ສປປ ລາວ ແລະ ຕີມໍ-ເລສເຕ ເພີ່ມທະວີການຮ່ວມມືສອງຝ່າຍ

56

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌, (Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດປະຊາທິປະໄຕ ຕີມໍ-ເລສເຕ.

ໃນວັນທີ 6 ມິຖຸນາ 2019, ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ ພ້ອມດ້ວຍຄະນະ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດຂອງທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ແລະ ຄະນະ ໃນຄັ້ງນີ້, ພາຍຫຼັງທີ່ໄດ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ຂອງ ຕີມໍ-ເລສເຕ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວສູງຂຶ້ນຕື່ມອີກກ້າວໜຶ່ງ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ລາວ ແລະ ຕີມໍ-ເລສເຕ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າຕະຫຼອດໄລຍະ 17 ກວ່າປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ນັບແຕ່ວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳສອງປະເທດ, ການໃຫ້ການສະໜັບສະໜູນຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ຢ່າງສະເໝີຕົ້ນສະເໝີປາຍ.

ການຮ່ວມມືສອງຝ່າຍທາງດ້ານການຄ້າ-ການລົງທຶນ ເຫັນວ່າ ຍັງມີຂໍ້ຈຳກັດ, ສອງຝ່າຍຈຶ່ງສະແດງຄວາມຍິນຈະສືບຕໍ່ຊຸກຍູ້ໃຫ້ມີການຮ່ວມມືກັນຫຼາຍຂຶ້ນ ເປັນຕົ້ນແມ່ນ ການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ, ຂະແໜງການອຸດສາຫະກຳ, ຂະແໜງການປູກຝັງ ແລະ ລ້ຽງສັດ, ການຂົນສົ່ງສິນຄ້າ, ແຮງງານ, ການທ່ອງທ່ຽວ, ການຝຶກອົບຮົມວິຊາຊີບ, ການພົບປະແລກປ່ຽນຂອງພາກທຸລະກິດ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ອື່ນໆ, ພ້ອມທັງສືບຕໍ່ຄົ້ນຄວ້າທ່າແຮງບົ່ມຊ້ອນຂອງສອງຝ່າຍ ເພື່ອຮ່ວມມືກັນໃນອະນາຄົດ ເປັນຕົ້ນແມ່ນ ການແລກປ່ຽນຄວາມຮູ້ດ້ານການປະມົງ, ການຂຸດຄົ້ນນໍ້າມັນ ແລະ ອາຍກາສ, ການປູກກາເຟ ແລະ ເຂົ້າ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ການບິນ ເພື່ອສົ່ງເສີມໃຫ້ມີການໄປມາຫາສູ່ກັນ ແລະ ຮັດແໜ້ນຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊົນຂອງທັງສອງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດສັນຍາທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ.
ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງສອງຝ່າຍ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ໃຫ້ກັນຊາບ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕໍ່ເຫດການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳ ນ້ອຍແຕກ, ລວມມູນຄ່າ 750,000 ໂດລາ ສະຫະລັດ, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຢູ່ໃນເຂດດັ່ງກ່າວ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ; ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຍິນດີທີ່ ຕີມໍ-ເລສເຕ ມີແຜນຈະຈັດພິທີສະເຫຼີມສະຫຼອງວັນຄົບຮອບ 20 ປີ ແຫ່ງການລົງປະຊາມະຕິຂອງປະຊາຊົນຕີມໍ-ເລສເຕ ໃນທ້າຍເດືອນ ສິງຫາ 2018 ນີ້ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ ຕີມໍ-ເລສເຕ ຍາດມາໄດ້ຕະຫຼອດໄລຍະ 20 ກວ່າປີ ພາຍຫຼັງທີ່ແຍກຕົວເປັນເອກະລາດ, ຊຶ່ງເຫັນໄດ້ຈາກປະເທດຊາດໄດ້ຮັບການພັດທະນາເປັນກ້າວໆ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບສຸກ ແລະ ມີສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ບົດບາດຂອງ ຕີມໍ-ເລສເຕ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ຊຶ່ງຈະເປັນປະຖົມປັດໄຈອັນສຳຄັນ ເພື່ອເຮັດໃຫ້ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນໃນອະນາຄົດ.
ຕໍ່ກັບປະເດັນນີ້, ໃນໄລຍະຜ່ານມາ ສປປ ລາວ ກໍ່ໄດ້ໃຫ້ການສະໜັບສະໜູນ ຕີມໍ-ເລສເຕ ຢ່າງຕໍ່ເນື່ອງໃນການສະໝັກເຂົ້າເປັນສະມາຊິກອາຊຽນໃນຂະບວນການຕ່າງໆ. ໃນຕອນທ້າຍ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ແລະ ຄະນະ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ໃຫ້ການຊ່ວຍເຫຼືອປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ-ເລສເຕ ໃນໄລຍະຜ່ານມາ, ພ້ອມທັງ ສະແດງຍິນດີສືບເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຕີມໍ-ລາວ ລາວ-ຕີມໍ.

ຂ່າວ;ພາບ: ກົມຂ່າວກະຊວງການຕ່າງປະເທດ