ສສຊ ສະເໜີລັດຖະບານກວດກາຄືນໂຄງການລົງທຶນຂອງລັດ ແລະ ເອກະຊົນໃນທົ່ວປະເທດ

50

ເຖິງວ່າການຈັດຕັ້ງປະຕິບັດແຜນງົບປະມານໃນງວດທີ 1 ຂອງລັດຖະບານ ຈະບໍ່ໄດ້ຕາມແຜນກໍຕາມ ແຕ່ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ກໍໄດ້ສະເໜີທາງອອກໃຫ້ເລັ່ງກວດກາຄືນບັນດາໂຄງການລົງທຶນຂອງລັດ, ເອກະຊົນສໍາປະທານ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ສະເພາະໂຄງການທີ່ສະພາຮັບຮອງ ແລະ ໂຄງການທີ່ໃກ້ຈະສໍາເລັດ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນ.

ສະພາແຫ່ງຊາດ ໄດ້ປະເມີນເຖິງຜົນການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດຖະບານ ເຫັນວ່າຍັງຊັກຊ້າ ເນື່ອງຈາກໃນງວດ 1 ບໍ່ສາມາດຈັດຕັ້ງປະຕິບັດຕາມແຜນທີ່ສະພາຮັບຮອງທີ່ກໍານົດໄວ້ລວມທັງການນໍາໃຊ້ທຶນຍັງບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຕາມມະຕິຂອງສະພາແຫ່ງຊາດ. ນອກນັ້ນ, ການປະຕິບັດການຊົດເຊີຍ, ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆທີ່ກໍ່ສ້າງສໍາເລັດແລ້ວ ແລະ ກໍາລັງກໍ່ສ້າງມາຮອດປັດຈຸບັນຍັງມີຄວາມຊັກຊ້າ ຈຶ່ງເຮັດໃຫ້ ສສຊ ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍຈຸດສໍາຄັນ ຕະຫຼອດກອງປະຊຸມໃນ 2 ມື້.

ທ່ານ ຈັນສີ ແສງຊົມພູ ສສຊ ເຂດ 2 ແຂວງຜົ້ງສາລີ ປະກອບຄຳເຫັນວ່າ: ຢາກໃຫ້ລັດຖະບານກວດກາຄືນໂຄງການລົງທຶນຂອງລັດທີ່ສໍາເລັດແລ້ວ ແຕ່ລັດບໍ່ສາມາດຊໍາລະສະສາງຕາມແຜນງົບປະມານລາຍຈ່າຍຕົວຈິງເຮັດໃຫ້ພາກເອກະຊົນເດືອດຮ້ອນມີໜີ້ສິນຄຸມເຄືອ, ຂາດສະພາບຄ່ອງທາງດ້ານການເງິນ ແລະ ອື່ນໆ. ນອກຈາກນັ້ນ, ບັນຫາທີ່ເກີດຂຶ້ນໃນໂຄງການກໍ່ສ້າງເທສະບານແຂວງຜົ້ງສາລີໃໝ່ ຕັ້ງຢູ່ເມືອງບຸນເໜືອ ທີ່ຖືກຈັດຕັ້ງປະຕິບັດໄປແລ້ວ ແຕ່ບໍ່ໄປຕາມແຜນຜັງເມືອງ ແລະ ເຕັກນິກການກໍ່ສ້າງ ເນື່ອງຈາກມີການກໍ່ສ້າງຊະຊາຍເຮັດໃຫ້ປະຊາຊົນຖືກຜົນກະທົບ ແລະ ອັບປະໂຫຍດ ຈຶ່ງຂໍໃຫ້ພາກສ່ວນກ່ຽວຂ້ອງຊ່ວຍພິຈາລະນາຊ່ວຍທາງແຂວງພວກເຮົາ.

ທ່ານ ທິບພະຈັນ ໂພໄຊ ສສຊ ເຂດ 12 ແຂວງຄຳມ່ວນ ກ່າວວ່າ: ໄລຍະຜ່ານມາການເຊົ່າ – ສໍາປະທານເນື້ອທີ່ດິນເພື່ອພັດທະນາໂຄງການພາຍໃນແຂວງ ເຫັນວ່າບາງໂຄງການເປັນການຈັບຈອງເນື້ອທີ່ດິນໄວ້ເພື່ອຖ່ວງດຶງເວລາ ໂດຍສະເພາະຢູ່ເມືອງນາກາຍ ພາກເອກະຊົນຈັບຈອງດິນໄວ້ ແຕ່ບໍ່ພັດທະນາເຮັດໃຫ້ລັດເສຍຜົນປະໂຫຍດ ແລະ ສ້າງຄວາມເດືອດຮ້ອນໃຫ້ກັບປະຊາຊົນຢູ່ພື້ນທີ່ນັ້ນໆເສຍເວລາໃນການທໍາມາຫາກິນຍ້ອນບໍ່ໄດ້ຮັບຄ່າຊົດເຊີຍຈາກໂຄງການ. ໃນກໍລະນີມີການອະນຸຍາດຂຸດຄົ້ນບໍ່ແຮ່ເພື່ອສົ່ງອອກ ແຕ່ລັດຖະບານກໍຄືກະຊວງກ່ຽວຂ້ອງພັດຍົກເວັ້ນພາສີຂາອອກສູງເຖິງ 10% ເຮັດໃຫ້ແຂວງບໍ່ສາມາດເກັບລາຍຮັບຕາມແຜນ; ສິ່ງດັ່ງກ່າວນັ້ນໄດ້ເຮັດໃຫ້ລັດເຮົາເສຍລາຍຮັບຫຼາຍສິບລ້ານໂດລາໃນແຕ່ລະປີ.

ທ່ານ ສາຍທອງ ໄຊຍະວົງ ສສຊ ເຂດ 15 ແຂວງຈໍາປາສັກ ກໍໄດ້ສະເໜີໃຫ້ລັດຖະບານເບິ່ງຄືນກ່ຽວກັບໂຄງການກໍ່ສ້າງດ່ານສາກົນວັງເຕົ່າ – ຊ່ອງເມັກ ທີ່ເປັນຈຸດເຊື່ອມຕໍ່ລະຫວ່າງແຂວງຈໍາປາສັກ ກັບ ຈັງຫວັດອຸບົນຣາຊທານີ ເນື່ອງຈາກໄດ້ມີການກໍ່ສ້າງໃໝ່ນັບແຕ່ປີ 2015 ເປັນຕົ້ນມາ ຮອດປັດຈຸບັນສໍາເລັດ 80% ແຕ່ເນື່ອງຈາກລັດເຮົາຂາດງົບປະມານທາງຜູ້ຮັບເໝົາກໍ່ສ້າງຈຶ່ງໄດ້ຢຸດຕິ. ສະນັ້ນ, ຈຶ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ໃຫ້ສຸມໃສ່ໂຄງການທີ່ກໍາລັງຈະສໍາເລັດໃຫ້ເປັນບຸລິມະສິດຕົ້ນໆໃນການພິຈາລະນາເຂົ້າແຜນໃນປີຕໍ່ໄປ. ນອກນັ້ນ, ການເກັບລາຍຮັບຜ່ານລະບົບທະນາຄານເຫັນວ່າຍັງມີຢູ່ແຕ່ໃນຕົວເມືອງ, ສ່ວນເຂດຊົນນະບົດຍັງມີຫຼາຍຢ່າງຕ້ອງໄດ້ແກ້ໄຂ.

ທ່ານ ຄຳເຜີຍ ຜັນທະຈອນ ສສຊ ເຂດ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານ ເບິ່ງຄືນການລົງທຶນຂອງຕ່າງປະເທດໃນການເຊົ່າສໍາປະທານທີ່ດິນເພື່ອປູກໄມ້ ຫຼື ຂຸດຄົນບໍ່ແຮ່ ແຕ່ຂອດການຈັດຕັ້ງປະຕິບັດ, ຕິດຕາມ – ກວດກາຂອງລັດພວກເຮົາຍັງບໍ່ທັນຮັດກຸມ ຈຶ່ງເຮັດໃຫ້ເກີດຊ່ອງວ່າງໂດຍທີ່ລັດເຮົາເສຍຜົນປະໂຫຍດ. ສ່ວນການຈັດເກັບລາຍຮັບບໍ່ໄປຕາມແຜນງົບປະມານກໍຍ້ອນວ່າ: ກະຊວງການເງິນ ມອບຕົວເລກລາຍຮັບຫຼາຍເກີນຄວາມເປັນຈິງ. ຂະນະດຽວກັນ, ການຕໍ່ລອງຂອງເຈົ້າໜ້າທີ່ກັບພາກທຸລະກິດກໍ່ເກີດໃຫ້ມີຊ່ອງວ່າງ ແລະ ຫົວໜ່ວຍທຸລະກິດຈໍານວນຫຼາຍທີ່ບໍ່ໄດ້ຖືບັນຊີ ຈຶ່ງສະເໜີໃຫ້ລັດຖະບານພິຈາລະນາຄືນໃນຈຸດນີ້.

ທ່ານ ຄຳວອນ ບຸນທະວົງ ສສຊ ເຂດ 8 ແຂວງຫົວພັນ ກໍໄດ້ປະກອບຄໍາເຫັນວ່າ: ການຄຸ້ມຄອງມູນຄ່າການລົງທຶນ 5 ຕື້ກີບ ລົງມາແມ່ນມອບໃຫ້ເມືອງເປັນຜູ້ຮັບຜິດຊອບ, ສ່ວນມູນຄ່າ 20 ຕື້ລົງມາ ແມ່ນແຂວງເປັນຜູ້ຮັບຜິດຊອບ ແລະ ມູນຄ່າ 20 ຕື້ກີບຂຶ້ນໄປ ແມ່ນສູນກາງເປັນຜູ້ຄຸ້ມຄອງ ເຊິ່ງໄລຍະຜ່ານມາເຫັນວ່າບາງໂຄງການຂອງລັດ ແລະ ໂຄງການລົງທຶນຂອງເອກະຊົນ ຍັງບໍ່ມີຄວາມຄືບໜ້າ. ສ່ວນການແກ້ໄຂຜົນກະທົບຂອງປະຊາຊົນທີ່ຖືກໂຄງການກໍຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ຈຶ່ງສະເໜີໃຫ້ລັດຖະບານ ກໍຄືກະຊວງກ່ຽວຂ້ອງຊ່ວຍພິຈາລະນາແກ້ໄຂຢ່າງເລັ່ງດ່ວນ.

ທ່ານ ບຸນທອງ ພົມມະຈັນ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ກໍໄດ້ສະເໜີຕື່ມອີກວ່າ: ໄລຍະຜ່ານມາ ລັດຖະບານໃຊ້ງົບເຂົ້າໃນວຽກງານບໍລິຫານກົງຈັກການຈັດຕັ້ງລັດປະມານ 65% ເຫັນວ່າເປັນງົບຂ້ອນຂ້າງສູງ ເຮັດໃຫ້ພາກລັດບໍ່ມີທຶນສຸມໃສ່ໃນການພັດທະນາແຜນໂຄງການທີ່ສະພາແຫ່ງຊາດຮັບຮອງ. ນອກນັ້ນ, ກໍສະເໜີໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດາລັດວິສາຫະກິດທີ່ຫຼຸບທຶນມາຫຼາຍປີ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ ຈຶ່ງເປັນເຫດໃຫ້ພວກເຮົາຂາດດຸນງົບປະມານຈໍານວນຫຼາຍໃນແຕ່ລະປີ.

ທ່ານ ວົງສະຫວັນ ໄຊຍະວົງ ສສຊ ເຂດ 4 ແຂວງອຸດົມໄຊ ໄດ້ສະເໜີໃຫ້ລັດຖະບານປະເມີນຄືນໂຄງການລົງທຶນຂອງພາກເອກະຊົນທີ່ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ ແຕ່ຢູ່ໃນຄວາມຮັບຜິດຊອບຂອງສູນກາງ ເຊິ່ງໃນກໍລະນີເກີດມີບັນຫາ ໂດຍສະເພາະການຂຸດຄົ້ນບໍ່ແຮ່ເພື່ອສົ່ງອອກ ແຕ່ປະຊາຊົນໃນເຂດພື້ນທີ່ນັ້ນໆບໍ່ໄດ້ຮັບຜົນປະໂຫຍດຫຍັງ. ສະນັ້ນ, ການລົງທຶນຂອງລັດຈຶ່ງສະເໜີໃຫ້ຜ່ານປະຕູດຽວ ແລະ ຕ້ອງມີນະໂຍບາຍທີ່ຊັດເຈນເພື່ອສະດວກໃນການຕິດຕາມກວດກາ.

ເຖິງຢ່າງໃດກໍຕາມ, ສະພາແຫ່ງຊາດ ກໍໄດ້ສະເໜີໃຫ້ລັດຖະບານເອົາໃສ່ຕື່ມກ່ຽວກັບການປະຕິບັດການຊົດເຊີຍ, ທົດແທນຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆ ທີ່ກໍ່ສ້າງສໍາເລັດແລ້ວ ແລະ ກໍາລັງກໍ່ສ້າງ ເປັນຕົ້ນໂຄງການກໍ່ສ້າງສະໜາມບິນຫຼວງພະບາງ ພາກຂະຫຍາຍ, ກໍ່ສ້າງເຂື່ອນໄຟຟ້າ, ກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ແລະ ອື່ນໆ ມາຮອດປັດຈຸບັນຍັງມີຄວາມຊັກຊ້າ. ນອກນັ້ນ, ໜີ້ສິນຄ້າງຊໍາລະໂຄງການລົງທຶນຂອງລັດ ໂດຍສະເພາະໂຄງການທີ່ສຳເລັດ 100% ຍັງມີລັກສະນະຄຸມເຄືອ. ສ່ວນໜີ້ສິນທີ່ເກີດຈາກການກູ້ຢືມໂດຍກົງ ແລະ ການຄ້ຳປະກັນຂອງລັດຖະບານໃຫ້ແກ່ລັດວິສາຫະກິດ ແລະ ພາກເອກະຊົນ ຍັງມີຈຳນວນບໍ່ໜ້ອຍ ແລະ ມີຄວາມສ່ຽງໃນການຊຳລະຄືນຕາມສັນຍາ.

 

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]