ພູເບ້ຍ ມາຍນິງ ປະກອບສ່ວນພັນທະໃຫ້ລັດ 86 ລ້ານກວ່າໂດລາ

165

ໃນປີ 2018 ຜ່ານມາ ບໍລິສັດ ພູເບ້ຍ ມາຍນິງ ໄດ້ສືບຕໍ່ທຳການຜະລິດແຮ່ທາດຢ່າງຕໍ່ເນື່ອງ, ສ້າງວຽກເຮັດງານທຳໃຫ້ກັບຄົນລາວ 3.000 ກວ່າຕຳແໜ່ງ ແລະ ໄດ້ມອບພັນທະໃຫ້ກັບລັດຖະບານ ຫຼາຍເຖິງ 86,35 ລ້ານໂດລາສະຫະລັດ ໂດຍຜ່ານຄ່າສຳປະທານ, ເງິນປັນຜົນທີ່ລັດຖະບານຖືຫຸ້ນ10% ລວມທັງອາກອນເງິນເດືອນພະນັກງານ ແລະ ອາກອນກໍາໄລ.

ທ່ານ ຈັນເພັງ ບຸນນະຜົນ ປະທານ ບໍລິສັດ ພູເບ້ຍ ມາຍນິງ ກ່າວຕໍ່ສື່ມວນຊົນໃນວັນທີ 4 ມິຖຸນານີ້ ວ່າ: ບໍລິສັດ ພູເບ້ຍ ມາຍນິງ ທີ່ມີ 2 ໂຮງງານ ຄື: ໂຮງງານຜະລິດ ທອງ – ຄຳ ພູຄຳ ແລະ ໂຮງງານຜະລິດ ຄຳ – ເງິນ ບ້ານຫ້ວຍຊາຍ ແຂວງໄຊສົມບູນ. ໃນປີ 2018 ໄດ້ທຳການຜະລິດທອງໃນແຮ່ເຂັ້ມຂຸ້ນ ປະມານ 83.680 ໂຕນ ແລະ ຜະລິດຄໍາ 70.787 ອອນ, ສ່ວນຢູ່ໂຮງງານຫ້ວຍຊາຍ ສາມາດຜະລິດຄໍາໄດ້ 108.570 ອອນ ແລະ ເງິນ 666.628 ອອນ ຈັດຢູ່ໃນຕົວເລກໃກ້ຄຽງກັບການຜະລິດໄລຍະປີ 2017.

ໂດຍປະຕິບັດຕາມກົດໝາຍຂອງລັດຖະບານເພື່ອປະກອບສ່ວນເຂົ້າໃນງົບປະມານຂອງລັດ ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບພັນທະໃຫ້ກັບລັດຖະບານໃນປີ 2018 ຜ່ານມາ ເປັນຈຳນວນເງິນ 86,35 ລ້ານໂດລາສະຫະລັດ ໂດຍຜ່ານຄ່າທໍານຽມດ່ານພາສີ, ອາກອນເງິນເດືອນ, ພາສີຊັບພະຍາກອນແຮ່ທາດ, ສຳປະທານ, ເງິນປັນຜົນ ແລະ ອາກອນກຳໄລຕ່າງໆ ເຮັດໃຫ້ນັບແຕ່ປີ 2006 ເຖິງປັດຈຸບັນ ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະກອບສ່ວນເປັນຕົວເລກສະສົມປະມານ 716 ລ້ານໂດລາສະຫະລັດ ໃຫ້ກັບລັດຖະບານ. ປັດຈຸບັນມີແຮງງານທັງໝົດ 3.200 ຄົນ ຕ່າງປະເທດ ກວມເອົາປະມານ 8% – 10% ເທົ່ານັ້ນ.

ນອກຈາກທຳການຜະລິດເພື່ອສົ່ງອອກແຮ່ທາດເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນໃກ້ຄຽງ ແລະ ເປັນການປະກອບສ່ວນໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ແລ້ວຍັງສົ່ງເສີມປະຊາຊົນບໍລິເວນໃກ້ຄຽງຮຽນຮູ້ເລື່ອງປູກຝັງ, ລ້ຽງປາ ແລະ ສັດໃຫຍ່ຢ່າງຖືກວິທີເພື່ອປ້ອນໃຫ້ກັບໂຮງງານ ແລະ ປ້ອນຕະຫຼາດທົ່ວໄປເຮັດໃຫ້ເສດຖະກິດຄອບຄົວເຂົາເຈົ້າຄ່ອຍຍົກລະດັບມາເທື່ອລະຂັ້ນຈົນກ້າວອອກຈາກຄວາມທຸກຍາກໄດ້ສຳເລັດ ແລະ ກາຍເປັນເສດຖະກິດຄອບຄົວທີ່ເຂັ້ມແຂງ.

( ຂ່າວ – ຮູບ: ສຸລິນ )