ປະຊາຊົນບ້ານພະໂພມອບສັດປ່າປະເພດຫວງຫ້າມ ຄືນສູ່ການຄຸ້ມຄອງຂອງລັດເພື່ອປ່ອຍສູ່ທຳມະຊາດ

90

ໃນຕອນເຊົ້າວັນທີ 4 ມິຖຸນາ 2019, ຢູ່ຫ້ອງການກອງກວດກາປ່າໄມ້, ບ້ານໜອງນໍ້າຂາວ ຫຼັກ 11 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ຈັດພິທີມອບ – ຮັບ ສັດປ່າປະເພດຫວງຫ້າມ ບັນຊີ 1 ເຊິ່ງແມ່ນໝີຄວາຍ ຫຼື ເໝືອຍ ຈຳນວນ 1 ໂຕ ແລະ ສັດປ່າປະເພດຄຸ້ມຄອງ ບັນຊີ 2 ໄດ້ແກ່ ລີງ ຈຳນວນ 2 ໂຕ ໃຫ້ຄືນສູ່ການຄຸ້ມຄອງຂອງລັດ, ໂດຍກ່າວມອບໂດຍທ່ານ ພີມພອນ ແກ້ວພອນຈັນ ປະຊາຊົນບ້ານພະໂພ ເມືອງປະທຸມພອນ ແຂວງຈຳປາສັກ ແລະ ກ່າວ ຮັບໂດຍກອງກວດກາປ່າໄມ້ແຂວງຈຳປາສັກ.

ສັດປ່າປະເພດຫວງຫ້າມເຫລົ່ານີ້ ຈະໄດ້ມອບຕໍ່ໃຫ້ສວນສັດແຂວງຫຼວງພະບາງເປັນຜູ້ນຳໄປບໍາບັດ ແລະ ປ່ອຍຄືນສູ່ປ່າສະຫງວນທຳມະຊາດຕໍ່ໄປ, ຕາມຂໍ້ຕົກລົງເຫັນດີຂອງກົມກອງກວດກາປ່າໄມ້. ສັດປ່າຫວງຫ້າມທີ່ນຳມາມອບໃນຄັ້ງນີ້ ປະກອບມີໜີຄວາຍ ຫຼື ເໝືອຍ 1 ໂຕ, ເພດແມ່, ອາຍຸ 4 ປີ, ແລະ ນໍ້າໜັກ 25 ກີໂລ; ສ່ວນລີງ ຈຳນວນ 2 ໂຕນັ້ນ ເປັນເພດຜູ້ 1 ໂຕ, ແລະ ເພດແມ່ ອີກ 1 ໂຕ ອາຍຸ 5 ປີ ເຊີ່ງສັດປ່າຈຳນວນນີ້, ໃນເມື່ອກ່ອນແມ່ນຢູ່ໃນການຄຸ້ມຄອງຂອງທ່ານ ພີມພອນ, ປະຊາຊົນບ້ານພະໂພ, ເປັນຜູ້ຊື້ຈາກປະຊາຊົນມາລ້ຽງໄວ້.

ແຕ່ດ້ວຍຄວາມຕື່ນຕົວສະໝັກໃຈປະຕິບັດຕາມກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າຂອງລັດຖະບານ, ທ່ານ ພິມພອນ ຈຶ່ງໄດ້ຕັດສິນໃຈມາມອບສັດປ່າປະເພດຫວງຫ້າມຈຳນວນດັ່ງກ່າວ ຄືນໃຫ້ລັດຄຸ້ມຄອງ ເພື່ອນຳໄປປ່ອຍສູ່ທຳມະຊາດ. ໃນພິທີມອບ – ຮັບສັດປ່າຫວງຫ້າມໃນຄັ້ງນີ້, ທ່ານ ກັນຫາ ແກ້ວບົວລະພາ, ຮອງຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ໄດ້ຂື້ນມີຄຳເຫັນໂດຍເນັ້ນໃຫ້ທຸກພາກສ່ວນເຂົ້າໃຈກ່ຽວກັບກົດໝາຍການຄຸ້ມຄອງສັດນໍ້າ ແລະ ສັດປ່າ ແລະ ທັງຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ມີສັດປ່າປະເພດຫວງຫ້າມໄວ້ໃນການຄອບຄອງ ຫຼື ລ້ຽງໄວ້ໂດຍບໍ່ໄດ້ຮັບອະນຸຍາດນັ້ນ ໃຫ້ຕື່ນຕົວນຳມາມອບຄືນໃຫ້ລັດເພື່ອຈະໄດ້ນຳໄປປ່ອຍຄືນສູ່ທຳມະຊາດຕໍ່ໄປ.

ເຂົ້າຮ່ວມພິທີມອບ-ຮັບສັດປ່າດັ່ງກ່າວ, ຍັງມີເຈົ້າໜ້າທີ່ຈາກກົມປ່າໄມ້, ພະແນກກະສີກຳ – ປ່າໄມ້ແຂວງ, ກອງກວດກາປ່າໄມ້, ຫ້ອງການກະສີກຳປ່າໄມ້ເມືອງປະທຸມພອນ, ພ້ອມດ້ວຍ ຜູ້ຈັດການ ແລະ ພະນັກງານສວນສັດແຂວງຫຼວງພະບາງ(Free The bears), ແລະ ຜູ້ຕາງໜ້າຈາກອຳນາດການປົກຄອງທີ່ກ່ຽວຂ້ອງອີກຈຳນວນໜື່ງ.
ທີ່ມາ:Lao National Radio