ທີມຊາດລາວ ເສຍຄາບ້ານ ຕໍ່ບັງກະລາເທດ 0-1 ໂອກາດໄປຕໍ່ຮິບຮີ່ ຄັດບານໂລກ2022 ຮອບທຳອິດນັດທີ1

79

ທີມຊາດລາວຊຸດໃຫຍ່ ເປີດບ້ານພົບກັບ ທີມຊາດບັງກະລາເທດ ໃນວັນພະຫັດ 06/06/2019 ເວລາ 18:30 ໂມງ ທີ່ສະຫນາມກິລາແຫ່ງຊາດຫລັກ 16 ໃນການແຂ່ງຂັນບານເຕະໂລກ 2022 ຮອບຄັດເລືອກຮອບທໍາອິດ ແລະ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຫຼື ເອເອັຟຊີ ເອຊຽນ ຄັບ 2023 ຮອບຄັດເລືອກຮອບທໍາອິດ ນັດທິ1 ຜົນປາກົດວ່າ ທີມຊາດລາວເສຍຄາບ້ານແກ່ຜູ້ມາຢາມ0-1.


ບັງກະລາເທດໄດ້ປະຕູຂື້ນນຳຈາກ Robiul Hasan ໃນນາທີ 72 ແລະ ກໍເປັນປະຕູໄຊທີ່ພາໃຫ້ຊະນະທີມຊາດລາວໄປໄດ້.


ເຮັດໃຫ້ຫົນທາງທີ່ທີມຊາດລາວຈະຜ່ານເຂົ້າສູ່ຮອບແບ່ງກຸ່ມໃນການແຂ່ງຂັນບານເຕະໂລກ 2022 ທີ່ປະເທດກາຕາ ຮອບຄັດເລືອກ ແລະ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຫຼື ເອເອັຟຊີ ເອຊຽນ ຄັບ 2023 ຮິບຮີ່. ແຕ່ໂອກາດກໍຍັງມີໃນນັດບຸກໄປຢາມບັງກະລາເທດໃນນັດທີ2 ເຊິ່ງຕ້ອງຊະນະໃຫ້ໄດ້ສະຖານດຽວ.


ຮູບ:ສະຫະພັນບານເຕະແຫ່ງຊາດລາວ Lao Football Federation