ນັກທ່ອງທ່ຽວຈີນ ເຂົ້າມາລາວເພີ່ມຂຶ້ນ 16 %

40

ເພື່ອເຮັດໃຫ້ການທ່ອງທ່ຽວ ລາວ – ຈີນ ໃນປີ 2019 ບັນລຸເປົ້າ ນັກທ່ອງທ່ຽວຈີນ ເຂົ້າມາລາວ ບໍ່ໃຫ້ຫຼຸດ 1 ລ້ານເທື່ອຄົນ ຂະແໜງການປິ່ນອ້ອມນັບແຕ່ສູນກາງລົງຮອດທ້ອງຖິ່ນເລັ່ງແກ້ໄຂ ໂດຍສະເພາະແມ່ນຈຸດອ່ອນຂໍ້ຄົງຄ້າງຫຼາຍດ້ານ. ສະເພາະ 3 ເດືອນຕົ້ນປີ ມີນັກທ່ອງທ່ຽວຈີນ ເຂົ້າມາແລ້ວ 259.205 ຄົນ ທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນເພີ່ມຂຶ້ນ 16% ຄາດວ່າໝົດປີຈະສາມາດບັນລຸຄາດໝາຍ. ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ບາງຕອນກ່າວວ່າ: ຜົນການຈັດຕັ້ງມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 081/ສພຊ ລົງວັນທີ 17 ພະຈິກ 2017 ໂດຍຜ່ານການໂຄສະນາຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັບການຈັດກິດຈະກຳສຳຄັນຕ່າງໆ ຈຶ່ງສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ ສປປ ລາວ ໃນປີ 2018 ຈຳນວນ 4,1 ລ້ານເທື່ອຄົນ .

ເພີ່ມຂຶ້ນ 8,2% ທຽບໃສ່ປີ 2017, ສາມາດສ້າງລາຍຮັບໄດ້ເຖິງ 811 ລ້ານໂດລາ ເພີ່ມຂຶ້ນ 25% ທຽບໃສ່ປີ 2017, ເຖິງວ່າປີ 2018 ບໍ່ໄດ້ຕາມຄາດໝາຍສູ້ຊົນຄືບໍ່ໃຫ້ຫຼຸດ 5 ລ້ານເທື່ອຄົນ ແລະ ສ້າງລາຍຮັບ 900 ລ້ານໂດລາ ກໍຍ້ອນສາເຫດປັດໄຈໃນຕົວ ແລະ ນອກຕົວ, ແຕ່ໂດຍລວມແລ້ວເຫັນວ່າເປັນສິ່ງທີ່ໜ້າເພິ່ງພໍໃຈ ແລະ ອັນສຳຄັນທີ່ສຸດແມ່ນສາມາດສ້າງໄດ້ບັນຍາກາດຟົດຟື້ນຂອງປີທ່ອງທ່ຽວລາວ 2018 ດ້ວຍການມີສ່ວນຮ່ວມຂອງພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ ເພື່ອເປັນການຮອງຮັບປີທ່ອງທ່ຽວ ລາວ – ຈີນ 2019 ເຊິ່ງສະເພາະ 3 ເດືອນຕົ້ນປີ 2019 ການເປີດປີທ່ອງທ່ຽວ ລາວ – ຈີນ ເຫັນວ່າມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວປະເທດລາວ ຈຳນວນ 259.205 ຄົນ ທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນເພີ່ມຂຶ້ນ 16% ຄາດວ່າໝົດປີຈະສາມາດບັນລຸຄາດຫຼາຍບໍ່ໃຫ້ຫຼຸດ 1 ລ້ານເທື່ອຄົນ.

ທ່ານກ່າວຕື່ມວ່າ: ຜ່ານການຈັດຕັ້ງວຽກງານການທ່ອງທ່ຽວແມ່ນມີດ້ານອ່ອນ ຄື: ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃນຂົງເຂດວຽກງານການທ່ອງທ່ຽວຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງວຽກງານ, ສິ່ງທີ່ມີແລ້ວກໍບໍ່ທັນໄດ້ຮັບການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ເລິກເຊິ່ງເທົ່າທີ່ຄວນ ຈຶ່ງເຮັດໃຫ້ຄວາມເຂົ້າໃຈ ແລະ ການປະສານງານຕ່າງໆຍັງບໍ່ທັນມີ ຄວາມເປັນເອກະພາບ ແລະ ພົບກັບ ຄວາມຫຍຸ້ງຍາກຫຼາຍຢ່າງ ເຊັ່ນ: ການເກັບຄ່າບໍລິການ, ຄ່າທຳນຽມຍັງບໍ່ເປັນເອກະພາບ, ການເອື້ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການເຂົ້າ – ອອກຜ່ານດ່ານ, ການເດີນທາງໄປຫາແຫຼ່ງທ່ອງທ່ຽວ ແລະ ການເຂົ້າຊົມແຫຼ່ງທ່ອງທ່ຽວຕ່າງໆຍັງຫຍຸ້ງຍາກ ແລະ ບໍ່ທັນໄດ້ຮັບການປັບປຸງໄວເທົ່າທີ່ຄວນ; ດ້ານພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ແລະ ແຫຼ່ງທ່ອງທ່ຽວຕ່າງໆບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ ເປັນຕົ້ນແມ່ນເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວຍັງຫຍຸ້ງຍາກ ແລະ ຫຼາຍແຫຼ່ງເຂົ້າເຖິງໄດ້ແຕ່ລະດູແລ້ງ, ເສັ້ນທາງເຊື່ອມຕໍ່ທາງບົກ ແລະ ສາຍການບິນໂດຍກົງກັບຕະຫຼາດເປົ້າໝາຍທາງໄກຍັງມີໜ້ອຍ, ກິດຈະກຳການທ່ອງທ່ຽວບໍ່ມີ ຄວາມຫຼາກຫຼາຍ ແລະ ຜະລິດຕະພັນທີ່ໃໝ່ໆກໍຍັງມີໜ້ອຍ; ການເປັນເຈົ້າການຂອງບັນດາຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຈຳນວນໜຶ່ງຍັງບໍ່ທັນເປັນເຈົ້າພາບທີ່ດີ ເຊັ່ນ: ການຕ້ອນຮັບ, ການບໍລິການບາງຄັ້ງຍັງສວຍໂອກາດຂຶ້ນລາຄາໃນງານເທດສະການຕ່າງໆ, ການຮັກສາຄວາມສະອາດ ແລະ ການປົກປັກຮັກສາສິ່ງແວດລ້ອມຍັງບໍ່ທັນໄດ້ດີເທົ່າທີ່ຄວນ; ການໂຄສະນາບໍ່ມີ ຄວາມຫຼາກຫຼາຍ ແລະ ບໍ່ກວ້າງຂວາງ ເປັນຕົ້ນການຈັດກິດຈະກຳ ແລະ ງານເທດສະການຢູ່ພາຍໃນປະເທດ ລວມໄປເຖິງການໂຄສະນາໂດຍນຳໃຊ້ສື່ຕ່າງໆ ແລະ ຍັງບໍ່ທັນເຂົ້າເຖິງກຸ່ມເປົ້າໝາຍຢ່າງທ່ອງເຖິງ; ບຸກຄະລາກອນ ແລະ ງົບປະມານມີຂອບຈຳກັດຍັງບໍ່ທັນສາມາດຕອບສະໜອງໃຫ້ການພັດທະນາວຽກງານທ່ອງທ່ຽວເທົ່າທີ່ຄວນ.

ສຳລັບສາເຫດທີ່ໃຫ້ມີດ້ານອ່ອນ ແມ່ນຍ້ອນສະພາບການສາກົນ ແລະ ພາກພື້ນບາງຄັ້ງບໍ່ເອື້ອອຳນວຍໃຫ້ແກ່ການເຊື່ອມໂຍງດ້ານການທ່ອງທ່ຽວດີເທົ່າທີ່ຄວນ; ປີຜ່ານມາປະເທດເຮົາເກີດມີໄພພິບັດທີ່ຮ້າຍແຮງໃນຂອບເຂດທົ່ວປະເທດ; ສະພາບເສດຖະກິດພາຍໃນຍັງມີຄວາມຫຍຸ້ງຍາກຫົວໜ່ວຍການຜະລິດຍັງມີໜ້ອຍ, ການນຳເຂົ້າເຄື່ອງອຸປະໂພກບໍລິໂພກຈາກຕ່າງປະເທດຍັງມີລັກສະນະໜັກໜ່ວງ; ການປັບປຸງກົນໄກການປະສານງານລະຫວ່າງສູນກາງ, ທ້ອງຖິ່ນຂະແໜງການຕ່າງໆຂອງພາກລັດ ແລະ ພາກທຸລະກິດກໍຍັງບໍ່ທັນໄດ້ດີເທົ່າທີ່ຄວນ ຍັງພາໃຫ້ເປັນສິ່ງອັດຕັນການທ່ອງທ່ຽວຂອງລາວເຮົາຈຳນວນໜຶ່ງ.

ຕໍ່ກັບບັນຫາດັ່ງກ່າວສະມາຊິກສະພາ ( ສສຊ ) ໄດ້ໃຫ້ຄຳເຫັນສະເໜີວ່າ: ຕ້ອງມີການປັບປຸງການຄຸ້ມຄອງດ້ານລາຄາ, ສິນຄ້າ, ການບໍລິການ, ໂຮງແຮມ, ເຮືອນພັກ, ຄ່າຄອງຊີບ, ການເກັບຄ່າຜ່ານປະຕູເຂົ້າແຫຼ່ງທ່ອງທ່ຽວທີ່ຍັງບໍ່ເປັນເອກະພາບກັນ, ຕ້ອງກວດກາຄືນບັນດາໂຄງການພັດທະນາແຫຼ່ງທ່ອງທ່ຽວທີ່ມີການອະນຸດມັດ ໂດຍສະເພາະແມ່ນໂຄງການພັດທະນາແຫຼ່ງທ່ອງທ່ຽວໃໝ່ຢູ່ຟາກທິດຕາເວັນຕົກເມືອງວັງວຽງ ວ່າເຮົາຈະໄດ້ຫຍັງຈາກໂຄງການດັ່ງກ່າວ; ສະເພາະວັງວຽງ ແມ່ນເປັນເມືອງທ່ອງທ່ຽວທຳມະຊາດ. ດັ່ງນັ້ນ, ໃຫ້ເບິ່ງຄືນເພາະປັດຈຸບັນມີໂຮງງານຜະລິດຊີມັງ ຈຳນວນ 3 ແຫ່ງ. ດັ່ງນັ້ນ, ອາດເຮັດໃຫ້ເມືອງວັງວຽງ ມີມົນລະພິດ; ໃຫ້ແກ້ໄຂຈຸດບໍລິການກໍຄືການອຳນວຍຄວາມສະດວກຕ່າງໆຢູ່ດ່ານຊາຍແດນ ເມື່ອນັກທ່ອງທ່ຽວຕ່າງປະເທດທີ່ຈະເຂົ້າມາລາວ.