ສ່ວນຕ່າງອັດຕາແລກປ່ຽນໃນ ແລະນອກທະນາຄານບັນຫາເຜັດຮ້ອນທີ່ຫຼາຍຄົນຢາກຮູ້

0
288

ການແລກປ່ຽນເງິນຕາກາຍເປັນບັນຫາໜຶ່ງຂອງປະຊາຊົນ ພາຍຫຼັງລັດຖະບານຈຳກັດວົງເງິນການແລກປ່ຽນເງິນອອກຈາກທະນາຄານ, ຫຼາຍປີມານີ້ມີຫາງສຽງກ່ຽວກັບຄວາມຫຍຸ້ງຍາກໃນການແລກເງິນຕາຕ່າງປະເທດ ເນື່ອງຈາກມີຄວາມແຕກໂຕນກັນຫຼາຍລະຫວ່າງທະນາຄານ ແລະຮ້ານທົ່ວໄປ.

ປະຊາຊົນຜູ້ທີ່ມີຄວາມຈຳເປັນນຳໃຊ້ເງິນຕາຕ່າງປະເທດຈະຮັບຮູ້ກັນດີວ່າ ພາຍຫຼັງລັດຖະບານຈຳກັດ ທະນາຄານທຸລະກິດໃນການເອົາເງິນອອກ ທັ້ງນີ້ຍ້ອນເງິນກີບອ່ອນຄ່າຖ້າທຽບໃສ່ໂດລາ ແລະເງິນບາດ, ບັນຫາທີ່ພົບເຫັນເລື້ອຍແມ່ນເວລາຊື້ລົດ, ແລກປ່ຽນຊື້-ຂາຍສິດນຳໃຊ້ທີ່ດິນ, ເຄື່ອງຂອງທີ່ມີມູນຄ່າສູງຕ້ອງໃຊ້ເງິນໂດລາ ແລະບາດຊຳລະ ແຕ່ປະຊາຊົນພັດມີລາຍຮັບ ແລະເງິນສະສົມເປັນເງິນກີບ ຕ້ອງແລກເງິນຕາຕ່າງປະເທດກ່ອນເອົາເງິນໄປຈ່າຍ ເຊິ່ງແນ່ນອນທະນາຄານທຸລະກິດທຸກແຫ່ງມີເລດເງິນຕິດຢູ່ແຕ່ບໍ່ສາມາດແລກປ່ຽນໄດ້ ຕ້ອງຫາແລກຕາມຮ້ານທົ່ວໄປທີ່ມີອັດຕາສູງກວ່າ ສ້າງຄວາມຫຍຸ້ງຍາກ ແລະປະຊາຊົນເສຍປຽບຫຼາຍ.

 

ຕໍ່ບັນຫາການຄຸ້ມຄອງເງິນຕາທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 5 ມິຖຸນານີ້ວ່າ ລັດຖະບານໄດ້ດຳເນີນໄປຢ່າງຮັດກຸມສົມຄວນ ແລະ ສາມາດຮັກສາໄດ້ ອັດຕາເງິນເຟີ້ ສະເລ່ຍໃນລະດັບ 1,5 % (ມະຕິສະພາໝົດປີ ບໍ່ເກີນ 5%), ປະລິມານເງິນ M2 ຢູ່ໃນລະດັບ 9 % (ມະຕິສະພາສະເລ່ຍບໍ່ເກີນ 20%), ເງິນກີບ ທຽບເງິນໂດລາສະຫະລັດ ສະເລ່ຍອ່ອນຄ່າ 0,4 % ແລະ ເງິນກີບທຽບກັບເງິນບາດ ອ່ອນຄ່າ 3,4% ທຽບໃສ່ທ້າຍປີຜ່ານມາ (ມະຕິສະພາ ±5%).

ສຳລັບສ່ວນຕ່າງລະຫວ່າງອັດຕາແລກປ່ຽນທະນາຄານທຸລະກິດ ແລະຕະຫຼາດ ສໍາລັບເງິນກີບ ທຽບໃສ່ເງິນໂດລາ ສະເລ່ຍຢູ່ໃນລະດັບ 1,7% ແລະ ເງິນກີບທຽບໃສ່ເງິນບາດ ສະເລ່ຍຢູ່ໃນລະດັບ 0,4 %.

ຢ່າງໃດກໍ່ຕາມ ໃນປະເດັນດ່ັງກ່າວ ທ່ານ ນາງວາລີ ເວດສະພົງ ສະມາຊິກສະພາເຂດ1 ນະຄອນຫຼວງວຽງຈັນມີຄຳເຫັນວ່າ ຕາບໃດທີ່ທະນາຄານທຸລະກິດບໍ່ສາມາດຄຸ້ມຄອງລະບົບການເງິນໃນມືຂອງຕົນບັນຫານີ້ຍັງຈະຫຍຸ້ງຍາກຕໍ່ໄປ ເນື່ອງຈາກຄວາມແຕກຕ່າງລະຫວ່າງເລດເງິນຢູ່ທະນາຄານ ແລະຮ້ານແລກປ່ຽນທົ່ວໄປແຕກໂຕນກັນເຖິງ 6-7% ຕາມສະພາບຄວາມເປັນຈິງທີ່ພົບເຫັນ.

ມີຫຼາຍສະມາຊິກສະພາຫຼາຍທ່ານກໍມີຄວາມເຫັນຄ້າຍຄືກັນວ່າ ຄວນມີການຄຸ້ມຄອງທີ່ຮັດກຸມກວ່ານີ້ ເພື່ອບໍ່ໃຫ້ອັດຕາແລກປ່ຽນແຕກຕ່າງກັນຫຼາຍ ຖ້າຫາກຍັງບໍ່ສາມາດແກ້ໄຂບັນຫາການແລກຊື້ເງິນຕາຕ່າງປະເທດອອກຈາກທະນາຄານທຸລະກິດໄດ້.

LEAVE A REPLY

Please enter your comment!
Please enter your name here