ໃກ້ສໍາເລັດແລ້ວ! ຊ່ວງຂົວໄລຍະທີ່ຍາວທີ່ສຸດຂອງ ເສັ້ນທາງລົດໄຟລາວ-ຈີນ

63

ສໍານັກຂ່າວຊິນຫົວ ຂອງຈີນ ລາຍງານ ເມື່ອວັນພະຫັດ ທີ 6 ມິຖຸນາ ກ່ຽວກັບ ຄວາມຄືບໜ້າຂອງໂຄງການເສັ້ນທາງລົດໄຟສາຍໄໝ ແຫ່ງສະຕະວັດທີ 21 ເສັ້ນທາງລົດໄຟລາວ-ຈີນ ໂດຍລາຍງານເຖິງຄວາມຄືບໜ້າຂອງຄານຮັບນ້ໍາໜັກຊິ້ນສ່ວນສຸດທ້າຍຖືກຕິດຕັ້ງແລ້ວ ເທິງຂົວໃຫຍ່ນ້ໍາຄອນ ເປັນຊ່ວງຂົວທີ່ຍາວທີ່ສຸດຂອງທາງລົດໄຟລາວ-ລາວ ແລະ ເປັນຂົວທີ່ຍາວທີ່ສຸດໃນລາວ ມີຍາວເຖິງ 7.506,3 ແມັດ ຖືເປັນການແລ້ວສໍາເລັດຂອງຂັ້ນຕອນການຕິດຕັ້ງຄານຮັບນ້ໍາໜັກໃນການກໍ່ສ້າງຂົວແຫ່ງນີ້.

ในภาพอาจจะมี สถานที่กลางแจ้ง และข้อความ

ບໍລິສັດໄຊນາ ເຣລເວ ນໍາບີທູ ເອັນຈິເນຍຣິ່ງ ກຣຸບ (CREC-2) ບໍລິສັດວິສະວະກໍາຂອງຈີນ ທີ່ຮັບຜິດຊອບການກໍ່ສ້າງຄັ້ງນີ້ ກ່າວວ່າ ໃນການກໍ່ສ້າງຕ້ອງກ້າວຜ່ານຄວາມຍາກລໍາບາກຫຼາຍປະການທັງການຂົນສົ່ງ, ສະພາບອາກາດ ແລະ ອຸປະສັກທາງດ້ານພາສາ ເພື່ອໃຫ້ການຕິດຕັ້ງຄານຮັບນ້ໍາໜັກໃຫ້ແລ້ວພາຍໃນ 120 ວັນ.

ในภาพอาจจะมี สถานที่กลางแจ้ง

ທັງນີ້, ບໍລິສັດ CREC-2 ເລິ່ມກໍ່ສ້າງເສົາຮັບນໍ້າໜັກຂອງຂົວ ໃນເດືອນພຶດສະພາ 2017 ໂດຍແລ້ວສໍາເລັດ ເມື່ອເດືອນມິຖຸນາ 2018 ຈາກນັ້ນເລິ່ມຕິດຕັ້ງຄານຮັບນ້ໍາໜັກ ເມື່ອເດືອນກຸມພາ 2019.

ในภาพอาจจะมี สถานที่กลางแจ้ง

ໂຄງການໜຶ່ງແລ້ວໜຶ່ງເສັ້ນທາງ ທາງລົດໄຟສາຍນີ້ ມີຄວາມຍາວທັງໝົດ 414 ກິໂລແມັດ ແບ່ງເປັນຂົວຍາວ 62 ກິໂລແມັດ ໂດຍເຊື່ອມເຂດຊາຍແດນບໍ່ຫານ – ບໍ່ເຕັນ ທາງພາກເໜືອຂອງປະເທດລາວ ກັບ ນະຄອນຫຼວງວຽງຈັນ ໂດຍລົດໄຟສາຍນີ້ ໄດ້ຮັບການອອກແບບມາ ໃຫ້ແລ່ນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.

ຂ່າວຈາກ: China Xinhua News