ເປີດແລ້ວຊິດຕີເພຼັກຊ໌ (Cityplex) ໂຮງຮູບເງົາແຫ່ງທໍາອິດຂອງໄຊທານີ

121

ຖືເປັນຂ່າວດີສໍາລັບສາຍມັກຊົມຮູບເງົາ ເມື່ອຫຼ້າສຸດໄດ້ມີການເປີດໂຮງສາຍຮູບເງົາແຫ່ງໃໝ່ ຊິດຕີເພຼັກຊ໌ ( Cityplex ) ທີ່ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເຊົ້າວັນທີ 5 ມິຖຸນາ 2019.

ຊິດຕີເພຼັກຊ໌ ໂຮງສາຍຮູບເງົາ ເປັນໂຮງຮູບເງົາແຫ່ງທໍາອິດຂອງເມືອງໄຊທານີ ທີ່ແນ່ນອນວ່າເປັນບ່ອນທີ່ຈະກະຕຸ້ນເສດຖະກິດຂອງເມືອງທີ່ດີ ຈະສ້າງຄວາມຕື່ນເຕັ້ນທີ່ສາມາດຕອບໂຈດໃຫ້ກັບລູກຄ້າຜູ້ທີ່ມັກຊົມຮູບເງົາ, ເລາະຊົມ ແລະ ພັກຜ່ອນຍ່ອນໃຈແຫ່ງໃໝ່ຂອງເມືອງໄຊຖານີ.

ໂຮງສາຍຮູບເງົາ Cityplex ສາຂາດົງໂດກ ໄດ້ເປີດຕົວຢ່າງເປັນທາງການ ເມື່ອວັນທີ 5 ມິຖຸນາ 2019 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ທ່ານ ດຣ ນາງ ລະອຽດ ຈຸນລະມຸນຕຣີ ປະທານບໍລິສັດ Kaizen Company ແລະ ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ ໄດ້ມີຄໍາເຫັນວ່າ: ເປັນອີກຄວາມພາກພູມໃຈຢ່າງຍິ່ງທີ່ ໂຮງຮູບເງົາ Cityplex ໄດ້ສ້າງສໍາເລັດຂຶ້ນທີ່ເມືອງໄຊທານີ ເພາະເປັນໂຮງຮູບເງົາແຫ່ງທໍາອິດຂອງເມືອງພວກເຮົາ ຈະເປັນອີກຊ່ອງທາງໃຫ້ກັບ ຊາວເມືອງໄຊທານີ ກໍ່ຄືຊາວນະຄອນຫຼວງວຽງຈັນ ໃນການຜັກຜ່ອນຢ່ອນໃຈ, ຮັບລົດຊາດຄວາມບັນເທິງທັງພາຍໃນ ແລະ ຕ່າງປະເທດ ລວມເຖິງຈະເປັນອີກຊ່ອງທາງສໍາຄັນໃຫ້ເສດຖະກິດຂອງເມືອງໄຊທານີ ຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.

ຂະນະດຽວກັນ ທ່ານ ດຣ ນາງ ລະອຽດ ຈຸນລະມຸນຕຣີ ປະທານບໍລິສັດ Kaizen Company ກ່າວວ່າ: Cityplex ແມ່ນອົງປະກອບໜຶ່ງຂອງບໍລິສັດ Kaizen Company ທີ່ຄົນລາວເປັນເຈົ້າຂອງ 100%, ມີຈຸດປະສົງໃນການສົ່ງເສີມໃຫ້ຊາວລາວຮູ້ຈັກທາງດ້ານວັດທະນະທໍາຂອງຫຼາຍໆປະເທດ ເພື່ອໃຫ້ວິໄຈ ແລະ ວິເຄາະ, Cityplex ເປັນຕຶກນ້ອຍໆທີ່ໜ້າຮັກ ແລະ ໄດ້ມາດຕະຖານສາກົນໃນທຸກໆດ້ານ ໂດຍສະເພາະທາງດ້ານເສດຖະກິດ-ສັງຄົມ ເພື່ອສົ່ງເສີມເສດຖະກິດຂອງນະຄອນຫຼວງວຽງຈັນ ກໍຄື ສປປ ລາວ ໂດຍ Cityplex ສາຂານີ້ມີ 3 ຊັ້ນຄື ຊັ້ນທໍາອິດ ບ່ອນຈອດລົດ, ຊັ້ນທີ 2 ບ່ອນບໍລິການ, ຮ້ານຄ້າເຄື່ອງດື່ມ ແລະ ອາຫານຈາກຫຼາຍໆປະເທດທີ່ໄດ້ມາດຕະຖານ ແລະ ຊັ້ນທີ 3 ຈະເປັນຫ້ອງສາຍຮູບເງົາ ປະກອບດ້ວຍ 3 ຫ້ອງ.

ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາ ກະຊວງຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ກ່າວວ່າ: ຊົມເຊີຍທີ່ Cityplex ໄດ້ຮັບການສ້າງສໍາເລັດ ແລະ ເປັນແຫ່ງທໍາອິດຂອງເມືອງໄຊທານີ, ດັ່ງທີ່ຮູ້ແລ້ວວ່າ ຮູບເງົາ ເປັນສິ່ງທີ່ສະແດງເຖິງວັດທະນະທໍາ ໃຫ້ຜູ້ເບິ່ງໄດ້ຮຽນຮູ້ ແລະ ວິໄຈ ເພາະຮູບເງົາຈະເປັນແຫຼງລວມຂອງສາລະ ແລະ ບັນເທິງ ທົ່ວໂລກບໍ່ວ່າ ຈະເປັນຮູບເງິນແບບເທັກໂນໂລຊີ, ວັດທະນະທໍາ ແລະ ອື່ນໆ ແນ່ນອນ Cityplex ຈະເປັນອັນສໍາຄັນຕໍ່ກັບວົງການຮູບເງົາລາວ ແລະ ຈະເປັນແຮງຜັກດັນໃຫ້ເກີດມີ ຜູ້ກໍາກັບ, ນັກສະແດງ ແລະ ຮູບເງົາຂອງລາວຫຼາຍໆຂຶ້ນເລື້ອຍໆ.

ສໍາລັບ ໂຮງສາຍຮູບເງົາ Cityplex ແມ່ນໄດ້ເລີ່ມທົດລອງການໃຫ້ບໍລິການຄວາມບັນເທິງດ້ານຮູບເງົາໃນວັນທມີ 27 ເມສາ 2019 ພ້ອມກັບເປີດໃຫ້ດາວໂຫຼດນໍາໃຊ້ Application “ Cityplex Laos ” ທີ່ລູກຄ້າສາມາດກວດສອບຂໍ້ມູນການສາຍຮູບເງົາຂອງ Cityplex ໄດ້ຕະຫຼອດເວລາ, ເຊິ່ງຮັບຮອງໄດ້ທັງລະບົບມືຖື IOS ແລະ ANDROID ໄດ້ສະດວກສະບາຍ ໂດຍຮູບເງົາທໍາອິດທີ່ສາຍແມ່ນ The Avenger End Game, ສ່ວນການຕອບຮັບຂອງລູກຄ້າໄດ້ຮັບຜົນດີ ແລະ ມີຮອບສາຍ 4 ຮອບຕໍ່ມື້ ດ້ວຍປີ້ລາຄາພິເສດພຽງ 20.000 ກີບຕໍ່ປີ້ເທົ່ານັ້ນ.