ກອງປະຊຸມສະພາ ຈະພິຈາລະນາ – ຮັບຮອງເອົາຫຼາຍບັນຫາສຳຄັນຂອງຊາດ

171

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ມິຖຸນາ 2019 ທີ່ຫ້ອງປະຊຸມສະພາແຫ່ງຊາດ ( ຫຼັກ 6 ) ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດກ່າວວ່າ: ໃນໄລຍະ 5 ເດືອນຕົ້ນປີ 2019 ຜ່ານມາ ພາຍໃຕ້ການຊີ້ນໍາ – ນໍາພາຂອງຄະນະບໍລິຫານງານສູນກາງພັກ ແລະ ຊຸກຍູ້ຢ່າງໃກ້ຊິດຈາກລັດຖະບານ ແລະ ຄວາມບຸກບືນຂອງບັນດາຂະແໜງການກໍຄືອົງການປົກຄອງທ້ອງຖິ່ນທຸກຂັ້ນ ເຮັດໃຫ້ບັນດາຄາດໝາຍທາງດ້ານເສດຖະກິດມະຫາພາກກໍຄືບັນດາຕົວຊີ້ວັດໃນຂະແໜງການຕ່າງໆທີ່ກໍານົດໄວ້ໃນມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ກ່ຽວກັບແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2019 ໄດ້ຮັບຜົນສໍາເລັດດີພໍສົມຄວນ.

ບົນຈິດໃຈດັ່ງກ່າວ ກອງປະຊຸມສະໄໝສາມັນ ເທື່ອທີ 7 ນີ້ຈະສຸມໃສ່ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນ ຄື: 1). ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2019; 2). ພິຈາລະນາ, ຮັບຮອງບົດລາຍງານຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່ຽວກັບການພັດທະນາຊັບພະຍາກອນມະນຸດທີ່ຕິດພັນກັບການພັດທະນາເສດຖະກິດ – ສັງຄົມໃນໄລຍະໃໝ່ ໂດຍສະເພາະການສ້າງຊັບພະຍາກອນມະນຸດໃຫ້ໄປຕາມຂະແໜງການບຸລິມະສິດ ເປັນຕົ້ນ: ວິຊາການສະເພາະດ້ານ, ໃນສາຂາວິຊາກະສິກໍາ, ຄູ ແລະ ພະຍາບານ ເພື່ອສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; 3). ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານທ່ອງທ່ຽວຕິດພັນກັບການຈັດຕັ້ງປະຕິບັດປີທ່ອງທ່ຽວ ລາວ – ຈີນ ປີ 2019.

4). ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 080/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ; 5). ພິຈາລະນາ, ຮັບຮອງການຊີ້ແຈງຂອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ, ມາດຕະການແກ້ໄຂຕໍ່ໜ້າ ແລະ ການຊີ້ແຈງຂອງລັດຖະມົນຕີກະຊວງກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດກ່ຽວກັບການຟື້ນຟູປ່າໄມ້ ແລະ ປູກປ່າທົດແທນຕິດພັນກັບການນໍາໃຊ້ງົບປະມານຂອງລັດ ກໍຄືຈາກໂຄງການພັດທະນາໄຟຟ້າ – ບໍ່ແຮ່ ແລະ ທຶນຊ່ວຍເຫຼືອຈາກຕ່າງປະເທດ; 6). ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ; 7). ເລືອກຕັ້ງປະທານສານປະຊາຊົນສູງສຸດຕາມການສະເໜີຂອງທ່ານປະທານປະເທດ; 8). ພິຈາລະນາ, ຮັບຮອງບົດລາຍງານຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; 9). ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈໍາສະພາແຫ່ງຊາດໄລຍະ 5 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2019.

ຄຽງຄູ່ກັນນັ້ນ, ຍັງໄດ້ພິຈາລະນາ ແລະ ຮັບຮອງການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 10 ສະບັບ. ໃນນີ້, ຂົງເຂດເສດຖະກິດມີ 6 ສະບັບ ຄື: ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການຕອບໂຕ້ການທຸ້ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ ແລະ ກົດໝາຍວ່າດ້ວຍປ່າໄມ້. ສໍາລັບຂົງເຂດວັດທະນະທໍາ – ສັງຄົມ ມີ 2 ສະບັບ ຄື: ກົດໝາຍວ່າດ້ວຍອາຊີວະສຶກສາ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບົດ, ສ່ວນຂົງເຂດຍຸຕິທໍາ ແລະ ການປົກຄອງມີ 2 ສະບັບ ຄື: ກົດໝາຍວ່າດ້ວຍຄ່າທໍານຽມສານ ແລະ ກົດໝາຍວ່າດ້ວຍເອກະສານ.

 

[ ຂ່າວ: ສົມສະຫວິນ, ຮູບ: ສຸກສະຫວັນ ]