ນາຍົກລັດຖະມົນຕີໄດ້ເນັ້ນໜັກໃຫ້ຄະນະນໍາຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າຍາມໃດກໍໃຫ້ຄໍານຶງເຖິງ 3 ຜົນປະໂຫຍດລວມຂອງຊາດ, ຕ້ອງໄດ້ມີການສຶກສາຄົ້ນຄວ້າຢ່າງຖີ່ຖ້ວນເຖິງຜົນປະໂຫຍດໄລຍະຍາວເປັນຫຼັກ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມໃນກອງປະຊຸມສະຫຼຸບຕີລາຄາ, ຖອດຖອນບົດຮຽນຂະແໜງພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2018 ແລະ ໄຕມາດ 1 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ເຊິ່ງທ່ານໄດ້ມີຄຳເຫັນບາງຕອນສໍາຄັນ ວ່າ: ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນໄລຍະໃໝ່ຕ້ອງດຳເນີນໄປຕາມທິດເສດຖະກິດພູມປັນຍາ, ນຳໃຊ້ທ່າແຮງໄດ້ປຽບຂອງປະເທດຊາດ, ຂອງຂະແໜງການທີ່ມີເງື່ອນໄຂຕິດພັນກັບກາລະໂອກາດຂອງພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນສູງສຸດ ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່ ຕ້ອງໄປຄຽງຄູ່ກັບການອະນຸຮັກ ແລະ ບູລະນະສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ເພື່ອໃຫ້ບັນລຸຕາມທິດທາງ ແລະ ເປົ້າໝາຍໃຫ້ໄດ້ເນື້ອທີ່ປ່າປົກຫຸ້ມ 70% ໃນປີ 2020 ລວມທັງປະເມີນຜົນໄດ້ຜົນເສຍຢ່າງຮັດກຸມ ແລະ ຖີ່ຖ້ວນທີ່ສຸດ ເພື່ອນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດສູງສຸດຜົນກະທົບຕໍ່ທຳມະຊາດ – ສິ່ງແວດລ້ອມ ແລະ ການສູນເສຍຊັບພະຍາກອນໃຫ້ໜ້ອຍທີ່ສຸດ.
ສໍາລັບໃນຂົງເຂດພະລັງງານຕ້ອງເພີ່ມທະວີເອົາໃຈໃສ່ຄຸ້ມຄອງການກໍ່ສ້າງໂຄງການຜະລິດພະລັງງານໄຟຟ້າໃຫ້ມີຄຸນນະພາບ ແລະ ມາດຕະຖານສາກົນ ເຊິ່ງຕ້ອງມີແຜນອັນລະອຽດ ແລະ ຊັດເຈນໃນການກວດສອບ – ກວດກາຄວາມປອດໄພຂອງເຂື່ອນ ແລະ ການຈັດການນໍ້າຢູ່ແຕ່ລະເຂື່ອນຜະລິດໄຟຟ້າໃນທົ່ວປະເທດ ເພື່ອຮັບປະກັນໃຫ້ເຂື່ອນແຕ່ລະແຫ່ງມີຄວາມໝັ້ນຄົງ – ປອດໄພ, ສາມາດຮອງຮັບສະພາບດິນຟ້າອາກາດ ແລະ ໄພພິບັດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ. ສິ່ງສຳຄັນໃນໄລຍະລະດູຝົນນີ້ຕ້ອງຕິດຕາມສະພາບອາກາດ ແລະ ເຝົ້າລະວັງຕະຫຼອດ 24 ຊົ່ວໂມງ, ມີລະບົບແຈ້ງເຕືອນ ແລະ ຕິດຕາມລະດັບນໍ້າຂຶ້ນ – ລົງຢູ່ຕາມສາຍນໍ້າໃຕ້ເຂື່ອນ ແລະ ຕ້ອງຈັດຕັ້ງໜ່ວຍງານແກ້ໄຂໄພພິບັດສຸກເສີນຢູ່ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນແຂວງ ບ່ອນທີ່ມີເຂື່ອນຕັ້ງ ຢູ່.
ນອກນັ້ນ, ກໍໃຫ້ຮີບຮ້ອນປັບປຸງໂຄງສ້າງລາຄາໄຟຟ້າ ແລະ ການປະຕິບັດຕາມລາຄາໃໝ່ສໍາລັບພາກທີ່ຢູ່ອາໄສ. ພ້ອມດຽວກັນນີ້, ກໍໃຫ້ປັບປຸງລາຄາໄຟຟ້າຕໍ່ພາກອຸດສາຫະກຳ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອື່ນໆ ໃຫ້ສອດຄ່ອງກັບຕົ້ນທຶນຜະລິດຂອງໄຟຟ້າລາວ ເພື່ອບໍ່ໃຫ້ໄຟຟ້າລາວຂາຍໃນລາຄາທີ່ຫຼຸບທຶນຫຼາຍເກີນໄປ. ສ່ວນການລົງທຶນກໍຕ້ອງເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມກວດກາບັນດາກິດຈະການໄຟຟ້າປະເພດຕ່າງໆ ເປັນຕົ້ນແມ່ນພະລັງງານໄຟຟ້ານ້ຳຕົກ, ພະລັງງານໄຟຟ້າຖ່ານຫີນ ແລະ ພະລັງງານທົດແທນຢ່າງເຂັ້ມງວດ ໂດຍສະເພາະໂຄງການໃດທີ່ຍັງບໍ່ທັນມີຕະຫຼາດຂາຍໄຟຟ້າ, ບໍ່ມີຄວາມຄືບໜ້າເທົ່າທີ່ຄວນກໍຄວນໂຈະໄວ້ກ່ອນ. ພ້ອມນີ້, ກໍໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຮີບຮ້ອນສຳຫຼວດຄວາມຕ້ອງການການຊົມໃຊ້ໄຟຟ້າ ທັງຢູ່ພາຍໃນ ແລະ ສຶກສາເບິ່ງຄວາມຕ້ອງການໄຟຟ້າຂອງປະເທດໃກ້ຄຽງ ຕາມທີ່ໄດ້ຊີ້ນຳຜ່ານມາໃຫ້ສຳເລັດໂດຍໄວ.
ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນໃນຂົງເຂດແຮ່ທາດຕື່ມອີກວ່າ: ຜ່ານມາລັດຖະບານໄດ້ອະນຸມັດໃຫ້ຫຼາຍບໍລິສັດທັງພາຍໃນ ແລະ ຕ່າງປະເທດກໍພົບເຫັນຫຼາຍບັນຫາເກີດຂຶ້ນ. ສະນັ້ນ, ຕ້ອງໄດ້ເພີ່ມທະວີຄຸ້ມຄອງກິດຈະການບໍ່ແຮ່ໃນທົ່ວປະເທດໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບສູງກວ່າເກົ່າ, ຄຸ້ມຄອງການຈັດຕັັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອຫຼີກລຽງການລົງທຶນທີ່ບໍ່ມີປະສິດທິຜົນຈັບຈອງໂຄງການໄວ້ໂດຍບໍ່ພັດທະນາ. ນອກນັ້ນ, ຕ້ອງເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ການອະນຸມັດ ( ບໍ່ແມ່ນຍັງຢູ່ໃນຂັ້ນສຳຫຼວດ – ຊອກຄົ້ນ ແຕ່ພັດລັກຂຸດຄົ້ນໄປພ້ອມ ), ບໍ່ໃຫ້ມີການຂຸດຄົ້ນຊະຊາຍຢູ່ນອກຂອບເຂດ ແລະ ແຜນການ, ຮັບປະກັນການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ທຸກໂຄງການຕ້ອງມີແຜນຟື້ນຟູສິ່ງແວດລ້ອມ ແລະ ແຜນປິດບໍ່ຕ້ອງມີເງິນຄ້ຳປະກັນການປິດບໍ່.
ກ່ອນໜ້ານັ້ນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ລາຍງານຜົນການດຳເນີນກອງປະຊຸມໃນວັນທີ 3 – 4 ພຶດສະພາຜ່ານມາ ໂດຍໄດ້ປຶກສາຫາລືໃນຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນປະກອບຄຳເຫັນໃສ່ບົດສະຫຼຸບປີ 2018 ແລະ ທິດທາງແຜນການ ປີ 2019; ກວດກາຄືນໂຄງການລົງທຶນຂອງລັດໃນການກໍ່ສ້າງຕາຂ່າຍ 22/0,4 ກິໂລວັດ; ການກຳນົດຫົວໜ່ວຍລາຄາກາງ, ການກໍ່ສ້າງລະບົບຕາຂ່າຍ, ສາຍສົ່ງໄຟຟ້າ ແລະ ຕິດຕັ້ງໝໍ້ແປງ; ຕີລາຄາສະພາບການດຳເນີນວຽກງານກວດສອບ ແລະ ການກວດກາຄວາມປອດໄພຂອງເຂື່ອນໃນໄລຍະຜ່ານມາ; ການປັບປຸງຂັ້ນຂອດບໍລິການດ້ານໄຟຟ້າຕາມຄຳສັ່ງ 02/ນຍ; ຜັນຂະຫຍາຍບາງເນື້ອໃນຂອງກົດໝາຍ ວ່າດ້ວຍແຮ່ທາດສະບັບປັບປຸງ ແລະ ກົດໝາຍວ່າດ້ວຍໄຟຟ້າ; ຮັບຟັງນະໂຍບາຍການສົ່ງເສີມການນຳໃຊ້ພະລັງງານ ຄຽງຄູ່ກັບການພັດທະນາອຸດສາຫະກຳປຸງແຕ່ງ.