ເຈົ້າໜ້າທີ່ຍີ່ປຸ່ນຈັບກຸ່ມແກ້ງຄ້າຢາເສບຕິດຈາກປະເທດຈີນ

50

ເຈົ້າໜ້າາທີ່ຍີ່ປຸ່ນຈັບກຸມຊາຍຊາວຈີນ 7 ຄົນ ມີພຶດຕິກໍາຕ້ອງສົງໄສລັກລອບຂົນສານກະຕຸ້ນປະລິມານຫຼາຍເປັນສະຖິຕິຂອງການຈັບກຸມໃນຍີ່ປຸ່ນ ໂດຍກຸ່ມຜູ້ຕ້ອງສົງໄສຂົນຖ່າຍສິ່ງຜິດກົດໝາຍຈາກເຮືອສູ່ເຮືອກາງທະເລນອກຝັ່ງ ແລະ ມູນຄ່າຂອງກາງ ປະມານ 60 ຕື້ເຢນ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 5 ມິຖຸນາ ວ່າ ຖະແຫຼງການຂອງສໍານັກງານຕໍາຫຼວດນະຄອນຫຼວງໂຕກຽວ ເມື່ອວັນພຸດ ລະບຸວ່າ ຊາຍຊາວຈີນ 7 ຄົນ ອາຍຸລະຫວ່າງ 24-40 ປີ ຖືກຈັບກຸມ ເມື່ອວັນຈັນ ທີ 3 ມິຖຸນາ ຜ່ານມາ ເຊິ່ງມີພຶດຕິກໍາຕ້ອງສົງໄສຄອບຄອງສານກະຕຸ້ນຜິດກົດໝາຍ “ປະລິມານຫຼາຍ” ທີ່ເມືອງມິນາມິ ອິສຶ ແຂວງຊິຊູໂອກະ ທາງພາກໃຕ້ຂອງນະຄອນຫຼວງໂຕກຽວ.

ລາຍງານຂອງສະຖານີໂທລະທັດ NHK ລະບຸວ່າ ທ້າວຫຼິນ ຈິ້ງເຊັງ ອາຍຸ 35 ປີ ແລະ ລູກນ້ອງອີກ 6 ຄົນຖືກກ່າວຫາລັກລອບຂົນແອມເຟຕາມີນ ນໍ້າໜັກເກືອບ 1 ໂຕ້ນ ເຊິ່ງເປັນການຈັບກຸມຄັ້ງໃຫຍ່ສຸດໃນຄັ້ງດຽວຂອງຍີ່ປຸ່ນ ເທົ່າທີ່ເຄີຍມີມາ ມູນຄ່າຂອງກາງທີ່ພົບຕາມປະເມີນ ປະມານ 60 ຕື້ເຢນ (ປະມານ 4.800 ຕື້ກີບ) ໂດຍກ່ອນໜ້ານັ້ນ ທາງເຈົ້າໜ້າທີ່ຕໍາຫຼວດພົບເຮືອບໍ່ມີເຈົ້າຂອງບັນທຸກຖົງບັນຈຸຢາເສບຕິດຢູ່ທີ່ຊາຍຫາດ.

ການຈັບກຸມເປັນສ່ວນນຶ່ງຂອງການສອບສວນເຂົ້າສູ່ຂະບວນການຄ້າຢາເສບຕິດຂ້າມຊາດທີ່ກໍາລັງດໍາເນີນຢູ່ ຫຼັງຈາກມີລາຍງານພົບເຫັນເຮືອຕ້ອງສົງໄສຫຼາຍລໍາໃນທະເລນອກຝັ່ງຊິຊູໂອກະ.