ອາເມຣິກາ ຂູ່ ເມັກຊິໂກ ຈະຂຶ້ນພາສີສິນຄ້ານໍາເຂົ້າ ຈົນກວ່າຈະແກ້ບັນຫາຜູ້ອົບພະຍົບໄດ້

52

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດອາເມຣິກາ ເມື່ອວັນພຸດ ທີ 5 ມິຖຸນາ ຜ່ານມາ ວ່າ ໂດນັລ ທຣໍາ ປະທານາທິບໍດີສະຫະລັດ ກ່າວວ່າ ການເຈລະຈາລະຫວ່າງອາເມຣິກາ ກັບ ເມັກຊິໂກ ເລື່ອງພາສີ ແລະ ຜູ້ອົບພະຍົບບໍ່ມີຄວາມຄືບໜ້າ ແລະ ຕົນຍັງກ່າວເຕືອນອີກວ່າ ອາທິດໜ້າ ອາດຈະເພິ່ມພາສີສິນຄ້ານໍາເຂົ້າຈາກເມັກຊິໂກ 5%.

ທຣໍາ ໄດ້ພິມຂໍ້ຄວາມລົງໃນທະວິດເຕີ ເມື່ອໄລຍະບ່າຍວັນພຸດ ວ່າ “ການຫາລືເລື່ອງຜູ້ອົບພະຍົບກັບຜູ້ແທນຈາກປະເທດເມັກຊິໂກທີ່ທໍານຽບຂາວໃນວັນພຸດນີ້ ໄດ້ຈົບລົງແລ້ວ ມີຄວາມຄືບໜ້າເກີດຂຶ້ນ ແຕ່ຍັງບໍ່ພໍພຽງ!” ແລະ ບອກວ່າຈະມີການເຈລະຈາອີກຄັ້ງໃນວັນພະຫັດ.

ในภาพอาจจะมี 1 คน, กำลังยืน, เด็ก และสถานที่กลางแจ้ง

ປະທານາທິບໍດີສະຫະລັດ ກ່າວວ່າ “ຖ້າບໍ່ສາມາດບັນລຸຂໍ້ຕົກລົງກັນໄດ້ ທາງຝ່າຍອາເມຣິກາຈະເລິ່ມເພິ່ມອັດຕາພາສີ 5% ໃນວັນຈັນ ທີ 10 ມິຖຸນາ ນີ້ ແລະ ຈະປັບເພິ່ມຂຶ້ນເລື່ອຍໆ ໃນແຕ່ລະເດືອນ ຕາມທີ່ກໍານົດໄວ້”.

ທັງນີ້ ທ່ານ ໄມຄ໌ ເພນຊ໌ ຮອງປະທານາທິບໍດີສະຫະລັດ ເປັນຜູ້ຈັດການປະຊຸມຂຶ້ນທີ່ທໍານຽມຂາວ ໂດຍມີຜູ້ເຂົ້າຮ່ວມໄດ້ແກ່ ທ່ານໄມຄ໌ ປອມເປໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານເຄວິນ ແມັກອາລີນານ ຮັກສາການລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງພາກພື້ນອາເມຣິກາ, ທ່ານ ມາເຊໂລ ເອບຣາດ ລັດຖະມົນຕີກະຊວງການຕ່າງປະເທດເມັກຊິິໂກ ແລະ ເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດ.

ในภาพอาจจะมี 19 คน, เด็ก

ທ່ານເອບຣາດ ບອກກັບນັກຂ່າວວ່າ ການປະຊຸມເມື່ອວັນພຸດ ທີ່ຜ່ານມາ ເນັ້ນເລື່ອງຜູ້ອົບພະຍົບ ແລະ ບໍ່ໄດ້ມີການຫາລືເລື່ອງພາສີ.

ຈາກຈໍານວນເປັນທາງການທີ່ເຜີຍແຜ່ອອກມາ ເມື່ອວັນພຸດ ເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍສະຫະລັດ ຈັບກຸມຜູ້ພະຍາຍາມລັກລອບຂ້າມເຂດແດນທາງພາກໃຕ້ຂອງສະຫະລັດ ໄດ້ຫຼາຍກວ່າ 130.000 ຄົນ ໃນເດືອນພຶດສະພາ ເຊິ່ງເປັນຈໍານວນທີ່ສູງທີ່ສຸດຂອງເດືອນນີ້ ໃນຮອບ 13 ປີ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, สถานที่กลางแจ้ง, น้ำ และธรรมชาติ

ຕາມປົກກະຕິແລ້ວ ສະຖິຕິຈະຖືກປະກາດອອກມາ ໃນອາທິດທີ  2 ຂອງແຕ່ລະເດືອນ ແຕ່ຄັ້ງນີ້ ສະຖິຕິຖືກປ່ອຍອອກມາກ່ອນການປະຊຸມ ເມື່ອວັນພຸດ ທີ່ຜ່ານມາ ເນື່ອງຈາກລັດຖະບານສະຫະລັດກໍາລັງກົດດັນເມັກຊິໂກໃຫ້ຢຸດຢັ້ງບັນດາຜູ້ອົບພະຍົບ ເຊິ່ງສ່ວນຫຼາຍມາຈາກປະເທດໃນອາເມຣິກາກາງ.

ในภาพอาจจะมี 5 คน, คนที่ยิ้ม, รองเท้า, เด็ก, ฝูงชน และสถานที่กลางแจ้ง

ທ່ານ ປີເຕີ ນາວາໂຣ ທີ່ປຶກສາດ້ານການຄ້າປະຈໍາທໍານຽບຂາວໃຫ້ສໍາພາດກັບຊີເອັນເອັນ ກ່ອນການປະຊຸມວ່າ ສະຫະລັດ “ອາດຈະບໍ່ດໍາເນີນການ” ຕາມຄໍາຂູ່ທີ່ຈະຂຶ້ນພາສີສິນຄ້ານໍາເຂົ້າຈາກເມັກຊິໂກ ຖ້າຝ່າຍເມັກຊິໂກມີມາດຕະການທີ່ເຫັນຜົນ ໃນການສະກັດກັ້ນຄົນເຂົ້າເມືອງແບບຜິດກົດໝາຍທາງຊາຍແດນທາງພາກໃຕ້ຂອງສະຫະລັດ.

ທຣໍາ ໄດ້ປະກາດເມື່ອອາທິດຜ່ານມາ ວ່າ ຈະປັບອັດຕາພາສີສິນຄ້ານໍາເຂົ້າຈາກເມັກຊິໂກເພິ່ມຂຶ້ນ 5%  ໂດຍຈະເລິ່ມບັງຄັບໃຊ້ ໃນວັນທີ 10 ມິຖຸນາ ເພື່ອກົດດັນໃຫ້ເມັກຊິໂກສະກັດກັ້ນຜູ້ລັກລອບເຂົ້າເມືອງ ແລະ ຈະຂຶ້ນພາສີຢ່າງຕໍ່ເນື່ອງ ຈົນກວ່າບັນຫາຈະໄດ້ຮັບການແກ້ໄຂ ເຊິ່ງການປະກາດດັ່ງກ່າວສ້າງສຽງວິພາກວິຫານຢ່າງໜັກທັງຈາກພາຍໃນ ແລະ ຕ່າງປະເທດ.

ในภาพอาจจะมี 3 คน, สถานที่กลางแจ้ง

ເອັດເວີດ ອັລເດນ ສະມາຊິກອາວຸໂສຂອງສະພາທີ່ປຶກສາຄວາມສໍາພັນຕ່າງປະເທດຂຽນໃນເວັບບລັອກວ່າ “ຖ້າສະພາປ່ອຍໃຫ້ ທຣໍາ ເຮັດແບບນີ້ໄດ້ ອີກບໍ່ດົນ ທຣໍາ ກໍ່ຈະໃຊ້ອໍານາດໄປເພິ່ມພາສີກັບປະເທດໃດ, ສິນຄ້າຫຍັງແດ່ ເມື່ອໃດກໍ່ໄດ້ ດ້ວຍເຫດຜົນທີ່ ທຣໍາ ຈິນຕະນາການຂຶ້ນມາເອງ” ພ້ອມທັງກ່າວເສີມອີກວ່າ ການຕັດສິນໃຈຂອງປະທານາທິບໍດີ ໃນການດຶງເລື່ອງການຄ້າເຂົ້າມາປົນເປກັບບັນຫາຜູ້ອົບພະຍົບ ແລະ ຜູ້ລີ້ໄພ ຖືເປັນ “ການເພິ່ມຄວາມຂັດແຍ່ງທີ່ອັນຕະລາຍເປັນຢ່າງຍິ່ງ”.