ພົນເອກປະຍຸດ ຈັນໂອຊາ ຊະນະຄະແນນໂຫວດເລືອກນາຍົກ ເໜືອທະນາທອນ ຈິງຣຸ່ງເຣືອງກິດ

86

ການປະຊຸມລັດຖະສະພາຂອງປະເທດໄທເມື່ອວັນທີ5 ມິຖຸນາ 2019 ເປັນທີ່ຕິດຕາມຂອງປະຊາຄົມໂລກ ເພາະເປັນການລົງຄະແນນສຽງເລືອກນາຍົກລັດຖະມົນຕີ ລະຫວ່າງ ທ່ານພົນເອກປະຍຸດ ຈັນໂອຊາ ກັບ ທ່ານ ທະນາທອນ ຈິງຣຸ່ງເຣືອງກິດ ຈາກພັກອະນາຄົດໃໝ່ ຫຼັງຈາກທີ່ຜ່ານການເລືອກຕັ້ງມາດົນ.

ກ່ອນທີ່ຈະມີການລົງຄະແນນສຽງກໍມີການອະພິປາຍຄຸນສົມບັດບຸກຄົນທີ່ຈະເປັນນາຍົກ ເຊິ່ງກິນເວລາເຖິງ10ໂມງ30ນາທີ. ຈາກນັ້ນກໍເລີ່ມເຂົ້າສູ່ການລົງຄະແນນສຽງໂຫວດເລືອກນາຍົກລັດຖະມົນຕີ ແບບເປີດເຜີຍ ເຊິ່ງບຸກຄົນທີ່ຈະເປັນນາຍົກຕ້ອງໄດ້ຄະແນນສຽງບໍ່ໜ້ອຍກວ່າ375ສຽງ.

ຜ່ານການລົງຄະແນນສຽງປາກົດວ່າ ທ່ານ ພົນເອກປະຍຸດ ຈັນໂອຊາ ໄດ້500 ສຽງ, ທ່ານທະນາທອນ ຈິງຣຸ່ງເຣືອງກິດ ໄດ້244ສຽງ.


ອີງຕາມຂ່າວສົດອອນລາຍຂອງໄທໃຫ້ຮູ້ວ່າ: ໃນຈຳນວນ500ສຽງທີ່ສະໜັບສະໜູນທ່ານພົນເອກ ປະຍຸດ ຈັນໂອຊາ ມາຈາກສຽງສວ 249ສຽງ,ພັກພະລັງປະຊາລັດ 116 ສຽງ,ພັກປະຊາທິປັດ51 ສຽງ,ພັກພູມໃຈໄທ 50,ພັກຊາດໄທພັດທະນາ10ສຽງ,ພັກພະລັງປະຊາຊາດໄທ 5ສຽງ, ພັກຊາດພັດທະນາ 3 ສຽງ,ພັກພະລັງທ້ອງຖິ່ນໄທ3ສຽງ, ພັກຮັກຜ່ານປ່າປະເທດໄທ 2 ສຽງ,ພັກປະຊາ່ຊົນປະຕິຮູບ 1ສຽງ ແລະ 10ພັກນ້ອຍໆອີກ10 ສຽງ.

ສ່ວນ 244 ສຽງທີ່ສະໜັບສະໜູນ ທ່ານທະນາທອນ ໄດ້ຈາກພັກເພື່ອໄທ136 ສຽງ,ພັກອະນາຄົດໃໝ່79 ສຽງ,ພັກເສລິລວມໄທ10ສຽງ, ພັກປະຊາຊາດ7 ສຽງ,ພັກເສດຖະກິດໃໝ່6ສຽງ,ພັກເພື່ອຊາດ 5 ສຽງ ແລະພັກພະລັງປວງຊົນໄທ1 ສຽງ.