ປະລິມານຂີ້ເຫຍື້ອທີ່ເພິ່ມຂຶ້ນເລື່ອຍໆ ກາຍເປັນບັນຫາທີ່ທົ່ວໂລກຕ້ອງການມາດຕະການຮັບມືຢ່າງເລັ່ງດ່ວນ ເຊິ່ງປັດຈຸບັນທົ່ວໂລກຜະລິດຂີ້ເຫຍື້ອລວມກັນ ປີລະກວ່າ 2,12 ພັນລ້ານໂຕ້ນ ເປັນໂຕການສ້າງກ໊າຊເຮືອນແກ້ວ ຢ່າງໜ້ອຍ 5% ຂອງກ໊າຊເຮືອນແກ້ວທັງໝົດ ແຕ່ຈໍານວນນີ້ ຈະເພິ່ມຂຶ້ນເປັນ 3,4 ພັນລ້ານໂຕ້ນ ພາຍໃນ 30 ປີ ຕໍ່ຈາກນີ້ ຕາມຄໍາເຕືອນຂອງທະນາຄານໂລກ.
ລັດຖະບານຂອງປະເທດຂະໜາດໃຫຍ່ທົ່ວໂລກ ເພມຄວາມພະຍາຍາມໃນການພັດທະນາໂຄງການຣີໄຊເຄິລຂີ້ເຫຍື້ອ ຫຼື ການນໍາກັບມາໃຊ້ໃໝ່ມາຕະຫຼອດ ເຊິ່ງໃນປີ 2018 ຢູໂນເມຍ ຣີເສີດ ແອນ ຄອນຊັລຕິ້ງ’ (Eunomia Research and Consulting) ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມຮ່ວມມື ກັບສໍານັກງານສິ່ງແວດລ້ອມແຫ່ງເອີຣົບ ຈັດເຮັດຂໍ້ມູນປະເທດທີ່ມີອັດຕາການຣີໄຊເຄິລຂີ້ເຫຍື້ອທີ່ດີທີ່ສຸດໃນໂລກ ເຊິ່ງ 5 ອັນດັບທໍາອິດໄດ້ແກ່:
1 ປະເທດເຢຍລະມັນ
ນັບຕັ້ງແຕ່ປີ 2016 ປະເທດເຢຍລະມັນກາຍເປັນປະເທດທີ່ມີອັດຕາການຣີໄຊເຄິລຂີ້ເຫຍື້ອທີ່ດີທີ່ສຸດໃນໂລກ ໂດຍໃນປີຜ່ານມາ ເຢຍລະມັນ ຣີໄຊເຄິລຂີ້ເຫຍື້ອໄປເຖິງ 56,1% ຂອງຂີ້ເຫຍື້ອທັງໝົດທີ່ພວກເຂົາຜະລິດອອກມາ.
ຈຸດເລິ່ມຕົ້ນຄວາມສໍາເລັດຂອງເຢຍລະມັນ ເກີດຂຶ້ນ ເມື່ອປີ 1990 ພວກເຂົາໄດ້ເລິ່ມກວດສອບພວກວັດສະດຸບັນຈຸ ຫຼື ກ່ອງຕ່າງໆ ເພື່ອຫຼຸດບັນຫາການເພິ່ມຂຶ້ນຂອງຂຸມຝັງຂີ້ເຫຍື້ອ ໂດຍລັດຖະບານໄດ້ອອກກົດໝາຍຫຼີກລ່ຽງການຜະລິດວັດສະດຸປະເພດກ່ອງທີ່ບໍ່ສາມາດທໍາລາຍໄດ້ ໃນປີຕໍ່ມາ ກໍານົດໃຫ້ຜູ້ຜະລິດຕ້ອງຮັບຜິດຊອບຕໍ່ຂີ້ເຫຍື້ອຈໍາພວກນີ້ດ້ວຍຕົວເອງ.
ສ່ວນດ້ານຜູ້ຜະລິດຈຶ່ງເລິ່ມຕິດສັນຍາລັກ ‘ຈຸດຂຽວ’ (Green Dot) ເທິງກ່ອງບັນຈຸຂອງຕົວເອງ ໂດຍເຮັດສັນຍາກັບບໍລິສັດເກັບຂີ້ເຫຍື້ອ ດູອັລ ຊິສເຕມ ດອຍແລນ’ (DSD) ເພື່ອຮັບປະກັນວ່າ ວັດສະດຸປະເພດກ່ອງບັນຈຸເຫຼົ້ານີ້ ຈະຖືກນໍາໄປໃຊ້ປະໂຫຍດໄດ້ໃໝ່ ຈົນເກີດລະບົບເກັບຂີ້ເຫຍື້ອຄູ່ຂະຫນານ (dual system) ຂຶ້ນມາເປັນຄັ້ງທໍາອິດ ຄວບຄູ່ໄປກັບການເກັບຂີ້ເຫຍື້ອຊຸມຊົນທີ່ມີຢູ່ແລ້ວ ໂດຍແຍກຂີ້ເຫຍື້ອທີ່ມີຈຸດຂຽວໃສ່ໃນຖົງສີເຫຼືອງ ຫຼື ຖັງຂີ້ເຫຍື້ອສີເຫຼືອງ.
ໃນປັດຈຸບັນ ມີປະເທດທີ່ຍອມຮັບການໃຊ້ສະຫຼາກ ກຣີນດັອດ ຫຼື ສັນຍາລັກຈຸດຂຽວ ແລ້ວ 11 ປະເທດ ຄື: ເຢຍລະມັນ, ອົສຕຣາລີ, ເບລຢ້ຽມ, ຝຣັ່ງ, ໄອແລນ, ອິຕາລີ, ລັກເຊມເບີກ, ໂປຣຕຸເກສ, ສະເປນ, ສະວີເດັນ ແລະ ສະຫະຣາຊະອານາຈັກ. ມາດຕະການນີ້ ຍັງເປັນສ່ວນໜຶ່ງທີ່ເຮັດໃຫ້ອັດຕາການຣີໄຊເຄິລຂີ້ເຫຍື້ອຂອງເຢຍລະມັນເພິ່ມຂຶ້ນ ຈາກ 3% ໃນປີ 1991 ເປັນ 56,1% ໃນປັດຈຸບັນ.
2 ປະເທດໂອຕຣິດ
ປະເທດໂອຕຣິດ ຣີໄຊເຄິລຂີ້ເຫຍື້ອໄດ້ 53,8% ໃນປີ 2018 ພວກເຂົາເປັນປະເທດທີ່ມີກົດໝາຍຫ້າມນໍາຂີ້ເຫຍື້ອຫຼາຍປະເພດໄປຖິ້ມໃນຂຸມກໍາຈັດຂີ້ເຫຍື້ອ, ຫ້າມຖິ້ມຜະລິດຕະພັນທີ່ມີອັດຕາປ່ອຍສານອິນຊີຄາບອນຫຼາຍກວ່າ 5% ເພື່ອຊ່ວຍປ້ອງກັນບໍ່ໃຫ້ພວກກ່ອງບັນຈຸຕ່າງໆ ຖືກຖິ້ມປະໄວ້ຕາມພື້ນໄດ້ຢ່າງມີປະສິດທິພາບ. ໂອຕຣິດ ຍັງມີມາດຕະການໃຫ້ຜູ້ຜະລິດຮັບຜິດຊອບວັດສະດຸປະເພດກ່ອງບັນຈຸຂອງຕົວເອງ ຄ້າຍກັບເຢຍລະມັນດ້ວຍ ໂດຍບໍລິສັດທີ່ຮັບຜິດຊອບການເກັບຂີ້ເຫຍື້ອ ຄື ອັລຊະຕັອຟ ຣີໄຊເຕິລ ໂອຕຣິດ (ARA) ທີ່ກໍ່ຕັ້ງໃນປີ 1993.
ໂອຕຣິດ ຍັງເປັນປະເທດທີ່ເຊື່ອໝັ້ນໃນເລື່ອງເສດຖະກິດໝຸນວຽນ ແລະ ມີສື່ການສອນທີ່ຊ່ວຍໃຫ້ພົນລະເມືອງອາຍຸນ້ອຍເຂົ້າໃຈເຖິງຄວາມສໍາຄັນຂອງການຣີໄຊເຄິລຂີ້ເຫຍື້ອຢ່າງຫຼວງຫຼາຍ ລວມທັງກາຕູນ ແລະ ປື້ມຮູບພາບດ້ວຍ.
3 ປະເທດເກົາຫຼີໃຕ້
ປະເທດເກົາຫຼີໃຕ້ເປັນປະເທດດຽວທີ່ບໍ່ແມ່ນຊາດເອີຣົບ ທີ່ຕິດ 5 ອັນດັບທໍາອິດ ປະເທດຣີໄຊເຄິລຂີ້ເຫຍື້ອດີທີ່ສຸດໃນໂລກ ໂດຍຣີໄຊເຄິລ ໄປປະມານ 53,7% ໂດຍອາໄສລະບົບທີ່ບໍລິສັດເອກະຊົນຕ່າງໆຊື້ຂີ້ເຫຍື້ອ ແລ້ວນໍາໄປຂາຍຕໍ່ເພື່ອສ້າງຜົນກໍາໄລ ແຕ່ອີກບໍ່ດົນວິທີການນີ້ ອາດຈະບໍ່ແມ່ນວິທີການທີ່ດີອີກຕໍ່ໄປ ເມື່ອປະເທດຈີນເຊິ່ງເປັນຊາດຮັບຊື້ຂີ້ເຫຍື້ອລາຍໃຫຍ່ຂອງໂລກ ປະກາດເມື່ອເດືອນເມສາ 2018 ໂດຍຈະຢຸດນໍາເຂົ້າຂີ້ເຫຍື້ອພລາສຕິກແລ້ວ.
ການປ່ຽນນະໂຍບາຍສິ່ງແວດລ້ອມຂອງຈີນ ເຮັດໃຫ້ບໍລິສັດເກົາຫຼີໃຕ້ບໍ່ສາມາດເຮັດວຽກຈາກແຜນຣີໄຊເຄິລຂີ້ເຫຍື້ອໄດ້ຫຼາຍທໍ່ເກົ່າອີກຕໍ່ໄປ ສົ່ງຜົນໃຫ້ມີການຫຼຸດການຈ້າງແຮງງານລົງ ແລະ ເລິ່ມມີຂີ້ເຫຍື້ອພລາສຕິກກອງຢູ່ຕາມທ້ອງຖະໜົນໃຫ້ເຫັນຫຼາຍຂຶ້ນແລ້ວ ຈົນລັດຖະບານຕ້ອງຢື່ນມືໃຫ້ຄວາມຊ່ວຍເຫຼືອທາງການເງິນກັບບໍລິສັດຣີໄຊເຄິລໃນປະເທດ.
ທ່ານຄິມ ອິນ-ຄະຢອງ ອະດີດລັດຖະມົນຕີວ່າການກະຊວງສິ່ງແວດລ້ອມຂອງເກົາຫຼີໃຕ້ ສະແດງຄວາມເຫັນກ່ຽວກັບເລື່ອງນີ້ວ່າ ເພື່ອແກ້ວິກິດຂີ້ເຫຍື້ອພລາສຕິກ ສັງຄົມທັງໝົດຕ້ອງປ່ຽນວິທີການຜະລິດ, ການບໍລິໂພກ, ການຣີໄຊເຄິລ ລວມທັງວັດທະນະທໍາໃນເລື່ອງນີ້ດ້ວຍ ເຊິ່ງລັດຖະບານໄດ້ບັງຄັບໃຊ້ນະໂຍບາຍແບນກະຕຸກພລາສຕິກສີ ແລະ ພີວີຊີ ໃຫ້ໝົດໄປ ພາຍໃນປີ 2020 ລວມທັງຫຼຸດການໃຊ້ຂວດແກ້ວແບບໃຊ້ແລ້ວຖິ້ມ ແລະ ຫຼອດດູດພລາສຕິກ ແລະ ກໍາຈັດໃຫ້ ໝົດໄປພາຍໃນປີ 2030 ດ້ວຍ.
4 ປະເທດເວລສ໌
ປະເທດເວລສ໌ ສາມາດຣີໄຊເຄິລຂີ້ເຫຍື້ອໄດ້ເຖິງ 52,2% ໃນປີ 2018 ໂດຍການຣີໄຊເຄິລຂອງເວລສ໌ ຈັດການໂດຍລັດຖະບານ ຫຼື ຜູ້ບໍລິຫານສ່ວນທ້ອງຖິ່ນ ແລະ ການວາງລະບົບໃຫ້ທັງປະຊາຊົນ ແລະ ທຸລະກິດເກືອບທົ່ວປະເທດມີກົດລະບຽບຄ້າຍກັນວ່າ ສິ່ງໃດຣີໄຊເຄິລໄດ້ ແລະ ສິ່ງໃດທີ່ຣີໄຊເຄິລບໍ່ໄດ້.
ເວລສ໌ ຍັງວາງເປົ້າໝາຍທີ່ຊັດເຈນ ໂດຍຕັ້ງເປົ້າຈະເພີ່ມອັດຕາການຣີໄຊເຄິລຂີ້ເຫຍື້ອທົ່ວປະເທດເປັນ 70% ພາຍໃນປີ 2025 ນອກຈາກນີ້, ລັດຖະບານເວລສ໌ກຽມອອກກອງທຶນມູນຄ່າ 6,5 ລ້ານປອນ ເພື່ອກະຕຸ້ນໃຫ້ຜູ້ຜະລິດວັດສະດຸປະເພດກ່ອງບັນຈຸ, ຜະລິດສິນຄ້າໃນປະເທດ, ຊ່ວຍບໍລິສັດຕ່າງໆຜະລິດ ຜະລິດຕະພັນທີ່ເໝາະກັບຫຼັກການເສດຖະກິດໝຸນວຽນໃຫ້ຫຼາຍຂຶ້ນດ້ວຍ.
5 ປະເທດສະວິດເຊີແລນ
ປິດທ້າຍດ້ວຍປະເທດສະວິດເຊີແລນ ເຊິ່ງມີອັດຕາການຣີໄຊເຄິລຂີ້ເຫຍື້ອ 49,7% ໃນປີ 2018 ໂດຍໜຶ່ງໃນນັ້ນ ເປັນກຸນແຈສໍາຄັນຂອງພວກເຂົາກໍ່ຄືນະໂຍບາຍ “ໃຜສ້າງມົນລະພິດຕ້ອງຈ່າຍ” ເຊິ່ງເຮັດໃຫ້ທັງພາກທຸລະກິດ ແລະ ຄົວເຮືອນຕ້ອງໄດ້ຈ່າຍຄ່າຂີ້ເຫຍື້ອ ທີ່ພວກເຂົາໄດ້ຜະລິດຂຶ້ນມາ ຫຼື ຜະລິດເປັນປະເພດທີ່ບໍ່ສາມາດ ຣີໄຊເຄິລໄດ້.
ນະໂຍບາຍຂອງສະວິດເຊີແລນຕ່າງຈາກຂອງເຢຍລະມັນ ກັບ ໂອຕຣິສ ທີ່ໃຫ້ຝ່າຍຜູ້ຜະລິດຈ່າຍພຽງຝ່າຍດຽວ ເຮັດໃຫ້ປະຊາຊົນຕ້ອງໃຫ້ຄວາມຮ່ວມມືກັບການຣີໄຊເຄິລຫຼາຍຂຶ້ນ ໂດຍປົກກະຕິແລ້ວ ຂີ້ເຫຍື້ອຈາກຄົວເຮືອນເຊັ່ນ: ກະປ໋ອງ, ຫຼອດໄຟ, ເຈ້ຍ ແລະ ຜະລິດຕະພັນອິເລັກທໍນິກ ທີ່ສາມາດຣີໄຊເຄິລໄດ້ ແລະ ສາມາດຊອກຈຸດຖິ້ມຂີ້ເຫຍື້ອຣີໄຊເຄິລໄດ້ທົ່ວປະເທດ ໂດຍສະເພາະທີ່ຫ້າງສັບພະສິນຄ້າ ນອກຈາກນີ້, ສະວິດເຊີແລນຍັງມີມາດຕະການເກັບພາສີຖົງຂີ້ເຫຍື້ອທີ່ນໍາໄປຖິ້ມລົງຂຸມຝັງຂີ້ເຫຍື້ອດ້ວຍ.