ໃຫ້ຖື 2019 ເປັນປີແຂ່ງຂັນຮັກຊາດ ແລະພັດທະນາ ສຸມແກ້ໄຂຄວາມທຸກຍາກຂອງປະຊາຊົນ

95

ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ນັບດີຂຶ້ນ ໂດຍສະເພາະ ແມ່ນເຂດຊົນນະບົດໃຫ້ມີຄວາມໃກ້ຄຽງ ຫຼື ເທົ່າທຽມກັບໃນເມືອງ ໃນໂອກາດ ກອງປະຊຸມສະໄໝສາມັນເທື່ອທີ 7 ຊອງສະພາແຫ່ງຂາດຊຸດທີ່ VIII ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຕໍ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ວ່າ:

ລັດຖະບານ ຈະໄດ້ສືບຕໍ່ວຽກງານພັດທະນາຊົນນະບົດ ຢ່າງແຂງແຮງ ໂດຍຖືເອົາ ປີ 2019 ເປັນປີລະດົມກຳລັງແຮງທົ່ວສັງຄົມ ແລະ ສ້າງຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ໃນຫົວຂໍ້ ‘‘ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ’’ ເຊິ່ງຈະປະກາດເປີດຂະບວນການແຂ່ງຂັນ ໃນກອງປະຊຸມລັດຖະບານເປີດກວ້າງ ໃນວັນທີ 28 ມິຖຸນາ 2019 ນີ້.

ວຽກງານພັດທະນາຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ( ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ)ໄດ້ດຳເນີນຢ່າງແຂງແຮງ ແລະ ກ້າວເຂົ້າສູ່ລວງເລິກ ໂດຍໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດບັນດາແຫຼ່ງທຶນຕ່າງໆ ເຂົ້າໃສ່ 91 ຈຸດສຸມ ນອນໃນ 70 ເມືອງ ຂອງ 18 ແຂວງ ເພື່ອພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ກໍ່ສ້າງ ແລະ ສ້ອມແປງເສັ້ນທາງລະຫວ່າງເມືອງ ຫາ ບ້ານ, ບ້ານ ຫາ ບ້ານ, ຊົນລະປະທານຂະໜາດນ້ອຍ, ໂຮງຮຽນ, ສຸກສາລາ-ຖົງຢາປະຈໍາບ້ານ, ນໍ້າລິນ, ວິດຖ່າຍ ແລະ ອື່ນໆ;

ພ້ອມກັນນັ້ນ,ໄດ້ຝຶກອົບຮົມດ້ານວິຊາການປູກຝັງ, ສົ່ງເສີມການລ້ຽງສັດການເຂົ້າເຖິງແຫຼ່ງທຶນສິນເຊື່ອຕ່າງໆໃຫ້ກັບປະຊາຊົນ ແນ່ໃສ່ຊຸກຍູ້ການຜະລິດເປັນສິນຄ້າ ເພື່ອຂາຍອອກສູ່ຕະຫຼາດ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຜູ້ທຸກຍາກ ໃຫ້ເຂົາໄດ້ມີອາຊີບເຮັດທີ່ໝັ້ນຄົງ ເຂົ້າໃຈການປະກອບອາຊີບ ສ້າງເສດຖະກິດ ຊີວິດການເປັນຢູ່ຂອງເຂົາດ້ວຍຕົວເຂົາເອງໃຫ້ດັບມື້ນັບດີຂຶ້ນ.

ບໍ່ພຽງເທົ່ານັ້ນທີ່ຜ່ານມາ ລັດຖະບານຍັງໄດ້ສະໜອງສິນເຊື່ອເພື່ອແກ້ໄຂຄວາມທຸກຍາກໃຫ້ປະຊາຊົນນຳໄປຈັດສັນປັບປຸງຄວາມເປັນຢູ່ໃນຄອບຄົວໂດຍການສ້າງລາຍຮັບຕາມເງື່ອນໄຂຂອງແຕ່ລະຄອບຄົວຜ່ານທະນາຄານນະໂຍບາຍ ຮອດທ້າຍເດືອນ 3/2019 ມີຍອດເຫຼືອສິນເຊື່ອທັງໝົດ 3.027,23 ຕື້ກີບ, ໃນນັ້ນ ເງິນກູ້ປ່ອຍຢູ່ເມືອງເປົ້າໝາຍທຸກຍາກທັງໝົດ 2.000 ກວ່າຕື້ກີບ, ຈຸດສຸມລັດຖະບານ ແລະ ທ້ອງຖິ່ນທັງໝົດ 312,01 ຕື້ກີບ, ວຽກງານ 3 ສ້າງມີທັງໝົດ 288,92 ຕື້ກີບ ແລະ ໂຄງການບູລິມະສິດຜະລິດເປັນສິນຄ້າ 426,28 ຕື້ກີບ.