ຫົວເຫວີ່ຍຮ່ວມມືບໍລິສັດຣັດເຊຍ ພັດທະນາໂຄງຂ່າຍ 5G ຫຼັງຖືກອາເມຣິກາແບນ

66

ບໍລິສັດຫົວເຫວີ່ຍຈັບມືກັບບໍລິສັດໃນຣັດເຊຍຮ່ວມກິດຈະກໍາໂຄງຂ່າຍ 5G ຂະນະທີ່ ປະທານປະເທດສີ ຈິ້ນຜິງ ແລະ ປະທານາທິບໍດີວະລາດິເມຍ ປູຕິນ ຕົກລົງບໍ່ໃຊ້ສະກຸນເງິນໂດລາເຮັດການຄ້າກັນ.

ສໍານັກຂ່າວຊິນຫົວ ຂອງຈີນ ລາຍງານ ວ່າ ປະທານປະເທດສີ ຈິ້ນຜິງ ຜູ້ນໍາຂອງຈີນ ເດີນທາງຢ້ຽມຢາມປະເທດຣັດເຊຍ ເພື່ອພົບປະກັບ ທ່ານວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ເຊິ່ງປີນີ້ ຄົບຮອບ 70 ປີ ຂອງຄວາມສໍາພັນທາງການທູດລະຫວ່າງ ຈີນ ແລະ ຣັດເຊຍ.

ในภาพอาจจะมี หน้าจอ และสถานที่ในร่ม

ໂດຍໃນວັນພຸດ ທີ 5 ມິຖຸນາ ຫົວເຫວີ່ຍບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງປະເທດຈີນ ໄດ້ລົງນາມຂໍ້ຕົກລົງກັບບໍລິສັດເອັມທີເອັສ (MTS) ຜູ້ໃຫ້ບໍລິການເຄືອຂ່າຍໂທລະສັບມືຖືຊັ້ນນໍາຂອງຣັດເຊຍແລ້ວ ທັງນີ້ ຜູ້ນໍາທັງ 2 ຝ່າຍຍັງ ໄດ້ຕົກລົງຮ່ວມກັນ ວ່າ ຈະພັດທະນາຄວາມສໍາພັນທາງການຄ້າແບບທະວີພາຄີ ໂດຍໃຊ້ເງິນສະກຸນຢວນ ແລະ ຣູເບິລ ບໍ່ໃຊ້ເງິນໂດລາຂອງສະຫະລັດ ອາເມຣິກາ.

ในภาพอาจจะมี 2 คน

ກ່ອນໜ້ານີ້, ບໍລິສັດຫົວເຫວີ່ຍຖືກ ປະທານາທິບໍດີໂດນັລ ທຣໍາ ສັ່ງແບນທາງອ້ອມ ດ້ວຍການບໍ່ໃຫ້ບໍລິສັດກູເກິລຂາຍອຸປະກອນໄຮເທັກໃຫ້ກັບຫົວເຫວີ່ຍ ໂດຍອ້າງວ່າ ສິນຄ້າຂອງຫົວເຫວີ່ຍເປັນໄພຕໍ່ຄວາມໝັ້ນຄົງ ເພາະສົງໄສວ່າ ຈີນຈະໃຊ້ອຸປະກອນຂອງຫົວເຫວີ່ຍສອດແນມ ເຊິ່ງທາງຫົວເຫວີ່ຍຢືນຢັນວ່າ “ບໍ່ເປັນຄວາມຈິງ” ແຕ່ຄວາມຂັດແຍ່ງນີ້ ກໍ່ລຸກລາມກາຍເປັນສົງຄາມການຄ້າ ລະຫວ່າງ ຈີນ ແລະ ສະຫະລັດ ທີ່ທົ່ວໂລກຕ້ອງຕິດຕາມຢ່າງໃກ້ຊິດ ແລະ ຕັ້ງຮັບກັບຜົນກະທົບ.

ในภาพอาจจะมี 4 คน, คนที่ยิ้ม