ສະພາແຫ່ງຊາດພິຈາລະນາຮັບຮອງເອົາ ການແຕ່ງຕັ້ງ 2 ຕຳແໜ່ງໃນກົງຈັກລັດຖະບານແລະຕຸລາການ

83

ໃນຕອນບ່າຍຂອງວັນທີ 7 ມິຖຸນາ 2019 ນີ້ ກອງປະຊຸມສະພາແຫ່ງຊາດໄດ້ ພິຈາລະນາຮັບຮອງເອົາ 2 ຕຳແໜ່ງສຳຄັນໃນກົງຈັກການຈັດຕັ້ງຂອງສູນກາງ ຕາມການສະເໜີຂອງປະທານປະເທດ ແຫ່ງ ສປປ ລາວ ແລະນາຍົກລັດຖະມົນຕີດັ່ງລຸ່ມນີ້:

1 ແຕ່ງຕັ້ງ ທ່ານ ຄໍາພາ ແສງດາລາ ຮອງປະທານສານປະຊາຊົນສູງສຸດ ຂຶ້ນມາເປັນ ປະທານສານປະຊາຊົນສູງສຸດ ແທນທ່ານ ຄໍາພັນ ສິດທິດໍາພາ ດ້ວຍຄະແນນສຽງ 108 ຄະແນນ ເທົ່າກັບ 91 % ຂອງຈໍານວນຜູ້ແທນ. ສ່ວນວ່າປະທານສານຜູ້ເກົ່າແມ່ນຈະໄດ້ໄປຮັບໜ້າທີ່ຕາມການຮຽກຮ້ອງຂອງໜ້າທີ່ວຽກງານຢູ່ບ່ອນໃໝ່.

2 ແຕ່ງຕັ້ງ ທ່ານ ວິດົງ ໄຊຍະສອນ, ເຈົ້າແຂວງວຽງຈັນ ມາເປັນລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ດ້ວຍຄະແນນສຽງເຫັນດີ 67%ຂອງ ຈຳນວນສະມາຊິກສະພາທັງໝົດທີ່ເຂົ້າຮ່ວມ.