ຈີນເຕືອນນັກທ່ອງທ່ຽວຕົນເອງອາດຈະຖືກເຈົ້າໜ້າທີ່ ອາເມຣິກັນ ຄຸກຄາມ

63

ກະຊວງຕ່າງປະເທດຂອງຈີນອອກປະກາດເຕືອນນັກທ່ອງທ່ຽວຂອງຕົນອາດຖືກເຈົ້າໜ້າທີ່ຜູ້ຮັກສາກົດໝາຍຂອງສະຫະລັດ ອາເມຣິກາກາ ກະທໍາທີ່ເປັນການຄຸກຄາມເຊັ່ນສອບຖາມຂໍ້ມູນຈົນລະອຽດ ເປັນຕົ້ນ ລະຫວ່າງຄວາມຂັດແຍ່ງດ້ານການຄ້າຂອງສອງປະເທດ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນອັງຄານ ທີ 4 ມິຖຸນາ ວ່າ ທາງການຈີນອອກຄໍາເຕືອນໄປເຖິງປະຊາຊົນຊາວຈີນ ແລະ ໜ່ວຍງານທັງຫຼາຍຂອງຈີນ ໃນສະຫະລັດ ອາເມຣິກາ ຂໍໃຫ້ກະຕຸ້ນເຕືອນເລື່ອງມາດຕະການຄວາມປອດໄພ ແລະ ຕອບໂຕ້ຢ່າງເໝາະສົມ ເພາະວ່າຊາວຈີນອາດຈະຖືກເຈົ້າໜ້າທີ່ຜູ້ຮັກສາກົດໝາຍຂອງສະຫະລັດກະທໍາອັນເປັນການຄຸກຄາມເຊັ່ນການສອບຖາມຂໍ້ມູນແບບລະອຽດເປັນຕົ້ນ ຄໍາເຕືອນນີ້ ອອກແຈ້ງການໂດຍກະຊວງການຕ່າງປະເທດຂອງຈີນ ແລະ ຍັງເຜີຍແຜ່ຜ່ານສະຖານທູດຈີນປະຈໍາອາເມຣິກາ.

ในภาพอาจจะมี 7 คน, คนที่ยิ้ม, ฝูงชน และสถานที่กลางแจ้ง

ຄໍາເຕືອນຂອງຈີນມີຂຶ້ນລະຫວ່າງຄວາມຂັດແຍ່ງທາງການຄ້າ ລະຫວ່າງ ຈີນ ກັບ ສະຫະລັດ ແລະ ຍັງໃຊ້ມາດຕະການເຂັ້ມງວດໃນການຂໍວີຊ່າເຂົ້າເມືອງຂອງລັດຖະບານສະຫະລັດຊຸດປັດຈຸບັນ ພາຍໃຕ້ການນໍາຂອງປະທານາທິບດີໂດນັລ ທຣໍາ.

ในภาพอาจจะมี 2 คน, สถานที่กลางแจ้ง

ຂະນະດຽວກັນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຂອງຈີນກໍ່ໄດ້ອອກຄໍາເຕືອນເຊັ່ນກັນໄປເຖິງປະຊາຊົນຊາວຈີນໃນອາເມຣິກາ ແຈ້ງໃຫ້ຮູ້ເຖິງເຫດການກວາດຍິງ, ປຸ້ນສະດົມ ແລະ ລັກເຄື່ອງ ເຊິ່ງເກີດຂຶ້ນເລື້ອຍໆໃນອາເມຣິກາ ແລະ ຍັງຂໍໃຫ້ນັກຮຽນ, ນັກສຶກສາຂອງຈີນ ປະເມີນຄວາມສ່ຽງທີ່ກ່ຽວກັບການຂໍວີຊ່າເຂົ້າເມືອງຢ່າງເຂັ້ມງວດໃນສະຫະລັດ ອາເມຣິກາ ເຊິ່ງ ທ່ານຈິ້ງ ສວງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ ຝ່າຍອາເມຣິກາຕ້ອງຮັບຮູ້ເຖິງອຸປະສັກ ແລະ ຜົນກະທົບທີ່ຈະເກີດຈາກການກະທໍາເຊັ່ນນີ້.