈຳກັດ ໃນຂະນະນັ້ນ ບໍລິສັດ ບີຄຣີມ ຍັງບໍ່ທັນເຂົ້າມາລົງທຶນໃນລາວ.

ບໍລິສັດ ບີຄຣີມ ເຂົ້າສູ່ລາວໃນປີ 2015 ແລະ ດໍາເນີນການສຶກສາຕື່ມອີກກ່ຽວກັບໂຄງການພະລັງງານໄຟຟ້າຕາດສະໂຄ່ຍ ເຊິ່ງຜົນການສຳຫຼວດແມ່ນເໝາະສົມທາງດ້ານເສດຖະກິດ ແລະ ອື່ນໆ ໂດຍສະເພາະທ່າແຮງຂອງການຜະລິດໄຟຟ້າໃຫ້ເຂດພາກກາງ ກໍຄືແຂວງສະຫວັນນະເຂດ.

ບໍລິສັດ ບີຄຣີມ ຈຶ່ງໄດ້ເຊັນສັນຍາກັບ ບໍລິສັດ ດາວສະຫວັນ ເພື່ອຮ່ວມກັນພັດທະນາໂຄງການພະລັງງານໄຟຟ້າ ຕາດສະໂຄ່ຍ ທັງສອງບໍລິສັດໄດ້ເລີ່ມກໍ່ສ້າງໃນປີ 2018 ຜ່ານມານີ້ ແຕ່ໂຄງການດັ່ງກ່າວໄດ້ຊັກຊ້າຍ້ອນການປະເມີນຄືນໃໝ່ ເພື່ອໃຫ້ສອດຄ່ອງກັບມາດຕະຖານດ້ານເຕັກນິກແຫ່ງຊາດ ເພື່ອປະໂຫຍດຂອງທັງບໍລິສັດ ແລະ ລັດຖະບານ.

ບໍລິສັດ ບີຄຣີມ ແມ່ນບໍລິສັດພະລັງງານຂອງໄທທີ່ສຸມໃສ່ການພັດທະນາທາງດ້ານການເງິນ, ການກໍ່ສ້າງ ແລະ ການດໍາເນີນງານຂອງໂຄງການໄຟຟ້າຂຽວ ໃນປັດຈຸບັນ, B.Grimm Power ມີກໍາລັງຕິດຕັ້ງທັງໝົດ 2.200 MW ໃນປະເທດໄທ, ຫວຽດນາມ, ກໍາປູເຈຍ ແລະ ລາວ ແລະ ກໍາລັງລົງທຶນໃນຂະແໜງໄຟຟ້າເພີ່ມຕື່ມຢູ່ຫວຽດນາມ ແລະ ມຽນມາ.

ໂຄງການພະລັງງານໄຟຟ້າຕາດສະໂຄ່ຍ ຈະມີຄວາມອາດສາມາດກຳລັງຕິດຕັ້ງ 30 MW ແລະ ການກໍ່ສ້າງຄາດວ່າຈະສໍາເລັດພາຍໃນ 42 ເດືອນ ໂຄງການພະລັງງານໄຟຟ້າຕາດສະໂຄ່ຍ ບໍ່ແມ່ນໂຄງການພະລັງງານໄຟຟ້າທໍາອິດໃນປະເທດລາວຂອງ B.Grimm Power ບໍລິສັດໄດ້ສໍາເລັດການກໍ່ສ້າງໂຄງການໄຟຟ້ານໍ້າຕົກສາມແຫ່ງ ລວມທັງເຊນ້ຳນ້ອຍ 2 ແລະ ເຊກະຕາມ ໃນແຂວງຈໍາປາສັກ ແລະ ເຂື່ອນນ້ຳແຈ 1 ໃນແຂວງໄຊສົມບູນ. ໂຄງການພະລັງງານໄຟຟ້ານ້ຳແຈ 1 ເລີ່ມດໍາເນີນການ      ຄ້າເພື່ອສະໜອງໄຟຟ້າໃຫ້ໄຟຟ້າລາວ ( EDL ) ໃນວັນທີ 1 ມິຖຸນາ ໂຄງການນີ້ມີ ຄວາມສາມາດໃນການຕິດຕັ້ງ 15 MW ແລະ ຂາຍໄຟຟ້າໃຫ້ EDL ພາຍໃຕ້ສັນຍາຊື້ໄຟຟ້າ 25 ປີ.

( ຂ່າວ: ສຸລິນ, ຮູບ: ກະຊວງແຜນການ )