ຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ຈະເລີ່ມປະຕິບັດຂັ້ນ ປ 1 ໃນເດືອນກັນຍານີ້

101

ສົກຮຽນໃໝ່ 2019 – 2020 ຊັ້ນ ປ 1 ໃນຂອບເຂດທົ່ວປະເທດຈະໄດ້ນຳໃຊ້ຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ທີ່ນຳໃຊ້ຫຼັກການສອນແບບໃໝ່ ທີ່ຈະຊ່ວຍປັບປຸງຜົນການຮຽນຂອງເດັກຊັ້ນປະຖົມໃຫ້ມີຄຸນນະພາບຍິ່ງຂຶ້ນ ໂດຍໄລຍະເດືອນກໍລະກົດ – ສິງຫາ ແມ່ນຈະສຸມໃສ່ຝຶກອົບຮົມໃນການນຳໃຊ້ຫຼັກສູດດັ່ງກ່າວໃຫ້ກັບຄູໃນຂອບເຂດທົ່ວປະເທດ. ວັນທີ 5 ມິຖຸນາ 2019 ກະຊວງສຶກສາທິການ ແລະ ກີລາ ໄດ້ຈັດພິທີປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ຢ່າງເປັນທາງການ ທີ່ໂຮງຮຽນປະຖົມສົມບູນທົ່ງກາງ ເມືອງສີສັດຕະນາກ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ. ປອ. ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ຄຳເພົາ ເອີນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ປອ. ນາງ ຊາແມນ ສະໂຕນ ທູດຮັບຜິດຊອບວຽກງານແມ່ຍິງ ແລະ ເດັກຍິງຂອງ ອົສຕຣາລີ ປະຈຳລາວ, ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ, ຄູ – ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ທ່ານ ຮສ. ປອ. ກອງສີ ແສງມະນີ ໄດ້ກ່າວວ່າ: ໃນໄລຍະ 4 ປີຜ່ານມານີ້ ກະຊວງສຶກສາທິການ ແລະ ກີລາ ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ໂດຍຄຽງຄູ່ກັບການຜະລິດສື່ການຮຽນ – ການສອນແບບໃໝ່ ແລະ ໄດ້ມີການວາງແຜນຝຶກອົບຮົມຄູປະຈຳການໃນຂອບເຂດທົ່ວປະເທດ. ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແລະ ເປັນບຸລິມະສິດໃນແຜນພັດທະນາຂະແໜງສຶກສາທິການ ແລະ ກີລາ ເພື່ອເຮັດໃຫ້ຫຼັກສູດດັ່ງກ່າວມີຄວາມທັນສະໄໝຂຶ້ນ ແລະ ໄດ້ມາດຕະຖານໃນຂອບເຂດທົ່ວປະເທດໂດຍທຽບໃສ່ພາກພື້ນ ແລະ ສາກົນ.

ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ນີ້ ຈະເລີ່ມຕົ້ນຝຶກອົບຮົມໃຫ້ແກ່ຄູຝຶກຫຼັກແຫຼ່ງຈຳນວນ 60 ທ່ານ ແລະ ຈະໄດ້ຝຶກໃຫ້ຄູຝຶກຂັ້ນແຂວງ 18 ທີມ ຈຳນວນ 611 ທ່ານ ແລະ ເລີ່ມຝຶກຕັ້ງແຕ່ເດືອນກໍລະກົດ ຈົນເຖິງເດືອນສິງຫາ ເພື່ອນຳໄປຝຶກໃຫ້ຄູ ຊັ້ນ ປ 1, ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດກວ່າ 16 ພັນຄົນ. ໃນນັ້ນ, ພະແນກສຶກສາທິການ ແລະ ກີລາແຂວງ ຈະປະສານກັບຫ້ອງການສຶກສາທິການ ແລະ ກີລາແຕ່ລະເມືອງໃນການວາງແຜນຝຶກອົບຮົມ. ພ້ອມກັນນັ້ນ, ໃນຕົ້ນເດືອນມິຖຸນານີ້ ຈະໄດ້ເລີ່ມຂົນສົ່ງປຶ້ມແບບຮຽນຈຳນວນ 8 ແສນກວ່າເຫຼັ້ມ, ຄູ່ມືຄູຈຳນວນ 1 ແສນກວ່າເຫຼັ້ມ ແລະ ພ້ອມດ້ວຍກ່ອງອຸປະກອນການຮຽນ – ການສອນຈຳນວນ 9 ພັນ ກວ່າກ່ອງ ສຳລັບຂັ້ນ ປ 1 ເພື່ອໃຫ້ເຖິງ 148 ເມືອງ ເພື່ອແຈກຢາຍໃຫ້ບັນດາໂຮງຮຽນປະຖົມສຶກສາທົ່ວປະເທດກ່ອນການເປີດສົກຮຽນໃໝ່ ແລະ ເລີ່ມປະຕິບັດໃນເດືອນກັນຍາ 2019 ນີ້.

ທ່ານ ປອ. ນາງ ຊາແມນ ສະໂຕນ ໄດ້ກ່າວວ່າ: ຫຼັກສູດປະຖົມສຶກສາສະບັບປັບປຸງໃໝ່ນີ້ແມ່ນການປະຕິຮູບອັນສຳຄັນ ເພື່ອບັນລຸການປັບປຸງຄຸນນະພາບການສຶກສາໃນ ສປປ ລາວ. ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ແມ່ນໝາຍເຖິງວິທີການຮຽນ – ການສອນແບບໃໝ່ ນັກຮຽນຈະໄດ້ໃຊ້ອຸປະກອນການຮຽນ – ການສອນຫຼາຍຢ່າງທີ່ໜ້າສົນໃຈ ເຊິ່ງຈະຊ່ວຍໃຫ້ເດັກຮຽນໄດ້ດີຂຶ້ນ, ຄູຈະນຳໃຊ້ເຕັກນິກການສອນຫຼາຍຢ່າງໂດຍເນັ້ນໃສ່ນັກຮຽນເປັນໃຈກາງ, ການຮຽນທີ່ເນັ້ນໃສ່ກິດຈະກຳແບບມ່ວນໆ.

ຫຼັກສູດປະຖົມສຶກສາສະບັບປັບປຸງດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກແຜນງານບີຄວາ ເຊິ່ງເປັນແຜນງານດ້ານການສຶກສາຂອງອົສຕຣາລີ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຮ່ວມມືກັບສະຫະພາບເອີຣົບ ແລະ ລັດຖະບານສະຫະລັດອາເມຣິກາ ເພື່ອການປັບປຸງຜົນການຮຽນຂອງເດັກຊັ້ນປະຖົມໃຫ້ມີຄຸນນະພາບສຳລັບເດັກນ້ອຍລາວ ໂດຍສະເພາະແມ່ນເດັກນ້ອຍທີ່ດ້ອຍໂອກາດລວມທັງເດັກຍິງ, ເດັກພິການ ແລະ ເດັກຊົນເຜົ່າ. ການປັບປຸງຄຸນນະພາບການສຶກສາແມ່ນຂັ້ນຕອນທີ່ສຳຄັນຍິ່ງໃນການກໍ່ສ້າງກຳລັງແຮງງານທີ່ມີທັກສະ ເຊິ່ງມີຄວາມສຳຄັນຫຼາຍຕໍ່ເປົ້າໝາຍການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ ສປປ ລາວ ແລະ ເປົ້າໝາຍການບັນລຸເສດຖະກິດໃນໄລຍະຍາວ.

( ຂ່າວ: ກາວຊົ່ງ )