ການສ້າງແຜນຄວາມຕ້ອງການຄູແບບລວມໆ ບັນຫາເຮັດໃຫ້ຄູເຫຼືອບໍ່ພໍ

51

ບັນຫາຄູເຫຼືອບໍ່ພໍແມ່ນເປັນບັນຫາຊໍ້າເຮື້ອມາດົນ ສາເຫດມາຈາກການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ. ທ່ານ ນາງ ແສງເດືືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ສະພາບຄູເຫຼືອບໍ່ພໍ, ຄູອາສາສະໝັກຈຳນວນຫຼາຍ, ນັກຮຽນທີ່ຮຽນຈົບແຕ່ບໍ່ໄດ້ຮັບການບັນຈຸຍັງມີຫຼາຍໃນປັດຈຸບັນ ຄື: ຄູເຫຼືອທັງໝົດ 8.611 ຄົນ, ຄູບໍ່ພໍຈຳນວນ 19.612 ຄົນ ແລະ ຄູອາສາສະໝັກຈຳນວນ 12.267 ຄົນ ຍັງເປັນບັນຫາ ແລະ ສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະ ກີລາ ກໍຄືລັດຖະບານຕ້ອງໄດ້ສືບຕໍແກ້ໄຂ, ການບັນຈຸຄູບໍ່ສອດຄ່ອງກັບຄວາມຕ້ອງການຕົວຈິງ, ຍັງມີລັກສະນະຜູກພັນຕາມສາຍເຄືອຍາດ, ບາງໂຮງຮຽນມີຈຳນວນນັກຮຽນໜ້ອຍລົງແຕ່ຍັງຮັກສາຈຳນວນຄູຄືເກົ່າ; ຜ່ານການກໍ່ສ້າງຄູ ມ.ປາຍ ຈຳກັດສະເພາະຢູ່ບັນດາມະຫາວິທະຍາໄລ ຈຶ່ງເຮັດໃຫ້ຂາດຄູສອນ ມ.ປາຍ ແລ້ວມີການໝູນໃຊ້ຄູ ມ.ຕົ້ນ ໄປສອນ ມ.ປາຍ ແທນ.

ສາເຫດທີ່ພາໃຫ້ເກີດມີຂໍ້ຄົງຄ້າງຂະແໜງການຄູ: ດຳລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177/ລບ ກຳນົດການບັນຈຸລັດຖະກອນຄູ ໂດຍອີງໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ໂດຍບໍ່ໄດ້ຄຳນຶງເຖິງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ; ການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ, ຕົວເລກໂກຕາທີ່ໄດ້ຮັບມີໜ້ອຍກວ່າຈຳນວນຄູທີ່ສູນເສຍໃນຮູບການຕ່າງໆ ເຊັ່ນ: ໂກຕາຄູທີ່ລັດຖະບານອະນຸມັດໃນສົກປີ 2017 – 2018 ມີທັງໝົດ 1.850 ຄົນ, ແຕ່ສູນເສຍ ຈຳນວນ 2.750 ຄົນ ແລະ ໃນສົກປີ 2018 – 2019 ຈຳນວນ 936 ຄົນ, ແຕ່ສູນເສຍຈຳນວນ 3.007 ຄົນ ເຮັດໃຫ້ມີການຮັບເອົາຄູອາສາສະໝັກຕາມຄວາມຈຳເປັນ ແລະ ຂາດເຂີນຄູແທ້ໆ; ການເພີ່ມບາງວິຊາໃນຫຼັກສູດສາມັນຍັງບໍ່ທັນຄວບຄູ່ກັບການກໍ່ສ້າງຄູ ເຊັ່ນ: ວິຊາພື້ນຖານວິຊາຊີບ ແລະ ໄອທີຊີ ຈຶ່ງເຮັດໃຫ້ບໍ່ມີຄູວິຊາດັ່ງກ່າວ ເປັນຕົ້ນແມ່ນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ; ການຂະຫຍາຍຫ້ອງຮຽນ, ໂຮງຮຽນໃນບາງກຸ່ມບ້ານບໍ່ໄປຕາມລະບຽບການ, ການໂຮມບ້ານນ້ອຍເປັນບ້ານໃຫຍ່ແຕ່ຕົວຈິງຍັງໄດ້ຮັກສາໂຮງຮຽນຢູ່ບ້ານໄວ້ຄືເກົ່າ ເພາະນັກຮຽນບໍ່ໄປຮຽນຢູ່ບ້ານໃຫຍ່; ການຕິດຕາມ, ກວດກາ ແລະ ປະເມີນກ່ຽວກັບການບັນຈຸຄູຍັງບໍ່ທັນເປັນລະບົບ ແລະ ຕໍ່ເນື່ອງ.

ທ່ານກ່າວຕື່ມວ່າ: ສຳລັບມາດຕະການແກ້ໄຂບັນຫາຄູເຫຼືອ ແລະ ຄູບໍ່ພໍ ແມ່ນສ້າງ ແລະ ປັບປຸງຄືນບັນດານິຕິກຳກ່ຽວກັບການບັນຈຸ ແລະ ນຳໃຊ້ຄູ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ລວມທັງນິຕິກຳກ່ຽວກັບຄູສັນຍາຈ້າງບ່ອນທີ່ຂາດຄູ ແລະ ຈຳເປັນ; ຈັດສັນ ແລະ ສັບຊ້ອນຄູເຫຼືອ, ຄູບໍ່ພໍຄືນໃໝ່ໃນລະ            ດັບເມືອງ, ນະຄອນ, ນະຄອນຫຼວງ ແລະ ແຂວງ; ສະເພາະຄູການສຶກສາກ່ອນໄວຮຽນ ແລະ ຄູປະຖົມສຶກສາໃຫ້ມີການສັບຊ້ອນຄືນໃໝ່ພາຍໃນເມືອງ ແລະ ໂຮງຮຽນທີ່ໃກ້ຄຽງ; ສຳລັບຄູຊັ້ນມັດທະຍົມສຶກສາທີ່ສອນບໍ່ຄົບຊົ່ວໂມງຕາມກຳນົດໃຫ້ຈັດສັນໄປສອນຊ່ວຍໂຮງຮຽນອື່ນ ຫຼື ໄປສອນເປັນພັນທະໃນໄລຍະໃດໜຶ່ງໃນໂຮງຮຽນທີ່ຂາດຄູ; ດ້ານຄູອາສາສະໝັກ ສ້າງແນະນຳກ່ຽວກັບການຄຸ້ມຄອງການນຳໃຊ້ຄູອາສາສະໝັກທີ່ມີໃນປັດຈຸບັນ; ສຳລັບຜູ້ທີ່ບໍ່ສາມາດສອບເສັງບັນຈຸຄູໄດ້ຖ້າຫາກເປັນຜູ້ທີ່ສອນດີ ແລະ ມີຄວາມປະພຶດດີ ແລະ ເປັນທີ່ຕ້ອງການຂອງໂຮງຮຽນຈະໄດ້ຮັບເປັນບັນຊີບຸລິມະສິດທີ 1 ເພື່ອສັບຊ້ອນບັນຈຸໃນຕໍ່ໜ້າ; ທົບທວນຄືນກ່ຽວກັບການໃຫ້ມີຄູສັນຍາຈ້າງເພື່ອແນໃສ່ແກ້ໄຂບັນຫາການຂາດຄູ ໂດຍສະເພາະຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ; ນັກຮຽນ – ນັກສຶກສາຄູທີ່ຮຽນຈົບໃໝ່ ແລະ ຄູອາສາສະໝັກສາມາດສອບເສັງເປັນຄູສັນຍາຈ້າງໄດ້; ສຳລັບຄູອາສາສະໝັກທີ່ບໍ່ໄດ້ຮັບການບັນຈຸ ແລະ ມີວິຊາສະເພາະບໍ່ສອດຄ່ອງກັບ ຄວາມຕ້ອງການ ຈະໄດ້ລວບລວມເປັນບັນຊີທີ 2 ເພື່ອສົ່ງໄປຍົກລະດັບ ຫຼື ຈະເປັນບັນຊີທີ 3 ສຳລັບຜູ້ທີ່ສະເໜີໄປຮຽນວິຊາຊີບຕາມໂຄງການຂອງການບຳລຸງວິຊາຊີບໄລຍະສັ້ນ ຫຼື ຍາວ; ນັບແຕ່ປີ 2018 ເປັນຕົ້ນໄປໃຫ້ຢຸດຕິການຮັບຄູອາສາສະໝັກຢ່າງເດັດຂາດ, ຍົກເວັ້ນກໍລະນີທີ່ຈຳເປັນ ແລະ ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກີລາ.

ຕໍ່ກັບບັນຫາດັ່ງກ່າວສະມາຊິກສະພາໄດ້ປະກອບຄຳເຫັນວ່າ: ການສຶກສາໂດຍສະເພາະການຮຽນ – ການສອນ ຢູ່ເຂດຫ່າງໄກສອກຫຼີກຫຼາຍບ່ອນຍັງຂາດເຂີນຄູ, ບາງໂຮງຮຽນຄູຄົນດຽວຮັບຜິດຊອບສອນ 2 – 3 ຫ້ອງ, ນັກສຶກສາທີ່ຮຽນຈົບລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກຈາກຕ່າງເທດ ທີ່ມີຄວາມຮູ້ – ຄວາມສາມາດຈົບມາແຕ່ເສັງເຂົ້າລັດຖະກອນບໍ່ໄດ້, ບໍລິສັດເອກະຊົນກໍຮັບໄປເຮັດວຽກເຮັດໃຫ້ພາກລັດກໍເລີຍພາດໂອກາດທີ່ຈະຮັບຄົນທີ່ມີຄວາມຮູ້ – ຄວາມສາມາດມາບັນຈຸໃນອົງການຈັດຕັ້ງລັດ, ສ່ວນຜູ້ທີ່ໄດ້ເຂົ້າລັດພັດແມ່ນຄົນທີ່ພໍ່ໄປເສັງໃຫ້ຈຶ່ງເຮັດໃຫ້ອົງການຈັດຕັ້ງລັດຮັບແຕ່ຄົນບໍ່ມີຄວາມຮູ້ – ຄວາມສາມາດມາພັດທະນາ; ສະເພາະຄູດ້ານອື່ນແມ່ນມີຫຼາຍແຕ່ຄູທີ່ມີວິຊາສະເພາະດ້ານກະສິກຳ ໂດຍສະເພາະຂະແໜງປູກຝັງ, ລ້ຽງສັດ, ຜູ້ທີ່ມີຄວາມຮູ້, ຄວາມສາມາດທີ່ແທ້ຈິງຊ້ຳຜັດມີໜ້ອຍ.